ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52

ຂປລ. ກອງປະຊຸມລັດຖະມົນຕີ ອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການ ປະສານງານສາກົນກ່ຽວກັບ ການຂົນສົ່ງຂ້າມແດນເອີຣົບ-ອາຊີ, ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສຸມໃສ່ຫລາຍຫົວຂໍ້ຫລັກ, ກວມເອົາບົດລາຍງານວຽກງານປະຈຳປີ 2024, ນະໂຍບາຍການຂົນສົ່ງ ແລະ ຍຸດທະສາດພັດທະນາ, ລະບຽບການຂົນສົ່ງ, ການສຶກສາ ແລະ ຝຶກອົບ ຮົມວິຊາຊີບ ແລະ ຜົນສຳເລັດອື່ນໆ, ພ້ອມທັງພິຈາລະນາ ແລະ ຜ່ານແຜນງົບປະມານຂອງປີ 2025, ງົບປະມານເບື້ອງຕົ້ນຂອງປີ 2026, ພ້ອມປຶກສາຫາລືກ່ຽວກັບທີ່ຕັ້ງຂອງສໍານັກງານໃຫຍ່, ຈັດສັນຕໍາແໜ່ງໃນໂຄງປະກອບການຈັດຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງທີ່ກ່ຽວຂ້ອງ, ກຳນົດລຳດັບການເປັນເຈົ້າພາບ ກອງປະຊຸມລັດຖະມົນຕີ ໃນຕໍ່ໜ້າຢ່າງຊັດເຈນ ແລະ ກໍານົດວາລະ, ເວລາ, ສະຖານທີ່ເບື້ອງຕົ້ນຂອງກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 53.
ອົງການຮ່ວມມືທາງລົດໄຟ ແມ່ນເວທີຮ່ວມມືທາງລົດໄຟ ລະຫວ່າງລັດຖະບານ ທີ່ສຳຄັນໃນພາກພື້ນເອີລົບ ແລະ ອາຊີ, ເປັນອົງການຊຸກຍູ້ການປະສານງານ ນະໂຍບາຍການຂົນສົ່ງ ແລະ ການເຊື່ອມຕໍ່ລະຫວ່າງ ບັນດາປະເທດສະມາຊິກ. ການຈັດກອງປະຊຸມຄັ້ງນີ້, ຈະຊຸກຍູ້ການຮ່ວມມືທາງລົດໄຟໃນພາກພື້ນ ແລະ ຊຸກຍູ້ການພັດທະນາລະບົບ ຄົມມະນາຄົມຂ້າມແດນ ໃຫ້ມີຄຸນນະພາບສູງຂຶ້ນອີກ.
ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ