ຍີ່ປຸ່ນ ອະນຸມັດງົບປະມານສູງສຸດເປັນປະຫວັດສາດ 122,3 ພັນຕື້ເຢນ

31/12/2025 15:21
ຂປລ ລັດຖະບານ ຍີ່ປຸ່ນ ອະນຸມັດງົບປະມານ ສູງສຸດເປັນປະຫວັດສາດ ສຳລັບປີງົບປະມານທີ່ຈະເຖິງນີ້ ເພື່ອໃຊ້ຈ່າຍໃນທຸກດ້ານ ຕັ້ງແຕ່ການໃຊ້ຈ່າຍດ້ານປ້ອງກັນປະເທດ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນວ່າ: ລັດຖະບານ ຍີ່ປຸ່ນ ອະນຸມັດງົບປະມານ ສູງສຸດເປັນປະຫວັດສາດ ສຳລັບປີງົບປະມານ ທີ່ຈະ ມາເຖິງນີ້ ເພື່ອໃຊ້ຈ່າຍໃນທຸກດ້ານ ຕັ້ງແຕ່ການໃຊ້ຈ່າຍ ດ້ານປ້ອງກັນປະເທດ ທີ່ເພີ່ມຂຶ້ນໄປຈົນເຖິງ ຄ່າໃຊ້ຈ່າຍດ້ານປະກັນສັງຄົມ ທີ່ເພີ່ມສູງຂຶ້ນ ເນື່ອງຈາກພາວະເງິນເຟີ້ ທີ່ຍາວນານ.

ງົບປະມານຈຳນວນ 122,3 ພັນຕື້ເຢນ ສຳລັບປີງົບປະມານ ທີ່ຈະເລີ່ມໃນເດືອນເມສາປີ 2026 , ຈະລວມງົບປະມານດ້ານ ປ້ອງກັນປະເທດ ປະມານ 9 ພັນຕື້ເຢນ, ໂດຍນາ ຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ຜູ້ນຳຍີ່ປຸ່ນ ຕັ້ງເປົ້າໝາຍ ທີ່ຈະເລັ່ງການຍົກລະດັບ ກອງທັບຍີ່ປຸ່ນ ຢ່າງຄວບຄຸມ ທ່າມກາງຄວາມສຳພັນກັບຈີນ ທີ່ຫລຸດລົງ.

ກະຊວງການຕ່າງປະເທດ ຍີ່ປຸ່ນ ທີ່ລະບຸໃນເອກະສານວ່າ ຍີ່ປຸ່ນ ຜະເຊີນກັບສະພາບແວດລ້ອມ ດ້ານຄວາມໝັ້ນຄົງ ທີ່ຮຸງແຮງ ແລະ ຊັບຊ້ອນທີ່ສຸດ ນັບຕັ້ງແຕ່ສິ້ນສຸດສົງຄາມ, ພ້ອມກັບເນັ້ນໜັກ ເຖິງຄວາມຈຳເປັນ ໃນການເສີມສ້າງຂີດຄວາມສາມາດ ດ້ານການປ້ອງກັນປະເທດ ໂດຍພື້ນຖານ.

KPL

ຂ່າວອື່ນໆ

ads
ads

Top