ຂປລ
ເຈົ້າໜ້າທີ່ອາວຸໂສ ຝ່າຍຮ່ວມຈັດງານວາງສະແດງສິນຄ້າຈີນ-ອາຊຽນ ລວມມີ: ພາກສ່ວນເສດຖະກິດການຄ້າຂອງ ສປ ຈີນ ແລະ ປະເທດ ສະມາຊິກອາຊຽນ, ກອງເລຂາອາຊຽນເປັນຕົ້ນ ພ້ອມດ້ວຍຜູ້ຕາງໜ້າ ສະຖານທູດ ແລະ ສະຖານກົງສຸນ ປະເທດສະມາຊິກ ອາຊຽນ ປະຈຳຈີນ, ຜູ້ຕາງໜ້າຈາກພາກສ່ວນສົ່ງເສີມການລົງທຶນຂອງ ສປ ຈີນ ແລະ ປະເທດສະມາຊິກອາຊຽນ ໄດ້ເຕົ້າໂຮມກັນ ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນເພື່ອຮ່ວມກັນປຶກສາຫາລືກ່ຽວກັບວຽກງານກະກຽມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ23.
/
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 27 ເມສານີ້, ເຈົ້າໜ້າທີ່ອາວຸໂສ ຝ່າຍຮ່ວມຈັດງານວາງສະແດງສິນຄ້າຈີນ-ອາຊຽນ ລວມມີ: ພາກສ່ວນເສດຖະກິດການຄ້າຂອງ ສປ ຈີນ ແລະ ປະເທດ ສະມາຊິກອາຊຽນ, ກອງເລຂາອາຊຽນ ເປັນຕົ້ນ ພ້ອມດ້ວຍຜູ້ຕາງໜ້າ ສະຖານທູດ ແລະ ສະຖານກົງສຸນ ປະເທດສະມາຊິກ ອາຊຽນ ປະຈຳຈີນ, ຜູ້ຕາງໜ້າຈາກພາກສ່ວນສົ່ງເສີມການລົງທຶນຂອງ ສປ ຈີນ ແລະ ປະເທດສະມາຊິກອາຊຽນ ໄດ້ເຕົ້າໂຮມກັນ ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນເພື່ອຮ່ວມກັນປຶກສາຫາລືກ່ຽວກັບວຽກງານກະກຽມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ23.ກະຊວງການຄ້າ ແລະ ອຸດສາຫະກຳຕີມໍເລັສເຕໄດ້ສົ່ງຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້ ເປັນເທື່ອທຳອິດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ຝ່າຍຮ່ວມຈັດງານວາງສະແດງສິນຄ້າຈີນ-ອາຊຽນໄດ້ມີສະມາຊິກເພີ່ມໃໝ່ແລ້ວ.ກອງປະຊຸມຄັ້ງນີ້ ຍັງໄດ້ຈັດພິທີຈົກສະຫລາກ ເພື່ອເລືອກບ່ອນຕັ້ງເຂດວາງສະແດງ “ເມືອງແຫ່ງສະ ເໜ່ ”ຂອງງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 23. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກອງປະຊຸມເຈົ້າໜ້າທີ່ ອາວຸໂສແມ່ນສ່ວນໜຶ່ງທີ່ສຳຄັນ ຂອງກົນໄກຮ່ວມຈັດງານວາງສະແດງສິນຄ້າຈີນ-ອາຊຽນ. ການທີ່ກອງປະຊຸມເຈົ້າໜ້າທີ່ ອາວຸໂສຄັ້ງນີ້ໄດ້ຈັດຂຶ້ນຢ່າງສຳເລັດຜົນ ໝາຍເຖິງ: ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ເຂົ້າສູ່ໄລຍະໃໝ່ແຫ່ງການປຸກລະດົມກຳລັງຢ່າງຮອບດ້ານແລະເລັ່ງກະກຽມຄວາມພ້ອມແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL