ໂຮງງານນໍ້າດື່ມໂອວີ້ ຜະລິດນໍ້າຄຸນນະພາບດີສູງສັງຄົມ

04/02/2026 14:08
Email Print 132
ຂປລ ຂປລ. ຈົບລົງໄປແລ້ວສໍາລັບງານ ເທສະການອາຫານປະຈໍາປີ 2026 ປີນີ້ ກໍເປັນອີກປີໜຶ່ງທີ່ມີບັນຍາກາດຟົດຟື້ນ ມ່ວນຊື່ນ ເນື່ອງຈາກວ່າຜູ້ປະກອບການແຕ່ລະສາຂາອາຊີບໄດ້ນໍາເອົາຜະລິດຕະພັນມາວາງສະແດງຂາຍ

ຂປລ. ຈົບລົງໄປແລ້ວສໍາລັບງານ ເທສະການອາຫານປະຈໍາປີ 2026 ປີນີ້ ກໍເປັນອີກປີໜຶ່ງທີ່ມີບັນຍາກາດຟົດຟື້ນ ມ່ວນຊື່ນ ເນື່ອງຈາກວ່າຜູ້ປະກອບການແຕ່ລະສາຂາອາຊີບໄດ້ນໍາເອົາຜະລິດຕະພັນມາວາງສະແດງຂາຍ ເພື່ອໃຫ້ສັງຄົມໄດ້ຮັບຮູ້ໃຫ້ຫລາຍຂຶ້ນ ເໝືອນດັ່ງ ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້  ທີ່ໄດ້ນໍາເອົາຜະລິດຕະພັນນໍ້າດື່ມໂອວີ້ ມາວາງສະແດງ-ຂາຍ ຊຶ່ງສ້າງຄວາມສົນໃຈໃຫ້ລູກຄ້າຢ່າງຫລວງຫລາຍ ເນື່ອງຈາກວ່າ ໂຮງງານນໍ້າດື່ມໂອວີ້ ແມ່ນໂຮງງານແຫ່ງໜຶ່ງທີ່ໄດ້ຜະລິດນໍ້າດື່ມ ໂດຍເນັ້ນໃສ່ຄຸນນະພາບ, ຄວາມສະອາດ ແລະ ປອດໄພ ເພື່ອຈໍາໜ່າຍບໍລິການຮັບໃຊ້ສັງຄົມ.

ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໃຫ້ສໍາພາດວ່າ: ໂຮງງານນໍ້າດື່ມໂອວີ້ສ້າງຕັ້ງໃນປີ 2017,  ເປັນຫຍັງຈຶ່ງຕ້ອງໃສ່ຊື່ໂອວີ້?, ຍ້ອນວ່າຍ້ອນໄດ້ຊື່ເອີ້ນມາຈາກຊື່ຫລານຊາຍໂອວີ້ ໂອວີ້ ໝາຍເຖິງຊີວິດ. ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການລໍ່ລ້ຽງຊີວິດຂອງຄົນເຮົາ ຄືດັ່ງສະໂລແກນທີ່ວ່າ: ນໍ້າດື່ມໂອວີ້ ໃສສະອາດ ໃຫ້ຄຸນຄ່າກັບຊີວິດ ໃນເບື້ອງຕົ້ນການແມ່ນຜະລິດນໍ້າຕຸກໃຫຍ່ພຽງຢ່າງດຽວ ເມ່ືອຜະລິດມາໄດ້ໄລຍະໜຶ່ງ ເຫັນວ່າລູກຄ້າມີຄວາມຕ້ອງການນ້ຳດື່ມຕຸກນ້ອຍທີ່ພົກພາສະດວກ ຈຶ່ງຕັດສິນໃຈຜະລິດນໍ້າຕຸກນ້ອຍ ແລະ ນໍ້າກ້ອນ ມາຈຳໜ່າຍ, ດັ່ງນັ້ນ ຈຶ່ງໄດ້ເລີ່ມຜະລິດຫລາຍຜະລິດຕະພັນຂຶ້ນ ໂດຍໃສ່ຊື້ວ່າ:ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂອວີ້.  ພາຍຫລັງຜະລິດນໍ້າກ້ອນມາໄດ້ 5 ປີ ເສດຖະກິດມີການເໜັງຕີງ ຄ່າໃຊ້ຈ່າຍເລີ່ມສູງຂຶ້ນຍ້ອນການຜະລິດນໍ້າກ້ອນຕ້ອງໃຊ້ໄຟຫລາຍ ຕົ້ນທຶນສູງຂຶ້ນຫລາຍຈຶ່ງເຊົາຜະລິດນໍ້າກ້ອນອະນາໄມ, ປັດຈຸບັນໄດ້ຜະລິດພຽງນໍ້າດື່ມແລ້ວໃສ່ຊື່ວ່າ: ໂຮງງານນໍ້າດື່ມໂອວີ້ ຈົນເຖິງປັດຈຸບັນ ແລະ ໄດ້ຜະລິດອອກມາ 4 ຂະໜາດຄື: ຂະໜາດ 1.500 ມີລີລິດ (ml) 600 ມີລີລິດ, 350 ມີລີລິດ, 250 ມີລີລິດ ໂດຍສ່ວນໃຫຍ່ແມ່ນຜະລິດໃຫ້ໂຕແທນບໍລິສັດໄຟຟ້ລາວ ແລະ ພາກສ່ວນ ອື່ນໆທົ່ວໄປ. ໂຮງງານນໍ້າດື່ມໂອວີ້ ເປັນໂຮງງານທຸລະກິດຂະໜາດນ້ອຍ ການຜະລິດແມ່ນທຶນໂຕເອງ ປັດຈຸບັນມີແຮງງານການຜະລິດ 12 ຄົນ ຄຸນນະພາບຂອງໂຮງງານແມ່ນໄດ້ມາດຕະຖານ ມີຂັ້ນຕອນການຜະລິດທີ່ມີຄຸນນະພາບຕາມມາດຕະຖານ  ແລະ ໄດ້ຮັບ ອຍ ຕັ້ງແຕ່ມື້ສ້າງຕັ້ງໂຮງງານແລ້ວ  ຈຶ່ງເວົ້າໄດ້ວ່າ ນໍ້າດື່ມຈາກໂຮງງານເຮົາແມ່ນມີຄຸນນະພາບ ແລະ ປອດໄພຕໍ່ຜູ້ບໍລິໂພກ.

 ແນວໃດກໍດີ, ການຮ່ວມງານໃນຄັ້ງນີ້ ຕົນເອງຮູ້ສຶກດີໃຈຫລາຍທີ່ໄດ້ເອົາຜະລິດຕະພັມານໍາສະເໜີໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ ຍ້ອນມວນຊົນໃຫ້ຄວາມສົນໃຈ ສະນັ້ນ, ຈຶ່ງເວົ້າໄດ້ວ່າ ການຈັດງານໃນຄັ້ງນີ້ ກໍເປັນຜົນດີໃຫ້ຜູ້ປະ ກອບການຫລາຍ ແລະ ຢາກໃຫ້ພັກ-ລັດເພີ່ນຈັດແບບນຣຂຶ້ນເລື້ອຍໆກໍຈະເປັນການດີ ໂຮງງານຕັ້ງຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຕ້ອງການນໍ້າດື່ມສາມາດຕິດຕໍ່ໄດ້ທີເບີ 02055520498.

KPL

ຂ່າວອື່ນໆ

ads
ads

Top