ລົດໄຟດ່ວນຈີນ-ເອີຣົບສາຍກາງໃນປີນີ້ ແລ່ນໄດ້ຫລາຍກວ່າ 1.500 ຂະບວນ

28/04/2026 16:14
Email Print 154
ຂປລ ນັບ​ມາ​ຮອດ ​ວັນ​ທີ 27 ເມ​ສາ​​ນີ້, ຈຳ​ນວນ​ການແລ່ນ​ລົດຂອງ​ຂະ​ບວນ​ລົດ​ໄຟ​ດ່ວນ​ຈີນ-ເອີ​ຣົບ​ສາຍ​ກາງ​ພາຍ​ໃນ​ປີ 2026 ມີ​ເຖິງ 1.515 ຂະ​ບວນ, ເພີ່ມ​ຂຶ້ນ 19,7% ເມື່ອ​ທຽບ​ໃສ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025 ແລະ ໄດ້​ຂົນ​ສົ່ງ​ສິນ​ຄ້າ 144.900 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ12,3%.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ພາກ​ສ່ວນ​ທາງ​ລົດ​ໄຟ​ຈີນ ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ ​ວັນ​ທີ 27 ເມ​ສາ​​ນີ້, ຈຳ​ນວນ​ການແລ່ນ​ລົດຂອງ​ຂະ​ບວນ​ລົດ​ໄຟ​ດ່ວນ​ຈີນ-ເອີ​ຣົບ​ສາຍ​ກາງ​ພາຍ​ໃນ​ປີ 2026 ມີ​ເຖິງ 1.515 ຂະ​ບວນ, ເພີ່ມ​ຂຶ້ນ 19,7% ເມື່ອ​ທຽບ​ໃສ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025 ແລະ ໄດ້​ຂົນ​ສົ່ງ​ສິນ​ຄ້າ 144.900 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ12,3%.ດ່ານທາງ​ລົດ​ໄຟ​ເອີ້ຫລຽນ​ຮ້າວ​ເທີ້ ແມ່ນ​ດ່ານ​ເຂົ້າ​ອອກ​ເມືອງ​ພຽງ​ແຫ່ງ​ດຽວ​ ຂອງ​ຂະ​ບວນ​ລົດ​ໄຟ​​ດ່ວນຈີນ-ເອີ​​ຣົບ​ສາຍ​ກາງ. ປັດ​ຈຸ​ບັນ ມີ​ເສັ້ນ​ທາງ​​ແລ່ນ​ລົດ 75 ສາຍ​ທີ່​ສາ​ມາດ​ໄປ​ເຖິງ 10 ກວ່າ​ປະ​ເທດ ເຊິ່ງ​ລວມ​ທັງ​ເຢຍ​ລະ​ມັນ ແລະ ໂປໂລຍ ແລະ 70 ກວ່າສະ​ຖາ​ນີສູນ​ກາງ​ຂົນ​ສົ່ງ. ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ ມີ​ຂອບ​ເຂດ​ການ​ບໍ​ລິ​ການກວມ​ເຖິງ​ຕົວ​ເມື​ອງຕົ້ນ​ທາງ​ສ່ວນ​ໃຫຍ່​ຂອງ​ຂະ​ບວນ​ລົດ​ໄຟ​ດ່ວນ​ຈີນ-ເອີ​ຣົບ. ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ ​ການ​​ບໍ​ລິ​ການ​ຂອງ​ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ ​ເທື່ອ​ລະ​ກ້າວ, ​ຄວາມຫລາກຫລາຍ ແລະ ໂຄງ​ປະ​ກອບ​ຂອງ​ສິນ​ຄ້າ ​ຂ້າມ​ຊາຍ​ແດນ​ ໄດ້​ຮັບ​ການ​ປັບ​ປຸງ ແລະ ຍົກ​ລະ​ດັບ​ສູງ​ຂຶ້ນ​ຢ່າ​ງ​ຕໍ່​ເນື່ອງ. ພາຍຫລັງ ​​ສົ່ງ​ເສີມ​​ການປະ​ຕິ​ບັດຮູບ​ແບບ “​ຜ່ານ​ດ່ານທາງ​ລົດ​ໄຟ ​ຢ່າງວ່ອງ​ໄວ”, ຄາດ​ວ່າ​ເວ​ລາ​ການ​ຜ່ານ​ດ່ານ​ຈະຫລຸດ​ລົງ​ເຫລືອ​ປະ​ມານ 30 ນາ​ທີ​ເທົ່າ​ນັ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top