ຂປລ
ຂປລ. ຄໍລໍາ “ສົ່ງເສີມທຸລະກິດ” ສະບັບນີ້ ຜູ້ຂຽນຈະມາບັນດາທ່ານມາຮູ້ຈັກກັບຮ້ານເຂົ້າໜົມ ແລະ ຮ້ານກາເຟເປີດໃໝ່ ແຕ່ຄອງໃຈລູກຄ້າໄດ້ຢ່າງຕໍ່ເນື່ອງນັບແຕ່ມື້ເປີດຮ້ານມາຈົນເຖິງປັດຈຸບັນ

ຂປລ. ຄໍລໍາ “ສົ່ງເສີມທຸລະກິດ” ສະບັບນີ້ ຜູ້ຂຽນຈະມາບັນດາທ່ານມາຮູ້ຈັກກັບຮ້ານເຂົ້າໜົມ ແລະ ຮ້ານກາເຟເປີດໃໝ່ ແຕ່ຄອງໃຈລູກຄ້າໄດ້ຢ່າງຕໍ່ເນື່ອງນັບແຕ່ມື້ເປີດຮ້ານມາຈົນເຖິງປັດຈຸບັນ, ດ້ວຍຈຸດເດັ່ນໃນການຕົບແຕ່ງຮ້ານ ໃຫ້ມີເອກະລັກແບບຍີ່ປຸ່ນ ເພື່ອສ້າງຄວາມແຕກຕ່າງໃຫ້ລູກຄ້າໄດ້ເຂົ້າມາໃຊ້ບໍລິການ ແລະ ໄດ້ກາຍເປັນຈຸດຖ່າຍຮູບບ່ອນໃໝ່ຂອງເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ພ້ອມນັ້ນທາງຮ້ານຍັງຖືສໍາຄັນເລື່ອງລົດຊາດ ແລະ ການບໍລິການທີ່ດີ ໂດຍຮ້ານທີ່ເວົ້າມານີ້ນັ້ນກໍຄືຮ້ານ Blossom Café ເປັນອີກຮ້ານໜຶ່ງ ທີ່ກຳລັງເປັນທີ່ນິຍົມມີແຂກ ຄົນເຂົ້າມາໃຊ້ບໍລິການຢ່າງບໍ່ຂາດສາຍ.

ທ່ານ ສຸວັນນະສິນ ແພງສີບຸນເຮືອງ ຫລື ຟົ່ງ ເຈົ້າຂອງຮ້ານ Blossom Café ໄດ້ໃຫ້ຮູ້ວ່າ : ກ່ອນໜ້ານີ້ໄດ້ມີໂອກາດໄປຮັບ ປະທານອາຫານຢູ່ຮ້ານຄາເຟ່ ຈຶ່ງມີແຮງບັນດານໃຈ ຢາກສ້າງທຸລະກິດຮ້ານຄາເຟ່ເປັນຂອງຕົນເອງ, ຫລັງຈາກຈົບການສຶກສາຈຶ່ງໄດ້ປຶກສານຳພໍ່ແມ່ ເພື່ອຂໍພັດທະນາດິນຂອງຄອບຄົວ ທີ່ເປົ່າຫວ່າງ ໃນເຂດບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ໃຫ້ກາຍເປັນຮ້ານ Blossom Café ແຫ່ງນີ້ ໃນປີ 2024 ແລະ ເລີ່ມຕົ້ນເປີດເປັນທາງການ ໃນວັນທີ 22 ທັນວາ 2025 ນີ້ ໂດຍເລືອກຊື່ວ່າ : “Blossom” ມາຕັ້ງເປັນຊື່ຮ້ານເພາະວ່າເປັນຄຳທີ່ມີຄວາມໝາຍດີ ໝາຍເຖິງຄວາມເບີກບານຄື ດັ່ງດອກໄມ້ໃນສວນທີ່ກຳລັງງາມ ເພື່ອສື່ເຖິງຄວາມເຕີບໃຫຍ່ກ້າວໜ້າຂອງທຸລະກິດນີ້ສູ່ຄວາມສຳເລັດ. ໂດຍຮ້ານ Blossom Café ແມ່ນຈະມີຄວາມໂດດເດັ່ນ ຄືຢູ່ໃກ້ກັບແຫລ່ງທ່ອງທ່ຽວທີ່ຂຶ້ນຊື່ ຫລາຍແຫ່ງຂອງເມືອງຫາດຊາຍຟອງເຊັ່ນ : ວັດໜອງຄຳແສນ, ວັດທົ່ງທາດ, ວັດນາກຫໍຜ້າ ເຊິ່ງເປັນຈຸດພັກຜ່ອນໃຫ້ກັບ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງ ມາທ່ຽວຂົງເຂດນີ້ໄດ້ມາແວ່ນັ່ງ ຮັບປະທານອາຫານ ແລະ ເຄື່ອງດື່ມແຊບໆ ເຊິ່ງໃນນີ້ຂ້າພະເຈົ້າໄດ້ຕົບແຕ່ງຮ້ານ ໃຫ້ມີເອກະລັກແບບຍີ່ປຸ່ນ ໃຫ້ເປັນເອກະລັກສະເພາະ ບໍ່ຄືຮ້ານຄາເຟ່ແຫ່ງໃດໃນສັງຄົມລາວ ສິ່ງດັ່ງກ່າວໄດ້ສ້າງໃຫ້ຮ້ານ Blossom Café ກາຍເປັນຈຸດແລນມາກແຫ່ງໃໝ່ ຂອງເມືອງຫາດຊາຍຟອງ ທີ່ນັກທ່ອງທ່ຽວຫລາຍຄົນປະທັບໃຈ ແລະ ໄດ້ມາແວ່ຮັບປະທານອາຫານ ພ້ອມທັງຖ່າຍຮູບເພື່ອເກັບເປັນຄວາມຊົງຈຳດີໆ. ພ້ອມນີ້, ລາຍການອາຫານ (ເມນູ) ທີ່ໂດດເດັ່ນທີ່ສຸດພາຍໃນຮ້ານ Blossom Café ແມ່ນເຄື່ອງດື່ມ Blossom Special ທີ່ເປັນເຄື່ອງດື່ມສູດພິເສດທີ່ຊ່ວຍໃຫ້ສົດຊື່ນຫລັງຈາກດື່ມ ເປັນລາຍການເຄື່ອງດື່ມ ທີ່ຂ້າພະເຈົ້າໄດ້ຮັບແຮງບັນດານໃຈ ມາຈາກການທີ່ຂ້າພະເຈົ້າເດີນທາງ ໄປທ່ຽວປະເທດສິງກະໂປ ແລ້ວເຫັນເຄື່ອງດື່ມນີ້ຢູ່ເທິງຍົນມີລົດຊາດທີ່ຖືກໃຈ, ດັ່ງນັ້ນເລີຍນຳມາພັດທະນາ ປັບປຸງເປັນສູດໃຫ້ແທດເໝາະກັບລູກຄ້າ ໃນສັງຄົມລາວເພື່ອສ້າງໃຫ້ຄົນລາວເຮົາ ໄດ້ດື່ມເຄື່ອງດື່ມທີ່ດີຕໍ່ສຸຂະພາບ, ນອກຈາກນີ້ຍັງມີຊາຂຽວເກດພິທີການຄຸນນະພາບສູງ ແລະ ນ້ຳປັ່ນໝາກໄມ້ຕາມລະດູການໃຫ້ລູກຄ້າໄດ້ເລືອກ; ພິເສດສຳລັບລາຍການອາຫານແມ່ນ ຈະເນັ້ນອາຫານຈານດ່ວນຕາມສັ່ງແບບກິນໄດ້ງ່າຍທີ່ມີຄວາມແຊບຄຸ້ມຄ່າ ໂດຍກຳນົດລາຄາໃຫ້ລູກຄ້າທຸກກຸ່ມເຂົ້າເຖິງໄດ້, ຮັບປະກັນຄວາມສົດໃໝ່ຂອງວັດຖຸດິບ ແລະ ການບໍລິການທີ່ປະທັບໃຈ. ໃນອະນາຄົດຖ້າຜົນຕອບຮັບຈາກສັງຄົມນັບມື້ນັບດີຂຶ້ນຮ້ານ Blossom Café ຈະມີການພັດທະນາພື້ນທີ່ຂອງຮ້ານທີ່ຍັງຫວ່າງຢູ່ ໃຫ້ເກີດປະໂຫຍດສູງສຸດເພື່ອອຳນວຍ ຄວາມສະດວກພ້ອມທັງ ສ້າງທາງເລືອກທີ່ຫລາກຫລາຍ ໃຫ້ກັບລູກຄ້າເຊັ່ນ: ອາດຈະສ້າງເປັນໂຊນອາຫານຍີ່ປຸ່ນແບບຄົບວົງຈອນ ເພື່ອອຳນວຍຄວາມສະດວກ ໃຫ້ລູກຄ້າທີ່ນິຍົມກິນອາຫານຍີ່ປຸ່ນ ໄດ້ເລືອກຊື້ອາຫານຍີ່ປຸ່ນໃນບໍລິເວນຮ້ານ ຂອງພວກຂ້າພະເຈົ້ານຳດ້ວຍ.

ພ້ອມນັ້ນ, ຮ້ານ Blossom Café ເປັນອີກໜຶ່ງຮ້ານທີ່ເໝາະແກ່ການ ພົບປະສັງສັນໃນທຸກໆໂອກາດພິເສດຕ່າງໆ ຂອງບັນດາທ່ານເພາະວ່າ ຮ້ານເປີດບໍລິການລູກຄ້າທຸກໆມື້ໃນເວລາ 09:00ໂມງ - 24:00ໂມງ, ມີສະຖານທີ່ຈອດລົດກວ້າງຂວາງສະດວກສະບາຍເຂົ້າເຖິງໄດ້ງ່າຍ, ນອກຈາກໂຊນຫລັກທີ່ເປັນໂຊນຄາເຟ່ແລ້ວ, ຍັງມີໂຊນແຄ້ມປິ້ງ, ໂຊນຖ່າຍຮູບແບບສະໄຕຍີ່ປຸ່ນ, ໂຊນຖ່າຍຮູບຕາມເທສະການຕ່າງໆ ໃນສັງຄົມ ແລະ ພິເສດມີໂຊນຫ້ອງປະຊຸມ ທີ່ຮອງຮັບການຈັດປະຊຸມສຳມະນາ ຂະໜາດນ້ອຍໄດ້ເຖິງ 15-20 ທ່ານ; ໃນຊ່ວງເປີດຮ້ານໃໝ່ທາງຮ້ານ ມີໂປໂມຊັ້ນພິເສດສຳລັບລູກຄ້າ ທີ່ຊື້ເຄື່ອງດື່ມລາຍການໃດກໍໄດ້ 2 ຈອກຈະແຖມ Blossom Special ໜຶ່ງຈອກ.

ເອົາເປັນວ່າ, ຖ້າທ່ານໃດສົນໃຈສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook : Blossom Café ແຜນທີ່ຮ້ານ Blossom Café ໄປຕາມລິ້ງໂລເຄຊັ້ນລຸ່ມນີ້ : https://maps.app.goo.gl/HHrdYJbsL94e593m8.
KPL