ຂປລ
ອີງຕາມຕົວເລກ ຂໍ້ມູນທີ່ສະຫະພັນ ການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງ ສປ ຈີນ ເປີດເຜີຍໃຫ້ຮູ້ ເມື່ອວັນທີ 30 ທັນວານີ້ ສະແດງໃຫ້ເຫັນ ວ່າ: 11 ເດືອນຂອງປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າ ໃນທົ່ວປະເທດຈີນ ບັນລຸ 331.200 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ອີງຕາມຕົວເລກ ຂໍ້ມູນທີ່ສະຫະພັນ ການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງ ສປ ຈີນ ເປີດເຜີຍໃຫ້ຮູ້ ເມື່ອວັນທີ 30 ທັນວານີ້ ສະແດງໃຫ້ເຫັນ ວ່າ: 11 ເດືອນຂອງປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າ ໃນທົ່ວປະເທດຈີນ ບັນລຸ 331.200 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024.ໃນນັ້ນ, ສະເພາະ ເດືອນພະຈິກ ເພີ່ມ ຂຶ້ນ 4,5%, ການດໍາເນີນງານ ຂອງການຈໍລະຈອນ ສິນຄ້າປາກົດມີທ່າອ່ຽງ ຂະຫຍາຍຕົວໄປ ໃນທິດທາງທີ່ດີແບບ “ຄວາມຕ້ອງການເພີ່ມຂຶ້ນ, ໂຄງສ້າງໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ແລະ ປະສິດທິ ພາບ ໄດ້ຮັບການຍົກສູງຂຶ້ນ”. 11 ເດືອນຂອງປີນີ້, ຍອດມູນຄ່າການຈໍລະຈອນ ຜະລິດຕະພັນອຸດສາຫະກໍາ ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024, ຂະນະທີ່ ຍອດມູນຄ່າ ການຈໍລະ ຈອນ ສິນຄ້າລະຫວ່າງ ອົງການຈັດຕັ້ງ(ວິສາຫະກິດ ແລະ ອົງການຈັດຕັ້ງ ຂອງລັດຖະບານ ເປັນຕົ້ນ) ແລະ ປະຊາຊົນເພີ່ມຂຶ້ນ 5,8%, ນອກນີ້, ຂະບວນລົດໄຟດ່ວນຈີນ-ເອີຣົບ ແລະ ຈີນ-ອາຊີກາງ ໄດ້ເປີດ ບໍລິການເຖິງ 31.200 ຂະບວນ, ເພີ່ມຂຶ້ນ 9%.ນັບແຕ່ ເດືອນພະຈິກ ເປັນຕົ້ນມາ ໄດ້ເຂົ້າສູ່ໄລຍະ ທີ່ມີຄວາມຕ້ອງການ ດ້ານການຈໍລະຈອນ ສິນຄ້າຫລາຍຕາມປົກກະຕິ ຄື: ຄວາມຕ້ອງການ ດ້ານການ ຈໍລະຈອນສິນຄ້າ ໃນສັງຄົມ ຈະຮັກສາ ຈັງຫວະ ການເຕີບໂຕ ຢ່າງໝັ້ນທ່ຽງ ແລະ ຕໍ່ເນື່ອງ, ຄາດວ່າ ຈະຮັກສາຈັງຫວະ ການເຕີບໂຕ ປະມານ 5% ໃນໝົດປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL