ຂປລ
ຈີນ ໄດ້ອອກ ນະໂຍບາຍ ແລະ ມາດຕະການຕ່າງໆ ດ້ານການພັດທະນາ ປັນຍາປະດິດ (AI), ພ້ອມດຽວກັນນີ້, ທ້ອງຖິ່ນຕ່າງໆ ຂອງ ຈີນ ໄດ້ເລັ່ງຊຸກຍູ້ການປະດິດສ້າງ ດ້ານການເຊື່ອມໂຍງ ເຂົ້າກັນ ລະຫວ່າງ “ ເອໄອ ກັບ ອຸດສາຫະກໍາ ການຜະລິດ”,
ຂປລ. ວິທະຍຸໂທລະພາບ ສູນກາງ ຈີນ (CMG): ໃນຕົ້ນປີ 2026, ຈີນ ໄດ້ອອກ ນະໂຍບາຍ ແລະ ມາດຕະການຕ່າງໆ ດ້ານການພັດທະນາ ປັນຍາປະດິດ (AI), ພ້ອມດຽວກັນນີ້, ທ້ອງຖິ່ນຕ່າງໆ ຂອງ ຈີນ ໄດ້ເລັ່ງຊຸກຍູ້ການປະດິດສ້າງ ດ້ານການເຊື່ອມໂຍງ ເຂົ້າກັນ ລະຫວ່າງ “ ເອໄອ ກັບ ອຸດສາຫະກໍາ ການຜະລິດ”, ຈາກການຍົກລະດັບ ຕ່ອງໂສ້ ອຸດສາຫະກໍາ ຢ່າງພ້ອມພຽງກັນ ລວມຮອດ ການເພີ່ມ ປະສິດທິພາບ ໃຫ້ແກ່ ວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍ ຢ່າງຖືກເປົ້າໝາຍ, ເຕັກໂນໂລຊີ ເອໄອ ພວມເຊື່ອມໂຍງ ເຂົ້າໃນ ຂັ້ນຕອນຕ່າງໆ ໃນອຸດສາຫະກໍາການຜະລິດຂອງຈີນ ຢ່າງຮອບດ້ານ.
ປີນີ້, ຈີນ ຈະຊຸກຍູ້ຮູບແບບ ເອໄອ ຂະໜາດໃຫຍ່ ໃນທົ່ວໄປ 3-5 ຮູບແບບໃຫ້ໄດ້ ຮັບການ ປະຍຸກໃຊ້ຢ່າງເລິກເຊິ່ງ ໃນຂົງເຂດ ອຸດສາຫະກໍາ ການຜະລິດ ເພື່ອສ້າງ ເປັນຮູບແບບ ເອໄອ ຂະໜາດໃຫຍ່ ດ້ານອຸດສາຫະກໍາ ທີ່ມີເອກະລັກ ພິເສດ ແລະ ປົກຄຸມ ອຸດສາຫະກໍາຕ່າງໆ ແບບຄົບວົງຈອນ, ສ້າງເປັນ ຫົວໜ່ວຍ ອຸດສາຫະກໍາ ແບບອັດສະລິຍະ ທີ່ມີ ຄຸນນະພາບສູງ ຈໍານວນໜຶ່ງ, ພ້ອມທັງ ເລັ່ງບໍາລຸງສ້າງ ວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍ ທີ່ມີລັກສະນະເຈາະຈົງ, ດີເລີດ, ພິເສດ ແລະ ຮູບແບບໃໝ່ຈໍານວນໜຶ່ງ.
ນອກຈາກນັ້ນ ຈີນ ຍັງຈະເລັ່ງຊຸກຍູ້ ການປະສານ ສົມທົບ ລະຫວ່າງ ການຊອກຫາ ໂອກາດ ການປະຍຸກໃຊ້ ເອໄອ ແລະ ການສ້າງ ໂອກາດ ການປະຍຸກໃຊ້ ເອໄອ ເຂົ້າໃນ ອຸດສາຫະກໍ ການຜະລິດ, ເພື່ອເລັ່ງຊຸກຍູ້ ການພັດທະນາ ແບບເຊື່ອມໂຍງ ເຂົ້າກັນ ລະຫວ່າງ ເອໄອ ກັບ ຂະແໜງການ ອຸດສາຫະກໍາ ການຜະລິດ./
KPL