ຂປລ
ການພົບປະກັນ ລະຫວ່າງ ລັດຖະມົນຕີຕ່າງປະເທດຈີນ, ກຳປູເຈຍ ແລະ ໄທ ໄດ້ຈັດຂຶ້ນຢູ່ນະຄອນຢວີ້ຊີ ແຂວງຢຸນນານຂອງ ສປ ຈີນ ຢ່າງສຳເລັດຜົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 29 ທັນວານີ້, ການພົບປະກັນ ລະຫວ່າງ ລັດຖະມົນຕີຕ່າງປະເທດຈີນ, ກຳປູເຈຍ ແລະ ໄທ ໄດ້ຈັດຂຶ້ນຢູ່ນະຄອນຢວີ້ຊີ ແຂວງຢຸນນານຂອງ ສປ ຈີນ ຢ່າງສຳເລັດຜົນ. ໃນໂອກາດນີ້ ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນ, ທ່ານ ປຣັກ ໂຊຄົນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດກຳປູເຈຍ, ທ່ານ ສີຫະສັກ ພວງເກດແກ້ວ ລັດຖະມົນຕີ ກະຊວງການຕ່າງປະເທດໄທ ແລະ ຜູ້ຮັບຜິດຊອບ ຂອງກອງທັບ ສາມປະເທດໄດ້ເຂົ້າຮ່ວມ. ຈາກນັ້ນ ທ່ານ ຫວາງຢີ້ ກ່າວວ່າ: ການປຶກສາຫາລື ສາມຝ່າຍ ໄດ້ບັນລຸຄວາມເຫັນ ທີ່ເປັນເອກະພາບກັນຄື: ໜຶ່ງ, ຮ່ວມກັນເບິ່ງ ແລະ ກ້າວໄປຂ້າງໜ້າ. ສອງ, ຄ່ອຍໆໄປຂ້າງໜ້າແຕ່ບໍ່ຢຸດຢູ່ບ່ອນເກົ່າ. ສາມ, ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຄືນໃໝ່ ເປັນສິ່ງສຳຄັນທີ່ສຸດ. ສປ ຈີນ ຈະເປັນຜູ້ຊຸກຍູ້ການພັດທະນາ ສາຍພົວພັນ ລະຫວ່າງກຳປູເຈຍ ກັບໄທ ແຕ່ຕົ້ນຕະຫລອດປາຍ, ຍິນດີສະໜອງການຊ່ວຍເຫລືອ ແລະ ການສະໜັບ ສະໜູນ ທຸກຢ່າງທີ່ຈຳເປັນ, ສປ ຈີນ ຄອງຄອຍ ແລະ ເຊື່ອໝັ້ນວ່າ ການພົວພັນ ລະຫວ່າງ ກຳປູເຈຍ ກັບໄທ ຈະກັບຄືນສູ່ ປົກກະຕິໂດຍໄວ. ຄະນະລັດຖະມົນຕີ ກະຊວງການຕ່າງປະເທດ ກຳປູເຈຍ ແລະ ໄທ ຕ່າງສະແດງຄວາມຂອບໃຈນຳ ສປ ຈີນ ທີ່ສະໜອງເວທີ ສົນທະນາຄັ້ງນີ້ ແລະ ຍ້ອງຍໍຊົມເຊີຍ ບົດບາດທີ່ມີລັກສະນະ ສ້າງສັນຂອງ ສປ ຈີນ ເພື່ອແກ້ໄຂ ການປະທະກັນ, ຜ່ອນຄາຍສະຖານະການ ແລະ ຊຸກຍູ້ ການສົນທະນາ. ຫລັງຈາກ ການພົບປະກັນ, ສາມຝ່າຍ ໄດ້ອອກປະກາດແຈ້ງຂ່າວ ໂດຍໄດ້ກຳນົດໃນ 5 ດ້ານ ຢ່າງຈະແຈ້ງວ່າ: ກຳປູເຈຍ ແລະ ໄທ ຈະເພີ່ມທະວີ ການແລກປ່ຽນຕື່ມອີກ, ເພີ່ມທະວີ ຄວາມເຂົ້າໃຈ ແລະ ປົກປັກຮັກສາ ຄວາມໝັ້ນຄົງ ຂອງການຢຸດຍິງ ເທື່ອລະກ້າວ, ຟື້ນຟູການໄປມາຫາສູ່ກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ທາງການເມືອງຄືນໃໝ່, ບັນລຸການຫັນປ່ຽນ ການພົວພັນໃຫ້ດີຂຶ້ນ ແລະ ປົກປັກຮັກສາ ສັນຕິພາບ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL