ຂປລ
ໃນປີ 2025, ປະເທດນີ້ ໄດ້ສົ່ງອອກ ລົດໃຫຍ່ ບັນລຸ ມູນຄ່າ 7,2 ໝື່ລ້ານໂດລາ, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ປີກາຍນີ້.
ຂປລ. ສຳນັກຂ່າວ ອິນໂຟເຄວສ, ກະຊວງ ການຄ້າ ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ໃນປີ 2025, ປະເທດນີ້ ໄດ້ສົ່ງອອກ ລົດໃຫຍ່ ບັນລຸ ມູນຄ່າ 7,2 ໝື່ລ້ານໂດລາ, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ປີກາຍນີ້. ເປັນປະຫວັດສາດເນື່ອງຈາກ ລົດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ລົດມືສອງ ເປັນທີ່ຕ້ອງການ ຢ່າງຫລວງຫລາຍ ຈາກ ຕະຫລາດຕ່າງປະເທດ ເຊິ່ງເປັນປີທີ 3 ຕິດຕໍ່ກັນ ທີ່ ຍອດຈຳນວນ ສົ່ງອອກລົດໃຫຍ່ ລາຍປີ ຂອງ ສ.ເກົາຫລີ ຢູ່ໃນລະດັບຫລາຍກວ່າ 7 ໝື່ນລ້ານໂດລາ ສະຫະລັດ./
KPL