ແຂວງໄຫຫລຳຈີນ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2030

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້, ອົງການປົກຄອງແຂວງໄຫຫລຳຈີນ ໄດ້ເຜີຍແຜ່ “ແຜນການສ້າງເຂດທົດລອງ ອະລິຍະທຳນິເວດ ແຫ່ງຊາດໄຫລຳ ໃນໄລຍະ ຈັດຕັ້ງປະຕິບັດແຜນພັດທະນາ 5 ປີຄັ້ງທີ 15” ໂດຍສະເໜີວ່າ: ຈະຊຸກຍູ້ໃຫ້ແຂວງໄຫລຳ ຫ້າມຂາຍລົດ ໃຊ້ນ້ຳມັນເຊື້ອໄຟໃນປີ 2030 ເຊິ່ງໝາຍຄວາມວ່າ: ແຂວງໄຫຫລຳ ຈະກາຍເປັນ ແຂວງທຳອິດຂອງ ສປ ຈີນ ທີ່ຈະຫ້າມຂາຍລົດໃຊ້ນ້ຳມັນ. ອີງຕາມແຜນການສະບັບດັ່ງກ່າວ, ເມື່ອຮອດປີ 2030, ລົດຊື້ໃໝ່ ຫລື ເອົາລົດໃໝ່ປ່ຽນແທນລົດເກົ່າ ໃນທົ່ວແຂວງໄຫຫລຳ ຈະໃຫ້ໃຊ້ພຽງລົດພະລັງງານໃໝ່. ເມື່ອຮອດເວລານັ້ນ, ຄາດວ່າ ລົດໃຊ້ພະລັງງານໃໝ່ ຂອງແຂວງໄຫຫລຳ ຈະເພີ່ມຂຶ້ນຈາກ 23,75% ໃນປີ 2025 ເປັນ 45%. ໃນຂະນະດຽວກັນ, ເພື່ອຮັບປະກັນ ການຈັດຕັ້ງປະຕິບັດ ນະໂຍບາຍດັ່ງກ່າວ, ແຂວງໄຫຫລຳ ຍັງຈະປັບປຸງ ສະພາບການຕິດຕັ້ງ ເຄື່ອງສາກໄຟ ໃຫ້ສົມບູນຂຶ້ນ ແລະ ເຮັດໃຫ້ລົດແຕ່ລະ 2,5 ຄັນໃດ ຕ້ອງມີເຄື່ອງສາກໄຟ 1 ເຄື່ອງ ເມື່ອຮອດປີ 2030. ເຈົ້າໜ້າທີ່ກ່ຽວຂ້ອງ ຂອງແຂວງໄຫລຳ ກ່າວວ່າ: ນະໂຍບາຍດັ່ງກ່າວ ຂອງແຂວງໄຫຫລຳ ຈະເປັນການຄົ້ນຄວ້າ ໃນການຫັນໃຊ້ ພະລັງງານສີຂຽວ ແລະ ກາກບອນຕ່ຳໃຫ້ແກ່ ຂົງເຂດ ຄົມມະນາຄົມ ຂົນສົ່ງ ທົ່ວປະເທດຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
