ບັນຍາກາດດີ, ບໍລິການດີ , ລູກຄ້າປະທັບໃຈ ຄືໝາກຫົວໃຈສໍາຄັນຂອງສວນອາເມຊີ້ງຕໍາແຊບ

29/12/2025 14:16
ຂປລ ຂປລ. ໃກ້ທ້າຍ​ອາທິດ​ແລ້ວ, ​ທ່ານ​ມີ​ບ່ອນ​ໄປຖ່າຍຮູບ​ຫລິ້ນງາມໆແລ້ວ​ບໍ່?,​ ຖ້າ​ຍັງ​ບໍ່​ມີ​ບ່ອນ​ໄປ​ ຫລື ບໍ່​ຮູ້​ຈະ​ໄປ​ຫລິ້ນ​ໃສ. ມື້​ນີ້, ຄໍ​ລໍາ​ “ສົ່ງ​ເສີມ​ທຸລະກິດ” ໜັງສື​ພິມ​ປະ​ເທ​ດລາວ ຈະ​ພາ​ບັນ​ດາ​ທ່ານ ມາ​ສໍາຜັດ​ກັບ​ຄວາມ​​ງາມ​ ຂອງ​ທໍາ​ມະ​ຊາດ ຈາກ​ດອກ​ໄມ້​ຫລາກ​ຫລາຍ​ສີສັນ ​​ໃນສວນ​ອາ​ເມ​ຊີ້ງ​ຕໍາ​ແຊບ ຢູ່​ບ້ານໜອງສອງ​ຫ້ອງ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງຈັນ

ຂປລ.ໃກ້ທ້າຍ​ອາທິດ​ແລ້ວ, ​ທ່ານ​ມີ​ບ່ອນ​ໄປຖ່າຍຮູບ​ຫລິ້ນງາມໆແລ້ວ​ບໍ່?,​ ຖ້າ​ຍັງ​ບໍ່​ມີ​ບ່ອນ​ໄປ​ ຫລື ບໍ່​ຮູ້​ຈະ​ໄປ​ຫລິ້ນ​ໃສ. ມື້​ນີ້, ຄໍ​ລໍາ​ ສົ່ງ​ເສີມ​ທຸລະກິດ ໜັງສື​ພິມ​ປະ​ເທ​ດລາວ ຈະ​ພາ​ບັນ​ດາ​ທ່ານ ມາ​ສໍາຜັດ​ກັບ​ຄວາມ​​ງາມ​ ຂອງ​ທໍາ​ມະ​ຊາດ ຈາກ​ດອກ​ໄມ້​ຫລາກ​ຫລາຍ​ສີສັນ ​​ໃນສວນ​ອາ​ເມ​ຊີ້ງ​ຕໍາ​ແຊບ ຢູ່​ບ້ານໜອງສອງ​ຫ້ອງ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງຈັນ ບອກ​ໄດ້​ເລີຍ​ວ່າ ມາ​ບ່ອນ​ດຽວທ່ານ​ຈະ​ໄດ້​ຄວາມ​ປະ​ທັບ​ໃຈ​ແນ່ນອນ ​ ​ທີ່​ເວົ້າ​ມາ​ນີ້ ຜູ້​ຂຽນ​ເອງ​ໄດ້​ໄປ​ສໍາຜັດ​ມາ​ແລ້ວ​ບອກ​ເລີຍ​ປະ​ທັບ​ໃຈ​ຫລາຍ  ​ເນື່ອງ​ຈາກ​ສວນ​ແຫ່ງ​ນີ້ ມີ​ຈຸດ​ທີ່​ຖ່າຍຮູບ​ທີ່​ສວຍ​ງາມ​ໄວ້​ຄອຍບໍ​ລິ​ການ​ໃນ​ລາຄາ​ທີ່​ບໍ່​ແພງ​ແຕ່​ຈະ​ໄດ້​ຄວາມ​ຮູ້​ສຶກຄື​ໄປ​ຫລີ້ນ​ຕ່າງປະ​ເທດ​ເລີຍ​​ເວລາ​ຖ່າຍຮູບ​ອອກ​ມາ.  ນອກນີ້, ພາຍ​ໃນ​ຮ້ານ ຍັງ​ມີ​ອາຫານ​ຫລາກ​ຫລາຍ​ລາຍການ​ໄວ້​ບໍລິການ​ ​ເປັນ​ຕົ້ນ​ອາຫານທີ່ຂຶ້ນ​ຊື່ຂອງ​ຮ້ານ​ຕ້ອງ​ຕໍາ​ອາ​ເມ​ຊີ້ງ ຄື​ຕໍາ​ທີ່​ລວ​ມ​ເຄື່ອງ​ຄຽງນານາ​ຊະນິດ​ແຕ່​ບອກ​ໄດ້​ເລີຍ​ວ່າ​ແຊບ​ຫລາຍ, ນອກ​ນີ້​ຍັງ ​ເຂົ້າຜັດ, ປາ​ລາດ​ພິກ, ຍໍ​າສະ​ຫລັດ,ຍຳທະເລ, ຕົ້ນຍ້ຳກຸ້ງ, ປາໜຶ້ງໝາກນາວ,ຈືນດູກຂ້າງໝູ, ພິດ​ຊ້າ ​ແລະ ອື່ນໆອີກຫລາຍລາຍການ. ພ້ອມນັ້ນ,​ໃນ​ຕອນ​ແລງ ກໍ​ມີ​ບໍລິການບຸບ​ເຟ້ ​ໃນ​ລາຄາພຽງ 119.000 ​ກີບ​ຕໍ່ຄົນ ຕື່ມອີກ.

ທ່ານ ​ເຄນ​ ໄກ​ຫາ​ລາດ ​ເຈົ້າ​ຂອງ​ສວນ ​ອາ​ເມ​ຊີ້ງ​ຕໍາ​ແຊບ ​​ໃຫ້​ຮູ້​ວ່າ:  ກ່ອນ​ຈະ​ມາ​ເຮັດ​ສວນ​ອາ​ເມ​ຊີ້ງ​ຕໍາ​ແຊບ ຕົນ​ເອງ​ໄດ້​ເຮັດ​ຫລາຍ​ອາຊີບ​ຜ່ານ​ມາ​ແລ້ວ ​ແລະ ​ແຕ່​ລະອາ​ຊີບ ກໍ​ບໍ່​ປະສົບ​ຜົນ​ສໍາ​ເລັດ ຍ້ອນ​ຂາດ​ປະ​ສົບ​ການ​ເຮັດ​ໃຫ້​ລົ້ມລຸກຄຸກຄານ​ມາ​ຫລາຍ​ເທື່ອ ​ຈົນ​ເກີດແນວຄິດ​ທໍ້ຖອຍ, ​ແຕ່​ຍ້ອນ​ຄິດ​ເຫັນ​ຄົນ​ໃນ​ຄອບຄົວ​ຈຶ່ງ​ມີ​ກໍາລັງ​ໃຈລຸກຂຶ້ນ​ສູ້​ອີກ​ຄັ້ງໜຶ່ງ​ ແລະ ​ໄດ້ຕັດສິນ​ໃຈ​ມາບຸກເບີດເນື້ອທີ່ດິນກວ່າ 1 ເຮັກຕາ ​ເປີດ​ສວຍ​ອາຫານ​ແຫ່ງ​ນີ້​ຂຶ້ນ ​ເຊິ່ງໃນເບື້ອງຕົ້ນ​ ຕົນ​ເອງ​​ເງິ​ນທຶນກໍ​ບໍ່​ຫລາຍ​​ຈຶ່ງ​ໄດ້ລົງ​​ມື​ເຮັດ​ເອງ​ໃນ​ຫລາຍໆຂັ້ນ​ຕອນ ຈົນ​ໄດ້​ມາ​ເປີດ​ ສວນອາຫານ​ໃນ​ຮູບ​ແບບ​ການທ່ອງ ທ່ຽວ​ ​ໃນ​ປີ 2019 ​ໂດຍ​ໃສ່​ຊື່ວ່າ: ສວນ​ອາ​ເມ​ຊີ້ງຕໍາ​ແຊບ​ເຊິ່ງມີ​ຄວາມໝາຍວ່າ ຢາກ​ໃຫ້ຮ້ານ​ມີ​ຄວາມ​ສວຍ​ງາມ ​ແລະ ມີ​ຄວາມ​ແປກ​ໃໝ່, ຍິ່ງ​ໃຫຍ່​ຂຶ້ນ​ເລື້ອຍ​ໆ ​ເຖິງ​ວ່າ​ຕອນ​ນີ້ ຈະ​ຍັງ​ບໍ່​ຮອດ​ເປົ້າໝາຍກໍຕາມ ​ແຕ່​ກໍ​ໄດ້ປັບປຸງພັດທະນາມາ​ເລື້ອຍໆ ​ເພື່ອ​ສ້າງ​ສີສັນໃໝ່​ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ລູກ​ຄ້າ. ​ແນວ​ໃດ​ກໍ​ດີ, ​ ປີ​ນີ້ຮ້ານ​ເຮົາກໍ​ກ້າວ​ເຂົ້າ​ປີ​ທີ 6 ​ແລ້ວ ​ເຊິ່ງ​ເຫັນ​ວ່າ​ລູກ​ຄ້າ​ໃຫ້​ຜົນ​ຕອບ​ຮັບ​ດີ​ຫລາຍ ເຊິ່ງ​ໃນ​​ແຕ່​ລະ​ມື້ຈະ​ມີ​ລູກ​ຄ້າ​ເຂົ້າມາ​​​ໃຊ້ບໍລິການ ປະມານ 100  ກວ່າຄົນ​ຕໍ່ມື້, ຖ້າ​ໄລຍະມີເທສະ​ການ​ ຫລື ວັນ​ເສົາ, ອາທິດ​ແມ່ນປະມານ 1.000 ຄົນ​/ມື້, ສະເພາະເຂົ້າຊົມສວນດອກໄມ້ກໍປະມານ 500 ຄົນ/ມື້, ບາງ​ຄົນ​ກໍມາ​ຊົມ​ສວນ​ດອກ​ໄມ້​ຖ່າຍ​ຮູບ​ຫລິ້ນ,ບາງ​ຄົນ​ມາ​ຮັບ​ປະທານ​ອາຫານພຽງຢ່າງ​ດຽວ ກໍມີ. ໂດຍ​ສວນ​ດອກ​ໄມ້ ປີ​ນີ້​ແມ່ນ​ຈະ​ເນັ້ນ​ປູກ​ດອກ​ດາວ​ກະຈາ​ຍ​ ແລະ ດອກ​ດາວ​ເຮືອງ​ ເຊິ່ງປັດຈຸບັນ ກໍາລັງ​ບັ່ງບານອອກດອກ​ສວຍງາມ​ເໝາະ​ແກ່​ການ​ມາ​ຖ່າຍຮູບ​ຫລິ້ນ ​​ໂດຍລາຄາ​ເຂົ້າ​ຊົມ​ສໍາລັບ​ຜູ້​ໃຫຍ່ 30.000​ກີ​ນ,​ເດັກນ້ອຍ 20.000 ​ກີບ ​(ຜູ້ເຖົ້າແລະ ເດັກນ້ອຍໆແມ່ນເຂົ້າຊົມໂດຍບໍ່ເສຍຄ່າ). ສ່ວນ​ອາຫານ ກໍ​ຈະ​ມີ​ຫລາກ​ຫລາຍ​ລາຍການໄວ້ໃຫ້ລູກຄ້າໄດ້ເລືອກ ເປັນຕົ້ນ ​​ຕຳ​ອາ​ເມ​ຊີ້ງ,ພິດ​ຊ້າ,ປາ​ໜຶ້ງໝາກນາວ,ປາ​ລາດ​ພິກ, ຈືນດູກຂ້າງ,ປະເພດຍຳ, ເຂົ້າຜັດ, ​ແລະ ອື່ນ​ໆອີກ​ຫລາຍ​ຢ່າງ​ເຊິ່ງ​ແຕ່ລະ​ຢ່າງ​ລ້ວນ​ແຕ່ມີລົດຊາດທີ່​ແຊບຊ້ອຍ ​ເນື່ອງ​ຈາກ​ວ່າອາຫານແຕ່ລະເຍື່ອງໄດ້​ຄັດ​ສັນ​ວັດຖຸ​ດິບ​ທີ່​ດີ, ສົດ​ໃໝ່​ໃນ​ແຕ່​ລະ​ມື້ ແລະ ທີ່ສຳຄັນລາຄາກໍບໍ່ແພງ. ຍັງ​ບໍ່ພໍ​ເທົ່າ​ນີ້ ທາງ​ຮ້ານ​ເຮົາ​ຍັງ​ ບໍລິການ​ບຸບ​ເຟ້ຊີ້ນດາດ ໃນລາຄາ​ 119.000 ​ກີບ​ຕໍ່ຄົນ​ເລີ່​ມເປີດເວລາ 16:00 ເປັນຕົ້ນໄປສຳລັບບຸບເຟ້. ນອກນັ້ນທາງຮ້ານຍັງມີບ່ອນຫລິ້ນສຳລັບເດັກນ້ອຍນຳອີກ.

ທ່ານ ​ເຄນ​ ​ເວົ້າ​ເສີມ​ວ່າ: ມາ​ຮອດ​ປັດຈຸບັນ ສາມາດ​ເວົ້າ​ໄດ້​ວ່າ ຮ້ານ​ເຮົາ ກໍ​ເປັນ​ຮ້ານໜຶ່ງທີ່​ສາມາດ​ປະກອບ ສ່ວນ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​​ໃຫ້​ປະຊາຊົນ​ອ້ອມ​ຂ້າງ ​​ໄດ້​ຢ່າງ​ຫລວງຫລາຍ  ບໍ່​ວ່າ​ຈະ​ເປັນ​ພະນັກງານ​ປະ​ຈໍາ​ພາຍ​ໃນຮ້ານກວ່າ 30 ຄົນ  ​ແລະ ການ​ຮັບ​ຊື້​ວັດຖຸ​ດິບ​ຈາກ​ປະຊາຊົນ​ທີ່​ນໍາ​ມາ​ຂາຍ​ໃຫ້ອີກ​ດ້ວຍ.ສຳລັບແຜນພັດທະນາໃນຕໍ່ໜ້າ ຈະເຮັດເຮືອນພັກໂຮມສະເຕ ແລະ ກໍຈະມີການປັບປຸງຕົບແຕ່ງສວນໃຫ້ມີສິ່ງແປກໃໝ່ຢູ່ຕະຫລອດ. ສະ​ນັ້ນ, ຈຶ່ງ​ຢາກ​ເຊີນຊວນ​ລູກ​ຄ້າ ທີ່​ໄດ້​ກາຍ​​ໄປ​ກາຍ​ມາ ກໍ​ສາມາດ​ແວ່​ເຂົ້າ​ມາ​ທ່ຽວຊົມ​ສວນ​ດອກ​ໄມ້,ກິນ​ອາຫານ​ແຊບໆ​ໄດ້ ຢູ່​ທີ່​ສວນ​ອາ​ເມ​ຊີ້ງຕຳແຊບ ​ໄດ້ ​ໂດຍ​ຮ້ານ​ຕັ້ງ​ຢູ່​ບ້ານ ໜອງສອງ​ຫ້ອງ,​ ເມືອງ​ໄຊ​ທານີ ,ນະຄອນຫລວງ​ວຽງຈັນ ເປີດເວລາ 9:00- 21:30 ໂມງ ຫລື ​ໄດ້​ມາ​ແລ້ວ​ບໍ່​ຮູ້​ຮ້ານ​ກໍ​ຕິດຕໍ່ສອບ​ຖາມ​ລາຍ​ລະອຽດ​ໄດ້​ທີ​່ເບີ 020 56056889 ຫລື ​ເບິ່ງ​ຂໍ້​ມູນເພີ່ມເຕີມ​ໄດ້ທີ່​ເຟສບຸກ ສວນ​ອາ​ເມ​ຊີ້​ງຕໍາ​ແຊບ.

ໂດຍ:​ມາລີດາ

KPL

ຂ່າວອື່ນໆ

ads
ads

Top