ປີນີ້ນັກທ່ອງທ່ຽວຢ້ຽມຢາມແຂວງໄຊສົມບູນ 24,000 ກວ່າຄົນ

27/11/2024 10:35
Email Print 2049
ຂປລ ອີງຕາມຂໍ້ມູນຈາກກອງປະຊຸມ ປະເມີນເກັບກຳຂໍ້ມູນວຽກງານສະຖິຕິຂອງຂະແໜງ ຖວທ ແຂວງ ໄຊສົມບູນ ປະຈຳປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 75 ແຫ່ງ, ສະເພາະປີນີ້, ນັບແຕ່ຕົ້ນປີມາຮອດປັດຈຸບັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມ ພາຍໃນແຂວງແລ້ວ 24.202 ເທື່ອຄົນ.

   *ອີງຕາມຂໍ້ມູນຈາກກອງປະຊຸມ ປະເມີນເກັບກຳຂໍ້ມູນວຽກງານສະຖິຕິຂອງຂະແໜງ ຖວທ ແຂວງ ໄຊສົມບູນ ປະຈຳປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 75 ແຫ່ງ, ສະເພາະປີນີ້, ນັບແຕ່ຕົ້ນປີມາຮອດປັດຈຸບັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມ ພາຍໃນແຂວງແລ້ວ 24.202 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 399.360 ໂດລາສະຫະລັດ ເທົ່າກັບ 120% ຂອງແຜນການປີ.

    ສໍາລັບແຂວງໄຊສົມບູນ ປັດຈຸບັນກໍາລັງກະກຽມຈັດງານສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຕິດພັນກັບການສະເຫລີມສະຫລອງຫໍຫລັກເມືອງ ແລະ ພຸດທະພິເສກຮູບປັ້ນຫລໍ່ເຈົ້າອະນຸວົງ ລະຫວ່າງວັນທີ 28 ພະຈິກ ຫາ ວັນທີ 3 ທັນວາ 2024 ເຊິ່ງຈະມີ ຫລາຍກິດຈະກໍາເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການສະແດງສິລະປະ-ວັນນະຄະດີຈາກກະຊວງປ້ອງກັນປະເທດ, ການສະແດງກາຍະສິນຂອງກະຊວງຖະແຫລ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ງານຕະຫລາດກາງຄືນ, ການວາງສະແດງສິນຄ້າຫັດຖະກຳ, ກະສິກຳ, ເທສະການອາຫານ, ກິດຈະກໍາງົວຊົນງົວ, ຕັ້ງກອງບຸນ ແລະ ຄົບງັນຫາເຈົ້າອະນຸວົງຕາມຮີດຄອງປະເພນີທີ່ສວນສາທາລະນະກໍ້າເຈົ້າອະນຸວົງ, ໃສ່ບາດຖວາຍສັງຄະທານແດ່ພະສົງ 31 ອົງ, ພິທີທາງສາສະໜາສູດປະຣິຕະມຸງຄຸນທີ່ຫໍຫລັກເມືອງປີທີ 3. ນອກຈາກນີ້ ຍັງມີກິດຈະກໍາທ່ອງທ່ຽວເຊັ່ນ: ທ່ຽວຊົມແຫລ່ງທ່ອງທ່ຽວທຳມະຊາດພູຫົວໂລ້ນ, ຖໍ້າເຈົ້າອະນຸວົງ, ວັງນໍ້າຂຽວ ແລະ ຂຶ້ນຊົມທິວທັດທຳມະຊາດພູເບ້ຍ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top