ສ.ອາເມລິກາ ຖອນຕົວອອກຈາກ ອົງການອະນາໄມໂລກ ຢ່າງເປັນທາງການ

23/01/2026 20:03
ຂປລ ສ.ອາເມລິກາ ຈະຖອນຕົວອອກຈາກ ອົງການ ອະນາໄມໂລກ (WHO), ໂດຍບໍ່ຫົວຊາ ຕໍ່ການກ່າວເຕືອນທີ່ວ່າ ການກະທຳດັ່ງກ່າວ ຈະກໍ່ຄວາມເສຍຫາຍ ຢ່າງໜັກໜ່ວງ ເຖິງບັນດາ ຄວາມພະຍາຍາມ ຍົກສູງຄຸນນະພາບ ດ້ານສາທາລະນະສຸກ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອວັນທີ 22 ເດືອນມັງກອນ ຜ່ານມາ,  ສ.ອາເມລິກາ ຈະຖອນຕົວອອກຈາກ ອົງການ ອະນາໄມໂລກ (WHO), ໂດຍບໍ່ຫົວຊາ ຕໍ່ການກ່າວເຕືອນທີ່ວ່າ ການກະທຳດັ່ງກ່າວ ຈະກໍ່ຄວາມເສຍຫາຍ ຢ່າງໜັກໜ່ວງ ເຖິງບັນດາ ຄວາມພະຍາຍາມ ຍົກສູງຄຸນນະພາບ ດ້ານສາທາລະນະສຸກ ຂອງສ.ອາເມລິກາ ແລະ ທົ່ວໂລກ.

ຂໍ້ຕົກລົງ ສ.ອາເມລິກາ ຖອນຕົວ ອອກຈາກ ອົງການ ອະນາໄມໂລກ, ເຊິ່ງ ທ່ານ ໂດນັນ ທຣຳ ປະທາ ນາທິບໍດີ ສ.ອາເມລິກາ ໄດ້ຍົກອອກມາ ພາຍຫລັງ ວັນທຳອິດ ໃນອາຍຸການທີ 2 ທີ່ ຮັບຮອງເອົາ ລັດຖະດຳລັດ ບໍລິຫານເຊັນໃນວັນທີ 22 ມັງກອນ 2025.

ຕາມຂໍ້ກຳນົດຂອງກົດໝາຍ ສ.ອາເມລິກາ, ເລື່ອງຖອນຕົວ ອອກຈາກ ອົງການ ອະນາໄມໂລກ ຈະມີຜົນບັງຄັບໃຊ້ພາຍຫລັງ 1 ປີ ແລະ ປະເທດນີ້ ຕ້ອງສຳເລັດ ທຸກພັນທະ ດ້ານການເງິນ. ເລື່ອງ ສ.ອາເມລິກາ ຖອນຕົວອອກຈາກ ອົງການ ອະນາໄມໂລກ ແລະ ຢຸດຕິ ການສະໜອງ ດ້ານການເງິນ ໄດ້ເຮັດໃຫ້ ອົງການ ອະນາໄມໂລກ ຕົກເຂົ້າສູ່ ສະພາບວິກິດການ ດ້ານງົບປະມານ, ເຮັດໃຫ້ ອົງການນີ້ ຕ້ອງຫລຸດຜ່ອນ ບຸກຄະລາກອນລົງ ຈຳນວນຫລາຍ ແລະ ຮັດແຄບການເຄື່ອນໄຫວເຂົ້າ, ສ້າງຄວາມ ວິຕົກ ກັງວົນ ກ່ຽວກັບ ຄວາມສາມາດ ຮັບມືກັບ ບັນດາ ຄວາມສ່ຽງ ນາບຂູ່ ດ້ານສາທາລະ ນະສຸກ ທົ່ວໂລກ ໃນອະນາຄົດ./

KPL

ຂ່າວອື່ນໆ

ads
ads

Top