ຂປລ. ກອງທັບລາວອິດສະຫລະ (ກອງທັບປະຊາຊົນລາວ ໃນປັດຈຸ ບັນ) ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 20 ມັງກອນ 1949 ໂດຍ ແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ເປັນຜູ້ປະກາດ ສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ, ນັບແຕ່ກອງທັບໄດ້ຮັບການສ້າງ ຕັ້ງຂຶ້ນກໍໄດ້ແບກຫາບພາລະອັນ ໜັກໜ່ວງຄື: ໄດ້ຕໍ່ສູ້ກັບຈັກກະພັດ ຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີກຳລັງ, ພາຫານະ, ອາວຸດທີ່ ເໜືອກວ່າຕັ້ງຫລາຍເທົ່າ, ແຕ່ເພື່ອ ພາລະກິດປົດປ່ອຍປະເທດຊາດ ອອກຈາກແອກຫົວເມືອງຂຶ້ນແບບ ເກົ່າ ແລະ ໃໝ່, ດ້ວຍນໍ້າໃຈຮັກຊາດ ອັນດູດດື່ມ, ມີຈິດໃຈເສຍສະລະຢ່າງ ອົງອາດກ້າຫານຂອງບັນພະບຸລຸດ ເຮົາ, ຕໍ່ສູ້ບໍ່ຍອມຈຳນົນ, ເດັດດຽວ ໜຽວແໜ້ນ, ກອງທັບເຮົາໄດ້ຮ່ວມ ກັບປະຊາຊົນບັນດາເຜົ່າສືບຕໍ່ດໍາ ເນີນການຕໍ່ສູ້ຢ່າງອົງອາດກ້າຫານ Iv'okpq d]a f4t,q o8u rq [xt3vh ]q , dkooe{rtoa d'kos]a dcs]j 'c0;'lk]t;a o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 20.01.2026 ປີທີ 25 ສະບັບທີ 6.358ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'dv'ma [xt-k-q o]k; 7q [Iv[ 77 xu 1j k'l5 f.9K ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນຂະບວນການປະຕິບັດໜ້າທີ່ ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການ ເລືອກເອົາບຸກຄົນທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເຂົ້າ ໄປເຮັດວຽກໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ພົນລະເມືອງລາວ ທຸກຄົນ ໂດຍບໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ-ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມ ລໍາເນົາລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ຜູ້ມີສິດເລືອກ ຕັ້ງຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກ ສະພາຕ້ອງມີອາຍຸແຕ່ 21 ປີຂຶ້ນ ຂປລ. ໃນອາທິດຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບສູນກາງ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງ ສາລະວັນ ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ໂອ້ລົມການນໍາແຂວງສາລະວັນ ໂດຍມີສະຫາຍ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ຂປລ. ວຽກງານແນວຄິດ ເປັນ ວຽກງານທີ່ສຳຄັນຢູ່ແຖວໜ້າ ຂອງທຸກວຽກງານ, ມີບົດບາດກະ ຕຸກຊຸກຍູ້ ແລະ ສ້າງຄວາມເປັນ ເອກະພາບສູງໃນຖັນແຖວສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ລວມເຖິງ ປະຊາຊົນລາວບັນດາເຜົ່າ. ໃນ ບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ນີ້ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ລວມຂອງທຸກພາກສ່ວນໃນລະບົບ ການເມືອງປະຊາທິປະໄຕປະຊາຊົນ ແລະ ພົນລະເມືອງລາວທຸກຄົນ ຊຶ່ງ ຮຽກຮ້ອງໃຫ້ຄະນະພັກ ແລະ ຄະນະ ກຳມະການເລືອກຕັ້ງທຸກຂັ້ນຕ້ອງ ເພີ່ມທະວີວຽກງານນຳພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດ ປະຊາທິປະໄຕຂອງປະຊາຊົນລາວ ບັນດາເຜົ່າ ເພື່ອເຮັດໃຫ້ການເລືອກ ຕັ້ງບັນລຸຜົນສຳເລັດ. ໃນຕະຫລອດບັ້ນເລືອກຕັ້ງ, ຂປລ. ເມື່ອບໍ່ດົນມານີ້, ຫ້ອງ ການກະຊວງສາທາລະນະສຸກ ຈັດກອງປະຊຸມສະຫລຸບການ ເຄື່ອນໄຫວວຽກງານຕ້ານການຄ້າ ມະນຸດ ປະຈໍາປີ 2025 ແລະ ທິດ ທາງແຜນການ ປີ 2026 ໂດຍ ການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຄະນະ ກຳມະການຕ້ານການຄ້າມະນຸດ -q ,g-u p;a olh k'8A 'dv'ma [ xt-k-q o]k; 1j k'l5 f.9 * ມື້ນີ້, ວັນທີ 20 ມັງກອນ ພໍດີຄົບຮອບ 77 ປີ (20/1/194920/1/2026) ວັນສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງຢູ່ໃນທ່າມກາງ ບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວ ປວງປວງຊົນລາວທັງຊາດພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຂົ້າສູ່ທຸກຂົງເຂດວຽກງານ, ພ້ອມທັງຂໍ່ານັບຮັບຕ້ອນແກ່ບັ້ນເລືອກຕັັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັັ້ນແຂວງ ຊຸດທີ V ທີ່ຈະຂຶ້ນໃນມໍ່ໆນີ້. ເມື່່ອຫວນຄືນເຖິງປະຫວັດມູນເຊື້ອວິລະກຳອັນລ້ຳເລີດຂອງການ ສ້າງຕັ້ງກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນທ່າມກາງປະເທດຊາດ ຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານ ການຮຸກຮານຢ່າງເປັນຂະບວນໃນທົ່ວປະເທດໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງ ເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວເຮົາໃນປັດຈຸບັນ) ໂດຍ ແມ່ນປະຫານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ ບັນຊາໂດຍກົງ. ການປະກາດສ້າງຕັ້ງກອງທັບປະຊາຊົນລາວແມ່ນ ເຫດການ ການເມືອງທີ່ມີຄວາມໝາຍສໍາຄັນທີ່ສຸດ ຊຶ່ງເປັນເຫດການ ປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ອ່ານຕໍ່ໜ້າ 2່ າໍ່ ໜ້າ ສາລະວັນ, ສະຫາຍ ປະເດີມພອນ ສົນທະນີ ປະທານຄະນະກໍາມະການ ປົກຄອງແຂວງ, ບັນດາການນໍາ ແຂວງ, ຄະນະພັກ-ຄະນະບັນຊາກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍເລຂາ ຄະນະບໍລິຫານງານພັກແຂວງສາ ລະວັນ ກໍໄດ້ລາຍງານກ່ຽວກັບຜົນ ການນໍາພາ-ຊີ້ນໍາ ຂອງຄະນະບໍລິ ຫານພັກແຂວງໃນໄລຍະຜ່ານມາ ເຫັນວ່າ: ຄະນະພັກແຕ່ລະຂັ້ນໄດ້ ເອົາໃຈໃສ່ຢ່າງແຂງແຮງໃນການ ຈັດຕັ້ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນ, ສຸມໃສ່ແກ້ໄຂບັນຫາ ຄວາມບໍ່ເປັນລະບຽບຮຽບຮ້ອຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະສານສະແດງຄວາມເຫັນໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ ແຫ່ງ ຣາຊະອານາຈັກໄທ ຕໍ່ກັບເຫດການອຸບັດເຫດຂອງລົດໄຟ ໂດຍສານດ່ວນຂະບວນພິເສດໃນເຂດກໍ່ສ້າງທາງລົດໄຟຄວາມໄວສູງ ໄທ-ຈີນ ຢູ່ບໍລິເວນແຂວງນະຄອນລາຊະສີມາ ເນື້ອໃນໂທລະສານໄດ້ລະບຸວ່າ: ຂ້າພະເຈົ້າ, ມີຄວາມຮູ້ສຶກເສົ້າ ເສຍໃຈເປັນຢ່າງຍິ່ງທີ່ໄດ້ຊາບຂ່າວລົດໄຟໂດຍສານດ່ວນຂະບວນພິເສດ ຈາກນະຄອນຫລວງບາງກອກ ໄປຍັງແຂວງອຸບົນລາຊະທານີ ໄດ້ເກີດ ອຸບັດເຫດໃນເຂດກໍ່ສ້າງທາງລົດໄຟຄວາມໄວສູງ ໄທ-ຈີນ ໃນຕອນເຊົ້າ ຂອງວັນທີ 14 ມັງກອນ 2026, ຢູ່ບໍລິເວນແຂວງນະຄອນລາຊະສີມາ ເຮັດໃຫ້ມີຜູ້ເສຍຊິວິດ ແລະ ບາດເຈັບຈໍານວນຫລວງຫລາຍ. ຕາງໜ້າໃຫ້ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ກໍຄື ປະຊາຊົນໄທທຸກຖ້ວນໜ້າ ໂດຍ ສະເພາະຄອບຄົວຜູ້ເຄາະຮ້າຍ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການ ທີ່ເກີດຂຶ້ນໃນຄັ້ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ກໍຄື ການຮ່ວມແຮງຮ່ວມໃຈກັນ ຂອງປະຊາຊົນໄທທົ່ວປະເທດ, ສະພາບຄວາມຫຍຸ້ງຍາກຈາກອຸບັດເຫດ ໃນຄັ້ງນີ້ ຈະໄດ້ຮັບການແກ້ໄຂໂດຍໄວ. 3m]tlkoltcf'7;k,gsa o.9 lts]5 [[A oc0j '0a od;flv[[q fxtra o ;a oot7tfu 3 ;a oxts;a flkf 7;k,\kp{7;k,le7a o0v'dkog]n vd8A ' ll- -5 fmu X c]t ll0 -5 fmu V gru j ,mt;u dkooerkco;7y fglu ,0tspkp ly fxt-kmy xtw8 g0Q k.odkog]n vd8A ' lts]5 [dkog7nj vows;;Pd'ko 8h kodko7h k,to5 f xt9exu 2025 c]dxj Po[q fIPofh kodkoly flvo c]t lqj 'glu ,dkoIPoI6h gfa dxt]tdkoIPo ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ .oltw\8l6h d6h -kfdv'ma [xt-k-q o]k; pyj '8u pyj 'wfh Ia [w--tot pyj '8u pyj 'g8u [.spj g0A ,c0' +
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 20/01/2026 xtgmf]k; 7tot[a o-kdv'rq omu 2 v;prvo ]a f4t,q o8u dt-;'xh v'da oxtgmf ສະຫລຸບບັ້ນແຂ່ງຂັນ...ຸັ້່ັ ຄວາມໝາຍ-ຄວາມສໍາຄັນ...ໍັ ຮອງນາຍົກລັດຖະມົນຕີ ພົບປະ...ົັົີົ ເພີ່ມທະວີການນຳພາ...ີ່ີ ສະຫລຸບການເຄື່ອນໄຫວ...ຸື່ ຂປລ. ພິທີສະຫລຸບບັ້ນແຂ່ງຂັນ ກວດສອບບົດປະພັນວັນນະຄະດີ ທົ່ວປະເທດ ເພື່ອສະເຫລີມສະຫລອງ 3 ວັນປະຫວັດສາດ ປະຈຳປີ 2025 ຈັດຂຶ້ນໃນອາທິດຜ່ານມາ, ຢູ່ນະ ຄອນຫລວງວຽງຈັນ ໂດຍການເປັນ ທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາຫົວໜ້າ ກົມ, ຜູ້ອໍານວຍການ, ສິລະປິນແຫ່ງ ຊາດ, ສິລະປິນດີເດັ່ນ, ນັກປະພັນ ແລະ ນັກກະວີເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກ ປະພັນລາວ ໄດ້ໃຫ້ຮູ້ວ່າ: ເພື່ອສະ ເຫລີມສະຫລອງ 3 ວັນປະຫວັດ ສາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນ ສະຖະປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະມາຄົມນັກປະພັນລາວ ໄດ້ຮັບ ການມອບໝາຍຈາກກະຊວງວັດ ທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບກົມວັນນະຄະດີ ແລະ ພິມ ຈຳໜ່າຍ ຈັດຕັ້ງການແຂ່ງຂັນກວດ ສອບບົດປະພັນວັນນະຄະດີໃນທົ່ວ ປະເທດຂຶ້ນ ໂດຍໄດ້ໂຄສະນາເຜີຍ ແຜ່ ແລະ ຊຸກຍູ້ປຸກລະດົມໃຫ້ບັນ ດານັກປະພັນ, ນັກກະວີໃນທົ່ວປະ ເທດສົ່ງບົດຂຽນປະເພດເລື່ອງສັ້ນ, ເລື່ອງຍາວ, ບົດບັນທຶກ, ບົດຫວນ ຄືນ, ບົດກາບກອນກະວີເຂົ້າມາ ແຂ່ງຂັນ ເພື່ອຊີງລາງວັນ. ຜ່ານ ການຊຸກຍູ້ ແລະ ປຸກລະດົມຢ່າງ ກວ້າງຂວາງໃນຄັ້ງນີ້, ໄດ້ມີນັກ ປະພັນ, ນັກກະວີສົ່ງບົດປະເພດ ຕ່າງໆເຂົ້າຮ່ວມການແຂ່ງຂັນ 258 ບົດ. ໃນນັ້ນ, ປະເພດບົດຮ້ອຍ ແກ້ວ 130 ບົດ ແລະ ບົດຮ້ອຍກອງ 128 ບົດ. ຜ່ານການແຂ່ງຂັນອັນດັບ 1 ໄດ້ ແກ່ເລື່ອງສັັ້ນ “ເງົາຂອງເວລາ” ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວິ “ຮັກຊາດຫອມແຜ່ນ ດິນ” ຂຽນໂດຍ ແກ້ວຈ່ອຍ ບົວ ສາມາດ; ອັນດັບ 2 ໄດ້ແກ່ເລື່ອງ ສັ້ນ “ຂອງຂວັນ” ຂຽນໂດຍ ອຸດົມ ຮອບຄອບ, ບົດບັນທຶກ “ປະລິນຍາ ມາຫາຊົນ” ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ “ບໍ່ໄດ້ຈັບປືນ ຮ່ວມສູ້ແຕ່ຂໍຈັບປາກກາຮ່ວມສ້າງ” ຂຽນໂດຍ ສະຫງວນສັກ ວັນໄຊ ຍະເດດ ແລະ ບົດກະວີ “ພັກນີ້” ຂຽນໂດຍ ບຸນມາ ຫອມສົມບັດ ແລະ ອັນດັບ 3 ໄດ້ແກ່ເລື່ອງສັ້ນ “ສ່ຽວຮັກສ່ຽວສັດຕູ” ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ “ຮອຍ ລະນຶກ” ຂຽນໂດຍ ບຸນເກີດ ຈັນທະ ວົງ, ບົດບັນທຶກ “ອິນຊີຄືນຖິ່ນ” ຂຽນໂດຍ ປະສົງ ວົງຄໍາຈັນ, ບົດ ກະວິ “ຮອຍຍິ້ມລູກຄວາມສຸກຂອງ ແມ່” ຂຽນໂດຍ ສະດັນຢູ ເພັດຊະ ຂປລ. ໃນວັນທີ 19 ມັງກອນ 2026 ນີ້, ຄະນະພັກ-ຄະນະບັນຊາ ກອງພົນທີ 2 ນໍາໂດຍສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ສະຫາຍ ພົນໂທ ຄຳລຽງ ອຸທະ ໄກສອນ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/194920/12026). ໃນໂອກາດນີ້, ສະຫາຍ ພົນ ຈັດຕະວາ ຄຳຜິວ ມະນີວົງ ໄດ້ຕາງ ໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງພົນທີ 2 ກ່າວອວຍພອນໄຊມາ ຍັງສະຫາຍ ພົນໂທ ຄຳລຽງ ອຸທະ ໄກສອນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນທັງສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນ ໜ້າທີ່ວຽກງານທີ່ພັກ-ລັດມອບ ໝາຍໃຫ້ສືບຕໍ່ນຳພາ-ຊີ້ນຳ ກອງທັບ ປະຊາຊົນລາວ ກໍຄື ກອງພົນທີ 2 ໃຫ້ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນ ໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາວດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະບັນຊາ ກອງພົນທີ 2 ທີ່ໄດ້ມາອວຍພອນໃນຄັ້ງນີ້. ພ້ອມ ທັງກ່າວອວຍພອນມາຍັງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ພ້ອມ ດ້ວຍຄະນະຕະຫລອດຮອດພະນັກ ງານ-ນັກຮົບທົ່ວກອງພົນທີ 2 ຈົ່ງ ມີສຸຂະພາບແຂງແຮງ, ພ້ອມກັນ ເຮັດສຳເລັດໜ້າທີ່ວຽກງານທີ່ພັກລັດມອບໝາຍໃຫ້, ສືບຕໍ່ນຳພາ-ຊີ້ ນໍາກອງພົນທີ 2 ໃຫ້ເຕີບໃຫຍ່ເຂັ້ມ ແຂງຍິ່ງໆຂຶ້ນ. ຂ່າວ: ອານຸພອນ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ( ຊ້າຍມື ) ຊົມເຊີຍວັນສ້າງຕັ້ງກອງທັບ...ົີັ້ັ້ັ ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ນັບແຕ່ກອງທັບ ໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຮັບພາລະອັນໜັກໜ່ວງ ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົ້ນທີ່ເໜືອກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດ ອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງ ບັນພະບຸລຸດ ແລະ ເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະ ເປັນກ້າວໆມາ. ໃນໄລຍະດຳເນີນພາລະກິດຕໍ່ສູ້ກູ້ຊາດ, ກອງທັບ ເຮົາເສີມຂະຫຍາຍໄດ້ທາດແທ້ປະຕິວັດອັນສູງສົ່ງ, ສາມາດຕີເອົາ ຊະນະສັດຕູຈາກບັ້ນຮົບນີ້ສູ່ບັ້ນຮົບໃໝ່ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ ຈົນສາມາດປົດປ່ອຍໃນທົ່ວປະເທດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະ ບອບໃໝ່ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ. ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: " ເວລາໃດກອງທັບ ກໍ່ນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນ, ຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນ ສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫລມຄົມຂອງ ພັກ" ຊຶ່ງໃນໄລຍະປະຕິບັດສອງໜ້າທີ່ຍຸດທະສາດ ແລະ ປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ; ກອງທັບເຮົາກໍໄດ້ປະຕິບັດແນວ ທາງປ້ອງກັນຊາດທົ່ວປວງຊົນຮອບດ້ານຂອງພັກ, ອອກແຮງປັບປຸງ ກໍ່ສ້າງທັງ 3 ປະເພດກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານເປັນ ຕົ້ນໄດ້ສ້າງກອງພັນນ້ອຍ, ກອງພັນໃຫຍ່, ກອງພົນ ແລະ ເຫລົ່າຮົບ ຕ່າງໆຂຶ້ນຫລາຍກົມກອງຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ກໍ່ໄດ້ສ້າງຕັ້ງ ວິທະຍາຄານ, ໂຮງຮຽນ ເພື່ອເປັນການຍົກລະດັບພະນັກງານນັກຮົບ ໃຫ້ມີຄວາມຮູ້ວິຊາສະເພາະທີ່ແນ່ນອນ; ສ່ວນກຳລັງທ້ອງຖິ່ນກໍ່ໄດ້ຮັບ ການປັບປຸງຍົກສູງຄຸນນະພາບທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງເປັນ ກ້າວໆມາ, ສາມາດປົກປັກຮັກສາປະເທດຊາດ ໄວ້ຢ່າງໝັ້ນຄົງສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ກອງທັບເຮົາ ໄດ້ຫັນທິດລົງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດ ຮອບດ້ານ ແລະ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນ ໄດ້ເປັນຢ່າງດີ; ພ້ອມທັງໄດ້ເປັນແບບຢ່າງໃນການເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະ ກ້າວ, ຊ່ວຍຫລຸດຜ່ອນການແບກຫາບຂອງຂັ້ນເທິງ; ເສີມຂະຫຍາຍ ສາຍພົວພັນຄວາມສາມັກຄີພິເສດອັນເປັນມູນເຊື້ອໃນການຮ່ວມມືຮອບ ດ້ານກັບກອງທັບບັນດາປະເທດສັງຄົມນິຍົມ, ຕັ້ງໜ້າພົວພັນຮ່ວມມືກັບ ກອງທັບບັນດາປະເທດອາຊຽນ ແລະ ກອງທັບບັນດາປະເທດເພື່ອນມິດ ອື່ນໆ. ເຖິງແນວໃດກໍດີ, ຕະຫລອດໄລຍະຜ່ານມາພາຍໃຕ້ການນໍາພາ ຂອງພັກ, ພະນັກງານ-ນັກຮົບ ໃນກອງທັບປະຊາຊົນລາວ ມີການເຕີບ ໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ເດັດ ດ່ຽວ, ພິລະອາດຫານບໍ່ຍອມຈໍານົນ “ຍາກປານໃດກໍບຸກ, ທຸກປານໃດ ກໍສູ້, ເຖິງຈະເສຍສະລະກໍບໍ່ຫວາດຫວັ່ນ, ຍາມໃດກໍຕອບສະໜອງຕາມ ຄວາມຮຽກຮ້ອງຂອງພັກດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ”, ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດ ທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ, ຍ້ອນແນວນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງ, ຖະໜອມຫອມຮັກ ແລະ ອູ້ມຊູຊ່ວຍເຫລືອຈາກປະຊາຊົນບັນດາເຜົ່າອັນໄດ້ເປັນບໍ່ເກີດຂອງ ກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ “ກອງທັບປະຊາຊົນລາວສົມແລ້ວ ທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ”. ຕະຫລອດໄລຍະ 77 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວ ຂອງກໍາລັງປະກອບອາວຸດພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວແມ່ນການທົດສອບອັນໃຫຍ່ຫລວງ, ການຕໍ່ສູ້ອັນລະອິດ ລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດ, ແຕ່ກໍປ່ຽມລົ້ນໄປດ້ວຍໄຊຊະນະ ສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ, ຢຶດອໍານາດໂດຍບໍ່ໃຊ້ສຽງປືນນັ້ນແມ່ນສິ່ງມະຫັດສະຈັນ ແລະ ບໍ່ແມ່ນເລື່ອງໄຝ່ຝັນທີ່ຈະໄດ້ມາຢ່າງງ່າຍດາຍແຕ່ມັນແມ່ນການຕໍ່ສູ້ອັນ ທໍລະຫົດອົດທົນ. ທັງໝົດນັ້ນ ແມ່ນຍ້ອນຄວາມເສຍສະລະ, ຄວາມພິລະ ອາດຫານບໍ່ຍອມຈໍານົນຂອງກອງທັບເຮົາ; ນໍ້າໃຈຮັກຊາດອັນດູດດື່ມ ຂອງກອງທັບ, ຂອງກໍາລັງປະຕິວັດ; ຄວາມຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ປະເທດຊາດຂອງກອງທັບ; ການສະໜັບສະໜູນຊ່ວຍເຫລືອອຸ້ມຊູ, ດູແລເບິ່ງແຍງຂອງປະຊາຊົນລາວບັນດາເຜົ່າ. ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຢ່າງສຸດໃຈ ນໍ້າໃຈວັນທີ 20 ມັງກອນ ໝັ້ນຍືນ! ກໍຄື ປະກົດການຫຍໍ້ທໍ້ຕ່າງໆດ້ວຍ ຮູບການ ແລະ ວິທີການຕ່າງໆໄປ ພ້ອມໆກັບການຝຶກອົບຮົມ ແລະ ຫັດ ແອບໃຫ້ກໍາລັງ ປກຊ-ປກສ ເປັນ ແຕ່ລະໄລຍະໃນແຕ່ລະທ້ອງຖິ່ນ ເຮັດໃຫ້ທົ່ວແຂວງສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 6,3% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 18 ລ້ານກວ່າກີບຕໍ່ປີ. ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບ ປະມານໄດ້ທັງໝົດ 351 ຕື້ກວ່າກີບ ເທົ່າກັບ 121% ຂອງແຜນດັດແກ້. ການສໍາຫລວດພົນລະເມືອງໃນທົ່ວ ແຂວງແມ່ນສໍາເລັດໂດຍພື້ນຖານ, ຊຶ່ງຕາມຂໍ້ມູນດັ່ງກ່າວ ທົ່ວແຂວງ ມີທັງໝົດ 84.957 ຄົວເຮືອນ, ພົນລະເມືອງ 424.796 ຄົນ, ຍິງ 211.375 ຄົນ, ທຽບໃສ່ 5 ປີ ກ່ອນ ແມ່ນຫລຸດລົງ; ໄດ້ເອົາໃຈໃສ່ໃນ ການຊຸກຍູ້ ແລະ ສົ່ງເສີມການປູກການລ້ຽງຂອງປະຊາຊົນໃຫ້ຫລາຍ ຂຶ້ນ ຊຶ່ງການປູກເຂົ້ານາປີປະຕິບັດ ໄດ້ 81.042 ເຮັກຕາ ເທົ່າກັບ 88,4% ຂອງແຜນການ, ເກັບກູ້ ຜົນຜະລິດໄດ້ 310.298 ໂຕນ; ປູກ ພືດລະດູແລ້ງ ໄດ້ 8.476 ເຮັກຕາ ເທົ່າກັບ 92% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 64.300 ໂຕນ; ການຜະລິດພືດສະບຽງອາຫານ (ໝາກເຜັດ, ໝາກເຂືອ, ພືດ-ຜັກ ແລະ ອື່ນໆ ປະຕິບັດໄດ້ 15.693 ເຮັກຕາ, ຜົນຜະລິດໄດ້ 98.802 ໂຕນ; ການຜະລິດເປັນສິນຄ້າປະຕິ ບັດໄດ້ 6.722 ເຮັກຕາ, ຜົນຜະລິດ 128.000 ໂຕນ, ສ່ວນການຜະລິດ ຊີ້ນ, ໄຂ່ ແລະ ປາ ແມ່ນສາມາດ ຕອບສະໜອງການບໍລິໂພກພາຍໃນ ໄດ້ໂດຍພື້ນຖານ. ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນການນໍາພາ-ຊີ້ນໍາຂອງຄະນະ ບໍລິຫານງານພັກແຂວງໃນໄລຍະ ຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ຄະ ນະພັກແຕ່ລະຂັ້ນເອົາໃຈໃສ່ຫັນລົງ ກໍ່ສ້າງຮາກຖານການເມືອງໃຫ້ ແຂງແຮງ; ສືບຕໍ່ຍູ້ແຮງການຜະລິດ ຂອງປະຊາຊົນ, ທັງມີວຽກເຮັດ ງານທໍາ ເພື່ອສ້າງລາຍຮັບເຮັດໃຫ້ ຊີວິດການເປັນຢູ່ຂອງເຂົາເຈົ້ານັບ ມື້ດີຂຶ້ນ; ເອົາໃຈໃສ່ປັບປຸງກໍ່ສ້າງ ພັກ-ພະນັກງານ ແລະ ອົງການ ປົກຄອງທ້ອງຖິ່ນໃຫ້ມີຄວາມໜັກ ແໜ້ນ-ເຂັ້ມແຂງ; ສືບຕໍ່ແກ້ໄຂໜໍ່ ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ ສະຫງົບ ດ້ວຍຫລາຍມາດຕະການ, ຫລາຍວິທີການຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ເພີ່ມທະວີການ ນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະ ກຳມະການ ປກຊ-ປກສ ແຕ່ລະ ຂັ້ນຕໍ່ວຽກງານ ປກຊ-ປກສ ໃຫ້ ແຂງແຮງ ແລະ ເປັນປົກກະຕິ, ສືບ ຕໍ່ການພົວພັນຮ່ວມມືກັບບັນດາປະ ເທດອ້ອມຂ້າງ ແລະ ເພື່ອນມິດຕາມ ແນວທາງຂອງພັກ. ໃນວັນດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ ເດີນທາງໄປພົບປະໂອ້ລົມຕໍ່ການ ນຳ ແລະ ພະນັກງານຫລັກແຫລ່ງ ໄປທີ່ມີມາດຕະຖານຄົບຖ້ວນຕາມ ກົດໝາຍ. ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງເປັນພາກສ່ວນໜຶ່ງໃນການ ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ບຸກຄະລາກອນໃນລະບົບການ ເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມເຂັ້ມແຂງ, ໜັກ ແໜ້ນສາມາດປະຕິບັດໜ້າທີ່ການ ເມືອງໃນໄລຍະໃໝ່ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນ. ສະນັ້ນ, ການເລືອກຕັ້ງແມ່ນ ໜ້າທີ່ການເມືອງ, ເປັນຄວາມຮັບ ຜິດຊອບຂອງພັກ, ລັດ, ພາກສ່ວນ ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນ ເພື່ອປະກອບສ່ວນເຂົ້າໃນການ ກະກຽມ ແລະ ດໍາເນີນການເລືອກ ຕັ້ງພ້ອມທັງປຸກລະດົມປະຊາຊົນ ລາວບັນດາເຜົ່າເຂົ້າຮ່ວມໃຫ້ເປັນ ຂະບວນຟົດຟື້ນ, ຖືເອົາການເລືອກ ຕັ້ງເປັນປາງບຸນໃຫຍ່ຂອງຊາດ ດໍາ ເນີນໄປດ້ວຍບັນຍາກາດເບີກບານ ມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງ ຕາມກົດໝາຍເຮັດໃຫ້ການເລືອກຕັ້ງ ບັນລຸຜົນສໍາເລັດຕາມຄາດໝາຍທີ່ ວາງໄວ້. ລະດັບຊາດ, ປະທານຄະນະກໍາມະ ການຕ້ານການຄ້າມະນຸດ ກະຊວງ ສາທາລະນະສຸກ ແລະ ທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມ ໃຫຍ່ຕໍາຫລວດ, ຫົວໜ້າກອງເລຂາ ຄະນະກໍາມະການຕ້ານການຄ້າມະ ນຸດລະດັບຊາດ ກະຊວງປ້ອງກັນ ຄວາມສະຫງົບ, ມີຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຍົກບັນ ຫາ, ສິ່ງທ້າທາຍໃນການຈັດຕັ້ງ ປະຕິບັດວຽກງານຕ້ານການຄ້າ ມະນຸດໃນໄລຍະຜ່ານມາ ແລະ ວິທີ ການແກ້ໄຂໃນຕໍ່ໜ້າ ຊຶ່ງໃນໄລຍະ ຜ່ານມາຂະບວນການຄ້າມະນຸດ ເຫັນວ່າມີການຫລອກລວງ, ການ ບັງຄັບທາງດ້ານອື່ນໆເປັນຕົ້ນການ ທຳຮ້າຍທາງດ້ານຮ່າງກາຍ ແລະ ຈິດໃຈດ້ວຍຫລາຍຮູບ, ຫລາຍແບບ ເຊັ່ນ: ການໝັ້ນໝາຍ ຫລື ການ ແຕ່ງດອງແອບແຝງ, ການຂູດຮີດ ແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ, ຄ້າປະເວນີ, ການໃຫ້ຖືພາແທນ, ການເອົາເດັກໄປເປັນລູກລ້ຽງແບບ ແອບແຝງ ແລະ ອື່ນໆ ເຮັດໃຫ້ເປັນ ຄະນະພັກ ແລະ ຄະນະກຳມະການ ເລືອກຕັ້ງແຕ່ລະຂັ້ນຕ້ອງເອົາໃຈ ໃສ່ນໍາພາແນວຄິດຕິດພັນກັບການ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍສຸມໃສ່ສຶກສາອົບຮົມ ແລະ ໂຄ ສະນາເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ, ຜູ້ ປະກອບການ ແລະ ປະຊາຊົນລາວ ບັນດາເຜົ່າເຂົ້າໃຈຢ່າງເລິກເຊິ່ງຕໍ່ ແລະ ເຫັນແຈ້ງບາງບັນຫາສຳຄັນ ຄື: ເຫັນແຈ້ງບົດບາດການນຳພາ ອັນຖືກຕ້ອງຂອງພັກ, ການຄຸ້ມຄອງ ຂອງລັດ ເປັນຕົ້ນທາງອອກເພື່ອ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເມືອງຕະໂອ້ຍ, ພ້ອມທັງຢ້ຽມຢາມ ໂຄງການພັດທະນາຂອງເມືອງ ແລະ ໄດ້ມອບງົບປະມານຈໍານວນ ໜຶ່ງໃຫ້ແກ່ອໍານາດການປົກຄອງ ຈໍານວນ 5 ບ້ານຂອງເມືອງຕະ ໂອ້ຍ ເພື່ອນໍາໃຊ້ເຂົ້າເປັນກອງທຶນ ພັດທະນາພາຍໃນບ້ານຕື່ມອີກ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ລາດ ແລະ ບົດກະວິ “ສານສັ່ງຈາກ ປະທານ ໄກສອນ ພົມວິຫານ” ຂຽນ ໂດຍ ໄພວອນ ນັນທະວົງ. ນອກນັ້ນ, ຍັງມີຜູ້ທີ່ໄດ້ຮັບລາງວັນຊົມເຊີຍອີກ 30 ຄົນ. ສຳລັບຜູ້ທີ່ໄດ້ຮັບລາງວັນທີ 1 ໄດ້ຮັບເງິນສົດ 10 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດ 5 ລ້ານ ກີບ, ອັນດັບ 3 ໄດ້ຮັບເງິນສົດ 3 ລ້ານກີບ ແລະ ລາງວັນຊົມເຊີຍໄດ້ ຮັບເງິນສົດລາງວັນລະ 1 ລ້ານກີບ ໃຫ້ກຽດມອບລາງວັນໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ຂ່າວ: ທະນູທອງ; ພາບ: ບຸນອູ້ມ ຜົນກະທົບ, ອັນຕະລາຍຕໍ່ຊີວິດ, ຮ່າງກາຍ, ສິດເສລິພາບ ແລະ ຊັບ ສິນຂອງບຸກຄົນ. ຢ່າງໃດກໍຕາມກະຊວງສາທາ ລະນະສຸກ ມີບົດບາດໃນການຊ່ວຍ ເຫລືອ, ກວດ ແລະ ຢັ້ງຢືນທາງດ້ານ ສຸຂະພາບໃຫ້ແກ່ຜູ້ຖືກເຄາະຮ້າຍ ເພື່ອສາມາດນໍາໄປເປັນຫລັກຖານ ໃນການດໍາເນີນຄະດີ ແລະ ຂະບວນ ການຍຸຕິທໍາໄດ້. ນອກນັ້ນ, ກໍຊ່ວຍ ປີ່ນປົວຟື້ນຟູທາງດ້ານຮ່າງກາຍ ແລະ ຈິດໃຈໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍ ສາມາດກັບຄືນໄປໃຊ້ຊິວິດແບບຄົນ ປົກກະຕິທົ່ວໄປໄດ້. ຂໍ້ມູນ-ພາບ: ສູນຂ່າວສານການແພດ ເສດຖະກິດ-ການເງິນ ແລະ ບັນຫາ ອື່ນໆໃນຂອບເຂດທົ່ວປະເທດ ກໍຄື ໃນແຕ່ລະທ້ອງຖິ່ນ, ຊີ້ໃຫ້ເຫັນຜົນ ງານ, ຜົນສໍາເລັດໃນການແກ້ໄຂ ຄວາມຫຍຸ້ງຍາກດັ່ງກ່າວ; ເຫັນ ແຈ້ງຜົນງານອັນໃຫຍ່ຫລວງໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ກໍຄື ຂອງ ແຕ່ລະທ້ອງຖິ່ນໃນໄລຍະ 50 ປີ ຜ່ານມາ ແລະ ທິດທາງວຽກງານ ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ແລະ ແຕ່ລະທ້ອງຖິ່ນ ໃນຕໍ່ໜ້າ; ເຫັນແຈ້ງຄວາມສຳຄັນ ແລະ ຄວາມຈໍາເປັນໃນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ແມ່ນການເສີມ ຂະຫຍາຍສິດປະຊາທິປະໄຕຂອງ ປະຊາຊົນລາວບັນດາເຜົ່າທີ່ເປັນ ສິດສຳຄັນພື້ນຖານ ເພື່ອເລືອກຕັ້ງ ເອົາຕົວແທນຂອງຕົນເຂົ້າໃນສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ເປັນເປັນການປະກອບສ່ວນ ສຳຄັນເຂົ້າໃນການປັບປຸງ, ບູລະນະ ລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນແຕ່ສູນກາງລົງຮອດ ທ້ອງຖິ່ນ, ຮາກຖານໃຫ້ໜັກແໜ້ນ, ເຂັ້ມແຂງ; ເຫັນແຈ້ງກົນອຸບາຍຫັນ ປ່ຽນໂດຍສັນຕິຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກທີ່ນຳໃຊ້ ສື່ສັງຄົມອອນລາຍໂຄສະນາແບ່ງ ແຍກ, ປັ່ນປ່ວນ, ໃສ່ຮ້າຍປ້າຍສີ ຕ່າງໆຫວັງມ້າງເພທຳລາຍ ແລະ ໂຄ່ນລົ້ມລະບອບໃໝ່ຂອງພວກ ເຮົາ. ພ້ອມກັນນັ້ນ, ເອົາໃຈໃສ່ແກ້ໄຂ ຈຸດອ່ອນ, ຊ່ອງວ່າງພາຍໃນຢູ່ແຕ່ ລະບ່ອນໃຫ້ທັນເວລາ; ເຫັນແຈ້ງ ມູນເຊື້ອຮັກຊາດຂອງແຕ່ລະຊົນເຜົ່າ ແລະ ມູນເຊື້ອແຫ່ງຄວາມສາມັກຄີ ປອງດອງລະຫວ່າງຊົນເຜົ່າ ເພື່ອ ເພີ່ມທະວີຄວາມເປັນປຶກແຜ່ນ ແລະ ກຳລັງແຮງຂອງຊາດ; ເຫັນແຈ້ງ ສິດ ແລະ ພັນທະຂອງພົນລະເມືອງ ເປັນຕົ້ນຕໍ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ມີຄວາມຕື່ນຕົວສະໝັກ ໃຈໄປໃຊ້ສິດໃນວັນເລືອກຕັ້ງໃຫ້ ໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງ ຕາມລະບຽບການເລືອກຕັ້ງ; ເຫັນ ແຈ້ງຜົນສຳເລັດໃນການດໍາເນີນ ກອງປະຊຸມໃຫຍ່ຂອງອົງຄະນະ ພັກແຕ່ລະຂັ້ນ ແລະ ກອງປະຊຸມ ໃຫຍ່ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຜົນສຳເລັດທີ່ ສໍາຄັນໃນການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ວາງທິດທາງສືບຕໍ່ເພີ່ມທະວີບົດ ບາດນຳພາຂອງພັກ ໃນໄລຍະແຕ່ນີ້ ຮອດປີ 2030 ກໍຄື ຫລັງປີ 2030. ຂ່າວ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==