ຂປລ
ທະນາຄານ ປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນ ເປີດເຜີຍວ່າ: ທະນາຄານປະຊາຊົນຈີນ ກັບ ທະນາຄານກາງ ການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາລະຫວ່າງ ສອງຝ່າຍ, ດ້ວຍຍອດມູນຄ່າ ບັນລຸເຖິງ 200 ຕື້ຢວນ
ຂປລ. ວິທະຍຸໂທລະພາບ ສູນກາງ ຈີນ (CMG), ເມື່ອບໍ່ດົນມານີ້, ທະນາຄານ ປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນ ເປີດເຜີຍວ່າ: ທະນາຄານປະຊາຊົນຈີນ ກັບ ທະນາຄານກາງ ການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາລະຫວ່າງ ສອງຝ່າຍ, ດ້ວຍຍອດມູນຄ່າ ບັນລຸເຖິງ 200 ຕື້ຢວນ, ສັນຍາສະບັບດັ່ງກ່າວ ມີຜົນບັງຄັບໃຊ້ ໃນໄລຍະ 5 ປີ ແລະ ສາມາດຂະຫຍາຍ ອອກໄປໄດ້ ໂດຍອີງຕາມ ຄວາມເຫັນດີຂອງສອງຝ່າຍ.
ການທີ່ທະນາຄານກາງ ສອງປະເທດ ເພີ່ມທະວີຮ່ວມມືກັນ ຕໍ່ສັນຍາແລກປ່ຽນ ເງິນຕາອີກຄັ້ງໜຶ່ງ ແມ່ນມີຜົນດີໃນການ ເປີດກວ້າງ ການນຳໃຊ້ ເງິນຕາ ລະຫວ່າງ ຈີນ-ການາດາ ເພື່ອສົ່ງເສີມ ການຄ້າ ແລະ ການລົງທຶນ ໃຫ້ມີຄວາມສະດວກສະບາຍ, ພ້ອມທັງ ເປັນການ ປົກປັກຮັກສາ ຄວາມໝັ້ນທ່ຽງ ດ້ານການທະນາຄານອີກດ້ວຍ./
KPL