ຂປລ
ຄະນະກຳມະການ ກົດລະບຽບພາສີ ຂອງລັດຖະບານຈີນ ໄດ້ເຜີຍແຜ່ “ແຜນການປັບປຸງ ພາສີປີ 2026”, ແຜນການສະບັບນີ້ ຈະຈັດຕັ້ງປະຕິບັດ ເລີ່ມແຕ່ວັນທີ 1 ມັງກອນປີ 2026 ເປັນຕົ້ນໄປ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ຄະນະກຳມະການ ກົດລະບຽບພາສີ ຂອງລັດຖະບານຈີນ ໄດ້ເຜີຍແຜ່ “ແຜນການປັບປຸງ ພາສີປີ 2026”, ແຜນການສະບັບນີ້ ຈະຈັດຕັ້ງປະຕິບັດ ເລີ່ມແຕ່ວັນທີ 1 ມັງກອນປີ 2026 ເປັນຕົ້ນໄປ ເພື່ອເພີ່ມທະວີ ປະສິດທິຜົນ ຮ່ວມສຳພັນ ຂອງຊັບພະຍາກອນ ຢູ່ຕະຫລາດພາຍໃນ ແລະ ສາກົນ, ເປີດກວ້າງການສະໜອງສິນຄ້າ ທີ່ມີຄຸນນະພາບສູງ, ປີ 2026, ສປ ຈີນ ຈະປະຕິບັດ ອັດຕາພາສີ ຊົ່ວຄາວ ທີ່ຕ່ຳກວ່າ ອັດຕາພາສີ ຂອງປະເທດ ທີ່ໄດ້ຮັບສິດທິພິເສດ ດ້ານພາສີສູງສຸດ ຕໍ່ສິນຄ້ານຳເຂົ້າ 935 ຊະນິດ. ເພື່ອຊຸກຍູ້ ການຮ່ວມມື ດ້ານເສດຖະກິດການຄ້າ ກັບປະເທດ ດ້ອຍພັດທະນາ ແລະ ຊ່ວຍເຫລືອ ການພັດທະນາ ຂອງປະເທດເຫລົ່ານີ້, ປີ 2026, ສປ ຈີນ ຈະສືບຕໍ່ປະຕິບັດ ການປອດພາສີ 100% ຕໍ່ຜະລິດຕະພັນຈາກ 43 ປະເທດ ດ້ອຍພັດທະນາ ທີ່ໄດ້ສ້າງຕັ້ງສາຍພົວພັນ ທາງການທູດກັບ ສປ ຈີນ; ອີງຕາມສັນຍາການຄ້າ ອາຊີ-ປາຊີຟິກ ແລະ ສັນຍາ ລະຫວ່າງ ສປ ຈີນ ກັບ ລັດຖະບານ ປະເທດ ສະມາຊິກ ອາຊຽນ, ສປ ຈີນ ຈະສືບຕໍ່ໃຫ້ສິດທິພິເສດ ດ້ານພາສີແກ່ ສິນຄ້າ ຈຳນວນໜຶ່ງ ທີ່ນຳເຂົ້າຈາກ ສປປ ລາວ, ກຳປູເຈຍ, ມຽນມາ ແລະ ບັງກລາເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL