ສ.ເກົາຫລີ ບໍລິໂພກເຂົ້າຕໍ່າສຸດ ເປັນປະຫວັດສາດ ໃນປີ 2025

23/01/2026 20:03
ຂປລ ຊາວສ.ເກົາຫລີ ບໍລິໂພກເຂົ້າ ຫລຸດລົງລະດັບຕໍ່າສຸດ ເປັນປະຫວັດສາດໃນປີ 2025 , ໂດຍມີ ສາເຫດ ມາຈາກ ຮູບແບບ ການບໍລິໂພກ ອາຫານ ແລະ ພືດຕິກຳ ການກິນທີ່ປ່ຽນແປງໄປ, ຊຶ່ງເຮັດໃຫ້ຄວາມ ຕ້ອງການເຂົ້າ ຫລຸດລົງ ຢ່າງຕໍ່ເນື່ອງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ:  ຊາວສ.ເກົາຫລີ ບໍລິໂພກເຂົ້າ ຫລຸດລົງລະດັບຕໍ່າສຸດ ເປັນປະຫວັດສາດໃນປີ 2025 , ໂດຍມີ ສາເຫດ ມາຈາກ ຮູບແບບ ການບໍລິໂພກ ອາຫານ ແລະ ພືດຕິກຳ ການກິນທີ່ປ່ຽນແປງໄປ, ຊຶ່ງເຮັດໃຫ້ຄວາມ ຕ້ອງການເຂົ້າ ຫລຸດລົງ ຢ່າງຕໍ່ເນື່ອງ.

ກະຊວງຂໍ້ມູນ ແລະ ສະຖິຕິ ສ.ເກົາຫລີ ລະບຸວ່າ:​ ການບໍລິໂພກເຂົ້າ ຕໍ່ຫົວຄົນ ຢູ່ທີ 62,5 ກິໂລກຣາມໃນປີ 2025 ຫລຸດລົງ 3% ຫລື 1,9 ກິໂລກຣາມ ເມື່ອທຽບໃສ່ ປີກາຍນີ້, ໂດຍຕົວເລກ ດັ່ງກ່າວ ຖືເປັນ ລະດັບຕໍ່ສຸດ ນັບຕັ້ງແຕ່ ລັດຖະບານ ເລີ່ມເກັບກໍາ ຂໍ້ມູນ ໃນປີ 1962. ເຂົ້າເປັນ ທັນຍາພືດຫລັກ ຂອງ ຊາວ ສ.ເກົາຫລີ ມາຕັ້ງແຕ່ອະດິດ.  ປັດຈຸບັນ ການບໍລິໂພກເຂົ້າ ກັບ ຫລຸດລົງ ຢ່າງຕໍ່ເນື່ອງ. ຍ້ອນວ່າ ຮູບແບບການບໍລິໂພກ ອາຫານ ທີ່ປ່ຽນແປງໄປ, ໃນຂະນະທີ່ ຜະລິດຕະພັນ ທັນຍາພືດຊະນິດອື່ນໆ ໄດ້ຮັບ ຄວາມນິຍົມ ຫລາຍຂຶ້ນເຊັ່ນ: ແປ້ງສາລີ ເປັນຕົ້ນ./

KPL

ຂ່າວອື່ນໆ

ads
ads

Top