ຂປລ
ຂປລ. ບຸນກອງເຂົ້າເມືອງສັງທອງ ແຂວງວຽງຈັນ ຈະຈັດຂຶ້ນລະຫວ່າງ ວັນທີ 16-18 ມັງກອນ 2026 ຈຸດປະສົງ ກໍເພື່ອອະນຸລັກຮັກສາສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ ກໍຄືປະຊາຊົນຊາວເມືອງສັງທອງ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ຄຽງຄູ່ກັບຄົນລາວ, ຊາດລາວ ກໍຄືຊາວເມືອງສັງທອງ

ຂປລ. ບຸນກອງເຂົ້າເມືອງສັງທອງ ແຂວງວຽງຈັນ ຈະຈັດຂຶ້ນລະຫວ່າງ ວັນທີ 16-18 ມັງກອນ 2026 ຈຸດປະສົງ ກໍເພື່ອອະນຸລັກຮັກສາສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ ກໍຄືປະຊາຊົນຊາວເມືອງສັງທອງ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ຄຽງຄູ່ກັບຄົນລາວ, ຊາດລາວ ກໍຄືຊາວເມືອງສັງທອງໃຫ້ມີຄວາມໂດດເດັ່ນສູງຂຶ້ນ ແລະ ເປັນທີ່ຮູ້ຈັກຂອງສັງຄົມ; ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ໄດ້ຮັບການພັດທະນາຍົກລະດັບຂຶ້ນ ແນໃສ່ການດຶງດູດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວເມືອງສັງທອງນັບມື້ນັບຫລາຍຂຶ້ນ.

ທ່ານ ຄໍາປະເສີດ ບຸດດາວົງ ຄະນະປະຈໍາພັກ ຮອງຄະນະກໍາມະການອົງການປົກຄອງ ເມືອງສັງທອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການຈັດງານບຸນປະເພນີເຂົ້າຫອມສັງທອງ ແລະ ຕະຫລາດນັດວາງສະແດງຂາຍສິນຄ້າ ປະຈໍາປີ 2026 ແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-18 ມັງກອນ 2026 ນີ້, ເປັນເວລາ 3 ວັນເຕັມ ໂດຍ ງານໃນປີນີ້ ນອກຈາກຈະໄດ້ເນັ້ນໃສ່ກິດຈະກຳທາງດ້ານສາສະໜາທີ່ເປັນຮີດຄອງປະເພນີອັນດີງາມແລ້ວ ຍັງຈະເນັ້ນໃສ່ການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວໃນງານໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ງານບຸນໃນຄັ້ງນີ້ມີສີສັນ ແລະ ເປັນທີ່ໜ້າປະທັບໃຈຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ ຄະນະຮັບຜິດຊອບການຈັດງານພວກເຮົາກໍ່ໄດ້ມີການຫ້າງຫາກະກຽມທາງດ້ານຄວາມພ້ອມຕ່າງໆ ໂດຍສະເພາະແມ່ນທາງດ້ານການປະດັບປະດາ-ຕົບແຕ່ງສະຖານທີ່ຈັດງານ ເປັນຕົ້ນແມ່ນການຕົບແຕ່ງ-ເອ້ຍ້ອງກອງເຂົ້າຫອມສັງທອງຈໍານວນ 5 ກອງ, ຖຽງນາ, ເລົ້າເຂົ້າ, ລານເຂົ້າ ແລະ ອື່ນໆ ທີ່ເປັນເອກະລັກຂອງເມືອງສັງທອງ ເຊິ່ງໃນປີນີ້ກໍ່ຈະມີຫລາຍລາຍການສະແດງ ແລະ ຫລາກຫລາຍກິດຈະກຳ ໂດຍສະເພາະແມ່ນການສະແດງສິລະປະວັນນະຄະດີ, ປະກວດນາງສາວເຂົ້າຫອມ, ປະກວດອາຫານພື້ນບ້ານ ແລະ ແຂ່ງຂັນກິລາມວນຊົນ. ພ້ອມດຽວກັນນັ້ນ ພາຍໃນງານບຸນ ຍັງຈະມີຕະຫລາດນັດຂາຍສິນຄ້າກະສິກຳ, ສິນຄ້າໂອດັອບ ແລະ ສິນຄ້າທົ່ວໄປຢ່າງຫລວງຫລາຍຕະຫລອດໄລຍະ 3 ມື້ 3 ຄືນ ເພື່ອໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວງານ ໄດ້ເບິ່ງໄດ້ຊິມອາຫານ ແລະ ແລກປ່ຽນຊື້-ຂາຍສິນຄ້າຈາກປະຊາຊົນພາຍໃນເມືອງຂອງພວກເຮົາ. ສໍາລັບ ຈຸດປະສົງຂອງງານບຸນໃນຄັ້ງນີ້ ຈຸດປະສົງ ກໍ່ເພື່ອອະນຸລັກຮັກສາສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ ກໍ່ຄືປະຊາຊົນຊາວເມືອງສັງທອງ ທີ່ໄດ້ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ຄຽງຄູ່ກັບຄົນລາວ, ຊາດລາວ ກໍຄືຊາວເມືອງສັງທອງໃຫ້ມີຄວາມໂດດເດັ່ນສູງຂຶ້ນ ແລະ ເປັນທີ່ຮູ້ຈັກຂອງສັງຄົມ; ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ໄດ້ຮັບການພັດທະນາຍົກລະດັບຂຶ້ນ ແນໃສ່ການດຶງດູດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວເມືອງສັງທອງນັບມື້ນັບຫລາຍຂຶ້ນ.

ເອົາເປັນວ່າທ່ານໃດທີ່ໄດ້ມາຢ້ຽມຢາມເມືອງສັງທອງ ແຂວງວຽງຈັນ ກໍບໍ່ຄວນພາດໃນການສໍາຜັດການດໍາລົງຊີວິດຂອງປະຊາຊົນ ແລະ ຊີມອາຫານແຊບ,ຊື້ເຄື່ອງກິນທໍາມະຊາດໄດ້ຮັບຮອງວ່າທ່ານຈະປະທັບໃຈ.
(ຂໍ້ມູນຈາກ ຂ່າວສານເມືອງສັງທອງ)
KPL