ຂປລ
ຂປລ. ໃນທ່າມກາງແສງແດດທີ່ອົບອຸ່ນຂອງເມືອງສະໜາມໄຊ, ແຂວງອັດຕະປື, ຜືນດິນທີ່ເຄີຍແຫ້ງແລ້ງ ແລະ ເຄີຍລໍຖ້າພຽງນ້ຳຝົນຕາມລະດູການຢູ່ບ້ານສົ້ມປ່ອຍ ໄດ້ຖືກເນລະມິດໃຫ້ກາຍເປັນທົ່ງໝາກໂມທີ່ຂຽວງາມສຸດສາຍຕາ.

ຂປລ. ໃນທ່າມກາງແສງແດດທີ່ອົບອຸ່ນຂອງເມືອງສະໜາມໄຊ, ແຂວງອັດຕະປື, ຜືນດິນທີ່ເຄີຍແຫ້ງແລ້ງ ແລະ ເຄີຍລໍຖ້າພຽງນ້ຳຝົນຕາມລະດູການຢູ່ບ້ານສົ້ມປ່ອຍ ໄດ້ຖືກເນລະມິດໃຫ້ກາຍເປັນທົ່ງໝາກໂມທີ່ຂຽວງາມສຸດສາຍຕາ. ໝາກໂມຢູ່ທີ່ນີ້ ບໍ່ໄດ້ເປັນພຽງແຕ່ໝາກໄມ້ທີ່ໃຫ້ຄວາມສົດຊື່ນເທົ່ານັ້ນ, ແຕ່ມັນຄື "ໝາກຜົນແຫ່ງຄວາມພາກພຽນ" ຂອງຄອບຄົວຕົວແບບ ທີ່ສາມາດພິສູດໃຫ້ສັງຄົມເຫັນວ່າ: ຄວາມຂະຫຍັນທີ່ຖືກທິດ ແລະ ການຮຽນຮູ້ທີ່ບໍ່ຢຸດຢັ້ງ ຄືກຸນແຈສຳຄັນໃນການປ່ຽນແປງຊີວິດຢ່າງຍືນຍົງ. ເໝືອນດັ່ງຄອບຄົວ ທ່ານ ຕຸ໋ຍ ອຸດທະເດດ ເຈົ້າຂອງສວນໝາກໂມ ບ້ານສົ້ມປ່ອຍ ເມືອງສະໜາມໄຊ ແຂວງອັດຕະປື.

ທ່ານ ຕຸ໋ຍ ອຸດທະເດດ ເຈົ້າຂອງສວນຕົວແບບໄດ້ໃຫ້ຮູ້ວ່າ: ແຕ່ກ່ອນຊີວິດຄອບຄົວແມ່ນພົບຄວາມຫຍຸ້ງຍາກຫລາຍ, ພວກເຮົາເຮັດນາພຽງຢ່າງດຽວ ເຊິ່ງຂຶ້ນກັບຟ້າຝົນເປັນຫລັກ, ປີໃດຝົນບໍ່ດີ ລາຍຮັບກໍແທບບໍ່ມີ, ໜີ້ສິນກໍເພີ່ມຂຶ້ນ ບໍ່ພໍກຸ້ມຕົນເອງ. ດ້ວຍຄວາມກົດດັນຈາກຄວາມທຸກຍາກດັ່ງກ່າວ ຕົນເອງຈຶ່ງໄດ້ຕັດສິນໃຈຖິ້ມຮອຍໄຖເກົ່າ ແລ້ວຫັນມາຈັບຊ້ວນບຸກເບີກເນື້ອທີ່ເກືອບ 4 ເຮັກຕາ ເພື່ອປູກໝາກໂມ, ແຕ່ການປ່ຽນແປງຄັ້ງນີ້ບໍ່ໄດ້ອາໄສພຽງແຕ່ດວງຊະຕາ, ຫາກແມ່ນການເອົາໃຈໃສ່ ແລະ ການນຳໃຊ້ວິທະຍາສາດເຕັກນິກເຂົ້າມາຊ່ວຍຢ່າງຈິງຈັງ ໂດຍປະສານສົມທົບຢ່າງໃກ້ຊິດກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງສະໜາມໄຊ. ພ້ອມນັ້ນກໍໄດ້ ເອົາໃຈໃສ່ໃນການບົວລະບັດຮັກສາແບບພິຖີພິຖັນ, ນຳໃຊ້ຝຸ່ນຄອກ, ນໍ້າສົ້ມຄວັນໄມ້ ເພື່ອຫລຸດຜ່ອນສານເຄມີ ແລະ ມີການຈັດການລະບົບນ້ຳທີ່ທັນສະໄໝ. ສິ່ງເຫລົ່ານີ້ເອງທີ່ເຮັດໃຫ້ໝາກໂມບ້ານສົ້ມປ່ອຍ ມີລົດຊາດຫວານ, ຊີ້ນແໜ້ນ ແລະ ເປັນທີ່ຕ້ອງການຂອງຕະຫລາດ.ໃນແຕ່ລະປີສາມາດເກັບກ່ຽວຜົນຜະລິດໄດ້ເຖິງ 21.000 ໜ່ວຍ, ສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍກວ່າ 200 ລ້ານກີບຕໍ່ປີ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ມີການພັດທະນາດີຂຶ້ນເປັນກ້າວໆ, ມີເຮືອນຊານທີ່ໝັ້ນຄົງຖາວອນ, ມີພາຫະນະຮັບໃຊ້ການຜະລິດ ແລະ ຊີວິດປະຈຳວັນ, ມີທຶນການສຶກສາໃຫ້ລູກເຕົ້າໄດ້ຮ່ຳຮຽນ ແລະ ອື່ນໆ . ພາຍຫລັງທີ່ຫັນມາເຮັດອາຊີບປູກໝາກໂມຂາຍເປັນສິນຄ້າເຫັນໄດ້ວ່າຊີວິດການເປັນຢູ່ຂອງຄອບຄົວແມ່ນດີຂຶ້ນຫລາຍເມື່ອທຽບໃສ່ກັບເມື່ອກ່ອນ.
ພ້ອມນີ້, ທ່ານ ຄໍາໃໝ່ ພົມມະວົງ ຮອງເລຂາພັກບ້ານສົ້ມປ່ອຍ ໄດ້ກ່າວດ້ວຍຮອຍຍິ້ມວ່າ: "ທ່ານ ຕຸ໋ຍ ບໍ່ໄດ້ພຽງແຕ່ເຮັດໃຫ້ຄອບຄົວຕົນເອງຮັ່ງມີຂຶ້ນ, ແຕ່ລາວຍັງເປັນ 'ແສງສະຫວ່າງ' ແລະ ແຮງບັນດານໃຈໃຫ້ແກ່ຊາວບ້ານຄົນອື່ນໆ. ດຽວນີ້ ໝາກໂມໄດ້ກາຍເປັນສັນຍະລັກ ແລະ ເປັນຄວາມພາກພູມໃຈຂອງບ້ານສົ້ມປ່ອຍເຮົາໄປແລ້ວ."
ໂດຍ: ຫັດສະດີ ສຸດດາວົງ
KPL