ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນ

08/03/2025 22:48
Email Print 83
KPL - Asean 2024 ນັບແຕ່ ວັນທີ 8 ມີນານີ້ ເປັນຕົ້ນໄປ, ລັດຖະບານ ບຣູໄນ ຈະເລີ່ມດໍາເນີນ ນະໂຍບາຍ ການເຂົ້າເມືອງ ໂດຍຍົກເວັ້ນວີຊາ ສໍາລັບ ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຢ່າງເປັນທາງການ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,    ອົງການ ຄຸ້ມຄອງ ຊາວຍົກຍ້າຍ ຖິ່ນຖານ ປະເທດ ບຣູໄນ ໄດ້ອອກແຈ້ງການວ່າ: ນັບແຕ່ ວັນທີ 8 ມີນານີ້ ເປັນຕົ້ນໄປ, ລັດຖະບານ ບຣູໄນ ຈະເລີ່ມດໍາເນີນ ນະໂຍບາຍ ການເຂົ້າເມືອງ ໂດຍຍົກເວັ້ນວີຊາ ສໍາລັບ ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຢ່າງເປັນທາງການ. ຕາມການແຈ້ງການ, ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຕ້ອງມີຜົນ ບັງຄັບໃຊ້ ໄດ້ຢ່າງໜ້ອຍ 6 ເດືອນຂຶ້ນໄປ ແລະ ສາມາດເຂົ້າ ບຣູໄນ ຈາກດ່ານຊາຍແດນ ທີ່ກໍານົດໄວ້ ໂດຍບໍ່ຕ້ອງມີວີຊາ. ຫລັງຈາກ ເຂົ້າບຣູໄນແລ້ວ ຈະສາມາດຢູ່ບຣູໄນ ໄດ້ເຖິງ 14 ວັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL