ມຽນມາ ຈັດການເລືອກຕັ້ງ ທົ່ວປະເທດໃນຮອບທີ 2

13/01/2026 16:37
ຂປລ ມຽນມາ ໄດ້ເລີ່ມເຂົ້າສູ່ ໃນໄລຍະທີ 2 ກ່ຽວກັບ ການເລືອກຕັ້ງ ທົ່ວປະເທດ ພາຍຫລັງ ເຫດການ ດ້ານການເມືອງ ເມື່ອປີ 2021 ຜ່ານມາ.

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 11 ມັງກອນ, ມຽນມາ ໄດ້ເລີ່ມເຂົ້າສູ່ ໃນໄລຍະທີ 2 ກ່ຽວກັບ ການເລືອກຕັ້ງ ທົ່ວປະເທດ ພາຍຫລັງ ເຫດການ ດ້ານການເມືອງ ເມື່ອປີ 2021 ຜ່ານມາ. ນີ້ແມ່ນ ເຫດການ ການເມືອງທີ່ສຳຄັນ  ເຊິ່ງຈັດຂຶ້ນຕາມ 3 ໄລຍະ, ໂດຍມີ ຫລາຍກ່ວາ 21.000 ສະຖານທີ່ ປ່ອນບັດ ໃນທົ່ວປະເທດ.

 ນັບແຕ່ເວລາ 6 ໂມງເຊົ້າ, ປະຊາຊົນ ມຽນມາ ໄດ້ເລິ່ມໄປປ່ອນບັດ ຢູ່ບັນດາຫົວໜ່ວຍ ເລືອກຕັ້ງ ຂຶ້ນກັບ 12 ໃນຈຳນວນ ທັງໝົດ 14 ເຂດ ແລະ ລັດ. ຄາດວ່າ ໃນຮອບປ່ອນບັດ ສຸດທ້າຍ ຈະຈັດຂຶ້ນ ໃນວັນທີ 25 ມັງກອນ ຢູ່ເທດສະບານ 265 ໃນຈຳນວນ 330 ແຫ່ງ, ໃນນັ້ນ, ມີບັນດາ ເຂດຍັງຂາດ ສະຖຽນລະພາບ. ການເລືອກຕັ້ງທົ່ວປະເທດ ມຽນມາ ໃນຄັ້ງນີ້ ໄດ້ມີການ ເຂົ້າຮ່ວມ ຂອງ 57 ພັກ ຝ່າຍການເມືອງ, ດ້ວຍຜູ້ມີສິດເລືອກຕັ້ງ ປະມານ 5000 ຄົນ ທີ່ຍາດແຍ່ງ ບັນດາທີ່ນັ່ງ ຢູ່ສະພາຕ່ຳ, ສະພາສູງ ແລະ ບັນດາອົງການ ຕຸລາການຂັ້ນລັດ ແລະ ເຂດ. ສະພາແຫ່ງຊາດ ສະຫະລັດໃໝ່ຈະເລືອກຕັ້ງ ປະທານາທິບໍດີ ຜູ້ທີ່ຈະສ້າງຕັ້ງລັດຖະບານໃໝ່./

KPL

ຂ່າວອື່ນໆ

ads
ads

Top