ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ຂປລ. ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນໄດ້ຮ່ວມລົງນາມໃນຖະແຫລງການວ່າດ້ວຍການຮັບເອົາຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາ ຊຽນ ເປັນປະເທດທີ 11. ພາຍຫລັງການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄ້ັງທີ 47 ແບບຄົບຄະນະ ແລະ ແບບວົງແຄບ ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນໄດ້ປຶກສາຫາລືກ່ຽວກັບການເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂ້ັມແຂງ ແລະ ໄດ້ຮັບຊາບການລາຍງານກ່ຽວກັບຄວາມຄືບໜ້າການຈັດຕ້ັງປະຕິບັດບັນດາກິດຈະກໍາບຸລິມະສິດຂອງການປະທານອາຊຽນຂອງ ມາເລເຊຍ. ພ້ອມນີ້, ກອງປະຊຸມຍັງໄດ້ເນັ້ນຄວາມສໍາຄັນການເພີ່ມທະວີຮັດແໜ້ນການຮ່ວມມືຂອງບັນດາຂະແໜງການຂອງອາຊຽນ ເພື່ອໃຫ້ອາຊຽນມີຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການພົວພັນຮ່ວມມືລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ໃນນີ້, ກອງປະຊຸມໄດ້ເນັ້ນຢໍ້າຄວາມສຳຄັນໃນ ການຮັດແໜ້ນບົດບາດການນໍາພາ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂ້ັມແຂງ ແລະ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ກອງປະຊຸມຍັງໄດ້ເຫັນດີຮັບຮອງເອົາບັນດາຖະແຫລງການ ແລະ ເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເພ່ືອເປັນພື້ນຖານໃຫ້ແກ່ການສືບຕໍ່ສ້າງອາ ຊຽນໃຫ້ເຂັ້ມແຂງ ແລະ ເພື່ອນໍາຜົນປະໂຫຍດອັນເປັນຮູບປະທໍາມາສູ່ປະຊາຊົນອາຊຽນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບວົງແຄບໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບມຽນມາ ແລະ ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ໂດຍສະເພາະສິ່ງທ້າທາຍທັງແບບເກົ່າ ແລະ ໃໝ່ ເປັນຕົ້ນອາຊະກໍາຂ້າມຊາດເຊັ່ນ: ອາຊະຍາກໍາທາງໄຊເບີ ແລະ ການຫລອກລວງສໍ້ໂກງທາງອອນລາຍ, ການປ່ຽນແປງສະພາບດິນຟ້າອາກາດ, ຄວາມຂັດແຍ່ງໃນບາງພາກພື້ນຂອງໂລກ ແລະ ອື່ນໆ.
ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ຍ່ີປຸ່ນ ໃນໄລຍະຜ່ານມາທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ, ພ້ອມທັງກໍານົດທິດທາງການຮ່ວມມືໃນຕ່ໍໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ກ້າວເຂົ້າສູ່ລວງເລິກ. ພ້ອມນີ້, ສອງຝ່າຍໄດ້ເຫັນດີ ຮັດແໜ້ນການຮ່ວມມືໃນຂົງເຂດທ່ີທັງສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການເຊື່ອມຈອດ, ພະລັງງານສະອາດ ແລະ ພະລັງງານທົດແທນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຫັນເປັນດີຈິຕອນ, ນະວັດຕະກໍາ ແລະ ປັນຍາປະດິດ. ພິເສດ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ວ່າດ້ວຍການສົ່ງເສີມ ແລະ ການຈັດຕັ້ງປະຕິບັດແນວຄວາມຄິດອາຊຽນກ່ຽວກັບ ອິນໂດ-ປາຊີຟິກ.
ກອງປະຊຸມສຸດຍອດອາຊຽນ- ອິນເດຍ ຄ້ັງທີ 22 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫລອດໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫລີມສະຫລອງປີທ່ອງທ່ຽວອາຊຽນ-ອິນເດຍ. ກອງປະຊຸມຍັງໄດ້ເຫັນດີສືບຕ່ໍເພ່ີມທະວີການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ແນໃສ່ສ່ົງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ໂດຍຊຸກຍູ້ໃຫ້ອິນເດຍ ເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ- ມຽນມາ-ໄທ ແລະ ເຊື່ອມຕໍ່ມາຍັງ ສປປ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ. ພ້ອມນີ້, ອາຊຽນຍັງໄດ້ຊຸກຍູ້ໃຫ້ອິນເດຍສືບຕ່ໍຮ່ວມມືກັບອາຊຽນໃນຂົງເຂດຕ່າງໆເປັນຕົ້ນພະລັງງານທົດແທນ, ການຜະລິດກະສິກໍາທ່ີຍືນຍົງ, ຄວາມໝ້ັນຄົງທາງໄຊເບີ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາອາຊຽນ- ອິນເດຍວ່າດ້ວຍການທ່ອງທ່ຽວແບບຍືນຍົງ ແລະ ໄດ້ປະກາດການກໍານົດເອົາປີ 2026 ເປັນປີແຫ່ງການຮ່ວມມືທາງທະເລອາຊຽນ- ອິນເດຍ.
ກອງປະຊຸມສຸດຍອດອາຊຽນ- ສະຫະລັດ ຄັ້ງທີ 13 ໄດ້ທົບທວນຄືນ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສ ອາເມລິກາ ມີຮ່ວມກັນ. ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມໝາຍໝັ້ນຂອງ ສ ອາ ເມລິກາ ໃນການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ການເຂົ້າຮ່ວມຢ່າງຫ້າວຫັນ ໃນບັນດາກົນໄກອາຊຽນ ນໍາພາປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພ້ືນ. ພ້ອມນີ້, ກອງປະຊຸມໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດສໍາຄັນ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ຄວາມໝັ້ນຄົງ, ນະວັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພະຍາກອນ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ໄດ້ຮັບຮອງເອົາຖະແຫລງການວິໄສທັດຮ່ວມຜູ້ນໍາອາຊຽນ-ສ ອາເມລິກາ ວ່າດ້ວຍການສົ່ງເສີມອາຊຽນ ແລະ ອາເມລິກາທີ່ເຂັ້ມແຂງ, ປອດໄພ ແລະ ສົມບູນພູນສຸກຍິ່ງຂຶ້ນ.ນອກຈາກນັ້ນ, ກໍໄດ້ມີການຈັດບາງກິດຈະກໍາປິ່ນອ້ອມໃນໄລຍະ ກອງປະຊຸມສຸດຍອດເຊັ່ນ: ກອງປະຊຸມບັນດາຜູ້ນໍາອາຊີເພື່ອຫລຸດ ຜ່ອນການປ່ອຍອາຍພິດໃຫ້ເຫລືອສູນ ຫລື ອາແຊັກ (AZEC) ຄັ້ງທີ 3 ແລະ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈລະຫວ່າງອາຊຽນ ແລະ ສະຫະພັນບານເຕະໂລກ.
