ສະຖານທູດ ສ.ອາເມລິກາ ອອກຖະແຫລງການຢຸດຕິ ວິຊ່າຖາວອນ ສຳລັບ 75 ປະເທດທົ່ວໂລກ

20/01/2026 11:56
ຂປລ ກະຊວງການ ຕ່າງປະເທດ ສ.ອາເມລິກາ ໄດ້ອອກຖະແຫລງການ ກ່ຽວກັບ ການຢຸດຕິ ອອກວິຊ່າຖາວອນ (Immigrant Visa) ສຳລັບ 75 ປະເທດທົ່ວໂລກ. ຍ້ອນວ່າ ມີຜູ້ອົບພະຍົບ ເຂົ້າມາ ນຳໃຊ້ ສະຫວັດດີການ ຂອງ ຊາວ ສ.ອາເມລິກາ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງການ ຕ່າງປະເທດ ສ.ອາເມລິກາ ໄດ້ອອກຖະແຫລງການ ກ່ຽວກັບ ການຢຸດຕິ ອອກວິຊ່າຖາວອນ (Immigrant Visa) ສຳລັບ 75 ປະເທດທົ່ວໂລກ. ຍ້ອນວ່າ ມີຜູ້ອົບພະຍົບ ເຂົ້າມາ ນຳໃຊ້ ສະຫວັດດີການ ຂອງ ຊາວ ສ.ອາເມລິກາ ໃນລະດັບ ເກີນກວ່າ ຈະຍອມຮັບໄດ້. ການຢຸດຕິໃນຄັ້ງນີ້ ມີຜົນຕໍ່ໄປ ຈົນກວ່າ ສ.ອາເມລິກາ ຈະສາມາດໝັ້ນໃຈວ່າ ຜູ້ອົບພະຍົບໃໝ່ ຈະບໍ່ເຂົ້າມາບັງບຽດ ເອົາຄວາມໝັ້ນຄົງໄປ ຈາກ ສ.ອາເມລິກາ.

ໂດຍກະຊວງ ການຕ່າງປະເທດ ຈະຢຸດຕິ ຂະບວນການພິຈາລະນາ ການອອກວິຊ່າ ຖາວອນ ສຳລັບ ຜູ້ເດີນທາງຈາກ 75 ປະເທດ, ຊຶ່ງຈະເລີ່ມຕັ້ງແຕ່ ວັນທີ 21 ມັງກອນນີ້. ໃນຂະນະດຽວກັນ, ທາງກະຊວງກ່ຽວຂ້ອງ ໄດ້ສັ່ງການໃຫ້ ສະຖານທູດ ສ.ອາເມລິກາ ປະຕິເສດ ການອກວິຊ່າ ຕາມກົດໝາຍ ທີ່ມີຢູ່ ໃນປັດຈຸບັນ,  ລະຫວ່າງ ທາງກະຊວງດັ່ງກ່າວ ພວມທົບທວນ ຂັ້ນຕອນ ການດຳເນີນງານໃໝ່ ແຕ່ບໍ່ມີການລະບຸ ກອບເວລາ ທີ່ແນ່ນອນ. ຢ່າງໃດກໍ່ຕາມ ການຢຸດຕິ ອອກວິຊ່າ ໃນຄັ້ງນີ້ ມີຜົນຕໍ່ຜູ້ທີ່ຕ້ອງການ ອາໄສ ແລະ ເຮັດວຽກ ໃນສ.ອາເມລິກາ ຢ່າງຖາວອນເທົ່ານັ້ນ ບໍ່ຄວບຄຸມນັກທ່ອງທ່ຽວ ຫລື ແຮງງານຊົ່ວຄາວ./

KPL

ຂ່າວອື່ນໆ

ads
ads

Top