ຂປລ
ສຳນັກງານ ບໍລິຫານ ພະລັງງານ ແຫ່ງຊາດຈີນ ລາຍງານວ່າ: ພະລັງງານໝູນວຽນ ກວມເອົາ ອັດຕາສ່ວນ ຫລາຍກວ່າ 60% ຂອງ ກຳລັງ ການຜະລິດ ຕິດຕັ້ງ ພະລັງງານ ທັງໝົດ ຂອງ ຈີນ ໃນປີ 2025, ເນື່ອງຈາກ ມີການ ໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນ ເພີ່ມຂຶ້ນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານ ບໍລິຫານ ພະລັງງານ ແຫ່ງຊາດຈີນ ລາຍງານວ່າ: ພະລັງງານໝູນວຽນ ກວມເອົາ ອັດຕາສ່ວນ ຫລາຍກວ່າ 60% ຂອງ ກຳລັງ ການຜະລິດ ຕິດຕັ້ງ ພະລັງງານ ທັງໝົດ ຂອງ ຈີນ ໃນປີ 2025, ເນື່ອງຈາກ ມີການ ໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນ ເພີ່ມຂຶ້ນ.
ໂດຍ ຈີນ ມີກຳລັງ ການຜະລິດ ພະລັງງານລົມ ແລະ ພະລັງງານແສງຕາເວັນ ເພີ່ມຂຶ້ນ ຫລາຍກວ່າ 430 ກິກາວັດໃນປີ 2025, ເຮັດໃຫ້ ກຳລັງ ການຜະລິດ ຕິດຕັ້ງ ພະລັງງານ ໝູນວຽນ ທັງໝົດ ຂອງຈີນ ສູງກວ່າ 1.800 ກິກາວັດ,ໃນຂະນະທີ່ ຈີນ ມີລະບົບ ພະລັງງານ ໝູນວຽນ ຂະໜາດໃຫຍ່ ທີ່ສຸດ ໃນໂລກ. ການຜະລິດ ໄຟຟ້າ ຈາກແຫລ່ງ ພະລັງງານ ໝູນວຽນ ຂອງຈີນ ສູງປະມານ 4 ພັນຕື້ ກິໂລວັດ ຊົ່ວໂມງ ໃນປີ 2025, ສູງກວ່າ ການໃຊ້ ໄຟຟ້າ ໂດຍລວມ ຂອງ 27 ປະເທດ ສະມາຊິກ ສະຫະພາບ ເອີຣົບ (EU) ຊຶ່ງຢູ່ທີ່ປະມານ 3,8 ພັນຕື້ກິໂລວັດ ຊົ່ວໂມງ./
KPL