ຂປລ
ຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ປ່າ ທີ່ລຸກລາມຢ່າງຮຸນແຮງ ທາງພາກກາງ ແລະ ພາກໃຕ້ຂອງປະເທດ ເພີ່ມຂຶ້ນເປັນ 18 ຄົນ ແລະ ຕ້ອງອົບພະຍົບ ປະຊາຊົນອີກ ຫລາຍກວ່າ 50.000 ຄົນ, ຄາດວ່າຈຳນວນ ຜູ້ເສຍຊີວິດ ຈະເພີ່ມຂຶ້ນສູງອີກ.
ຂປລ. ສຳນັກຂ່າວ ອິນໂຟເຄວສ, ທ່ານ ກາບຣິເອລ ໂບຣິສ ປະທານາທິບໍດີ ຊີເລ ກ່າວໃຫ້ສຳພາດ ຕໍ່ກັບ ນັກຂ່າວ ໃນຂະນະທີ່ ລົງໄປຢ້ຽມຢ້າມ ເມືອງ ກອນເຊບຊີອອນ ໃນແຄວ້ນບີໂອບີ ທາງພາກໃຕ້ ຂອງ ນະຄອນຫລວງ ຊານຈີອາໂກ ວ່າ: ເມື່ອບໍ່ດົນມານີ້ວ່າ: ຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ປ່າ ທີ່ລຸກລາມຢ່າງຮຸນແຮງ ທາງພາກກາງ ແລະ ພາກໃຕ້ຂອງປະເທດ ເພີ່ມຂຶ້ນເປັນ 18 ຄົນ ແລະ ຕ້ອງອົບພະຍົບ ປະຊາຊົນອີກ ຫລາຍກວ່າ 50.000 ຄົນ, ຄາດວ່າຈຳນວນ ຜູ້ເສຍຊີວິດ ຈະເພີ່ມຂຶ້ນສູງອີກ.
ຈາກການປະເມີນ ເບື້ອງຕົ້ນ ພົບວ່າ ໂດຍສະເພາະ ໃນແຄວ້ນບີໂອບີໂອ ມີເຮືອນຊານ ຖືກໄຟໄໝ້ ເສຍຫາຍປະມານ 300 ຫລັງ,ໂດຍຄາດວ່າ ຍອດຄວາມເສຍຫາຍລວມ ອາດຈະເພີ່ມສູງກວ່າ 1.000 ຫລັງ.
ທາງການ ຊີເລ ໄດ້ປະກາດ ພາວະສຸກເສີນ ໃນເຂດເທດສະບານ ເປນໂກ ຊາຊີມຽນໂຕ ແລະ ລາຮາ, ໃນຂະນະທີ່ ລີຣເກນ ໄດ້ຮັບຜົນກະທົບ ໜັກທີ່ສຸດ ຈາກ ໄຟໄໝ້ປ່າ ເຊິ່ງເຜົາຜານພື້ນທີ່ີ ໄປປະມານ 80% , ໄດ້ມີການປະກາດ ພາວະສຸກເສີນໄປແລ້ວ ແບບບໍ່ມີກຳນົດ. ໂດຍຂໍ້ມູນ ຈາກ ອົງການປ່າໄມ້ ແຫ່ງຊາດ ລະບຸວ່າ, ປັດຈຸບັນ ໄຟໄໝ້ປ່າ ທີ່ ຍັງລຸກລາມຢູ່ 14 ຈຸດ ພາຍໃຕ້ການເຕືອນໄພ ລະດັບ ສີແດງ ຢຸ່ພື້ນທີ່ປ່າ ທົ່ວປະເທດ, ຖືກເຜົາຜານໄປກວ່າ 24.000 ເຮັກຕາ, ໂດຍຈຸດທີ່ຮຸນແຮງ ທີ່ສຸດ ໃນເມືອງກອນເຊບ ຊີອອນ ຊຶ່ງເຜົາພື້ນທີ່ປ່າໄປກວ່າ 10.000 ເຮັກຕາ./
KPL