ລາວ-ອາຊຽນ ຫາລື ສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ

17/06/2025 14:11
Email Print 83
KPL - Asean 2024 ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍອາຊຽນ ໃນລະຫວ່າງວັນທີ 17-18 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍ



ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍອາຊຽນ ໃນລະຫວ່າງວັນທີ
17-18 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ ໂດຍການເປັນປະທານ ຂອງ ທ່ານ ສຸສິສັກ ສຸພັນທອງ ຮອງສະຖາບັນພັດທະນາສີມືແຮງງານ, ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ກອງປະຊຸມໃນຄັ້ງນີ້
, ໄດ້ເນັ້ນໃສ່ຄວາມສຳຄັນຂອງການສືບຕໍ່ຄວາມພະຍາຍາມ ໃນການສ້າງແຜນປະຕິບັດງານ, ແຜນງານໃນລະຫວ່າງ ປີ 2018-2025 ​ເຊິ່ງແຜນປະຕິບັດງານ ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິແຮງງານເຄື່ອນຍ້າຍ ແຕ່ 2018-2025 ໄດ້ກຳນົດບັນດາກິດຈະກຳ ແລະ ບຸລິ ມະສິດທີ່ສຳຄັນ ເພື່ອສົ່ງເສີມສິດທິ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍໃນພາກພື້ນ. ຜົນສຳ ເລັດດັ່ງກ່າວ, ແມ່ນຄວາມຄືບໜ້າ ໃນການພັດທະນານະໂຍບາຍ, ກົນໄກຕ່າງໆ ແລະ ການແບ່ງປັນຂໍ້ມູນ ເພື່ອປົກປ້ອງ ແລະ ປັບປຸງສະຫວັດດີການຂອງແຮງງານເຫລົ່ານີ້.




ກອງປະຊຸມຄັ້ງນີ້
, ຍັງເປັນເວທີສຳຄັນສຳລັບ ການສົນທະນາຢ່າງເປີດກວ້າງ ແລະ ແລກປ່ຽນບົດຮຽນ ພາຍໃນອາຊຽນເທົ່ານັ້ນ ແຕ່ຍັງລວມເຖິງພາກພື້ນອື່ນໆອີກດ້ວຍ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປະເມີນຜົນສຳເລັດທີ່ຜ່ານມາ ແລະ ກໍານົດບຸລິມະສິດ, ທິດທາງສຳລັບໄລຍະຕໍ່ໜ້າ ຂອງແຜນການປະຕິບັດງານປີ 2025.



ພາບ: ອ່າຍຄຳ

KPL