ຂປລ
ອັດຕາ ວ່າງງານ ໃນເດືອນມັງກອນ ເພີ່ມຂຶ້ນ ຢູ່ທີ 2,7% ເມື່ອທຽບໃສ່ ເດືອນຜ່ານມາ ຊຶ່ງເປັນ ການປັບຕົວ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 5 ເດືອນ. ເນື່ອງຈາກ ມີແຮງງານ ຈຳນວນ ຫລາຍຂຶ້ນ ຕັດສິນໃຈ ລາອອກ ຈາກ ງານເດີມເພື່ອໄປຫາວຽກໃໝ່ ທີ່ດີກວ່າ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ກິດຈະການ ພາຍໃນ ແລະ ການສື່ສານ ຂອງ ຍີ່ປຸ່ນ ເປີດເຜີຍວ່າ: ອັດຕາ ວ່າງງານ ໃນເດືອນມັງກອນ ເພີ່ມຂຶ້ນ ຢູ່ທີ 2,7% ເມື່ອທຽບ ໃສ່ ເດືອນຜ່ານມາ ຊຶ່ງເປັນ ການປັບຕົວ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 5 ເດືອນ. ເນື່ອງຈາກ ມີແຮງງານ ຈຳນວນ ຫລາຍຂຶ້ນ ຕັດສິນໃຈ ລາອອກ ຈາກ ງານເດີມເພື່ອ ໄປຫາວຽກໃໝ່ ທີ່ດີກວ່າ.
ຂໍ້ມູນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຈຳນວນ ຜູ້ມີ ວຽກເຮັດງານທຳ ຫລຸດລົງ 0,4% ມາຢູ່ທີ 68,17 ລ້ານຄົນ, ເປັນ ການຫລຸດລົງ ຄັ້ງທຳອິດ ໃນຮອບ 5 ເດືອນ , ໃນຂະນະທີ່ ຈຳນວນ ຜູ້ວ່າງງານ ເພີ່ມຂຶ້ນ 3,2% ມາຢູ່ທີ 1,91 ລ້ານຄົນ,ເພີ່ມຂຶ້ນຕິດຕໍ່ກັນ ເປັນເດືອນທີ 2. ສ່ວນຜູ້ທີ່ລາອອກຈາກ ວຽກເຮັດງານທຳ ໂດຍສະໝັກໃຈ ຈຳນວນ 820.000 ຄົນ ຊຶ່ງປົກກະຕິ ເປັນການລາອອກ ເພື່ອສະແຫວງຫາເງື່ອນໄຂ ການເຮັດວຽກທີ່ດີກວ່າເດີມ, ໂດຍຕົວເລກດັ່ງກ່າວ ເພີ່ມຂຶ້ນ 7,9% , ສຳລັບ ຜູ້ທີ່ເລີ່ມເຮັດ ວຽກໃໝ່ ມີຈຳນວນ ຫລຸດລົງ 3,6% ມາຢູ່ທີ 540.000 ຄົນ./
KPL