ຍອດຜູ້ເສຍຊີວິດ ຈາກເຫດລົດໄຟຕຳກັນ ໃນ ແອັດສະປາຍ ເສຍຊີວິດເກືອບ 40 ຄົນ

20/01/2026 13:17
ຂປລ ຍອດຜູ້ເສຍຊີວິດ ຈາກ ລົດໄຟ ຄວາມໄວສູງ ຕຳກັນ ໃນ ແອັດສະປາຍ ເພີ່ມຂຶ້ນເປັນ 39 ຄົນ ແລະ ຍັງມີຜູ້ບາດ 123 ຄົນ, ໃນຈຳນວນນີ້ 24 ຄົນ ມີອາການ ບາດເຈັບໜັກ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ມາດຼິດ ປະເທດ ແອັດສະປາຍ, ວັນທີ 19 ມັງກອນ ວ່າ: ຍອດຜູ້ເສຍຊີວິດ ຈາກ ລົດໄຟ ຄວາມໄວສູງ ຕຳກັນ ໃນ ແອັດສະປາຍ ເພີ່ມຂຶ້ນເປັນ 39 ຄົນ ແລະ ຍັງມີຜູ້ບາດ 123 ຄົນ, ໃນຈຳນວນນີ້ 24 ຄົນ ມີອາການ ບາດເຈັບໜັກ. ສາເຫດເກີດຈາກ ລົດໄຟຂະບວນໜຶ່ງ ຊຶ່ງແລ່ນມາ ຈາກເມືອງ ມາລາກາ ທາງພາກໃຕ້ ຂອງ ແອັດສະປາຍ ໄດ້ມຸ່ງໜ້າໄປສູ່ ນະຄອນຫລວງ ມາດຼິດ ທີ່ຢູ່ທາງ ພາກກາງ ໄດ້ເກີດຕົກລາງ ໃກ້ກັບ ເມືອງ ມາດາມຸສ ແລະ ຕົກຂ້າມໄປຍັງ ອີກລາງໜຶ່ງ ຈົນເຮັດໃຫ້ ຕຳກັບ ລົດໄຟ ຄວາມໄວສູງອີກຂະບວນໜຶ່ງ ທີ່ແລ່ນສວນທາງມາ ເປັນເຫດໃຫ້ ລົດໄຟຂະບວນທີສອງ ກໍຕົກລາງເຊັ່ນກັນ. ສ່ວນສາເຫດຕົ້ນຕໍ ພວມຢູ່ໃນລະຫວ່າງ ການສືບສວນ ສອບສວນ ຂອງເຈົ້າໜ້າທີ່./

KPL

ຂ່າວອື່ນໆ

ads
ads

Top