ຂປລ
ຍີ່ປຸ່ນ ຈະດຳເນີນການທົດລອງ ການຂຸດດິນທີ່ມີແຮ່ຫາຍາກຈາກພື້ນທະເລເລິກ ນອກເກາະມິນາມິໂທຣີ ທາງຕາເວັນອກສຽ່ງໃຕ້ຂອງນະຄອນຫລວງ ໂຕກຽວປະມານ 1.900 ກິໂລແມັດ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ຍີ່ປຸ່ນ ຈະດຳເນີນການທົດລອງ ການຂຸດດິນທີ່ມີແຮ່ຫາຍາກ ຈາກພື້ນທະເລເລິກ ນອກເກາະມິນາມິໂທຣີ ທາງຕາເວັນອອກສຽ່ງໃຕ້ ຂອງນະຄອນ ຫລວງ ໂຕກຽວປະມານ 1.900 ກິໂລແມັດ ລະຫວ່າງວັນທີ 11ມັງກອນ ຫາ ວັນທີ 14 ກຸມພາ 2026 ພາຍໃຕ້ໂຄງການ ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານ.
ການທົດລອງດັ່ງກ່າວ ຈະເປັນຄວາມພະຍາຍາມ ຄັ້ງທຳອິດຂອງໂລກ ໃນການລຳລຽງດິນແຮ່ຫາຍາກ ຈາກລະດັບຄວາມເລິກປະມານ 6 ກິໂລແມັດ ຂຶ້ນສູ່ເຮືອຢ່າງຕໍ່ເນື່ອງ ທ່າມ ກາງຄວາມພະຍາຍາມຂອງຍີ່ປຸ່ນ ໃນການເສີມຄວາມເຂັ້ມແຂງ ຄວາມໝັ້ນຄົງດ້ານແຮ່ຫາຍາກ ຫລັງຈີນ ເຂັ້ມງວດການສົ່ງອອກ.
ໜຶ່ງໃນພາລະກິດດັ່ງກ່າວ ຄືສ້າງຄວາມຕ້ອງການ ແຮ່ຫາຍາກ ທີ່ຜະລິດໃນປະເທດ ເພື່ອໃຫ້ພາກອຸດສາຫະກຳ ທີ່ມີທ່າອ່ຽງຈັດຫາແຮ່ທາດ ທີ່ຈຳເປັນຢ່າງໝັ້ນຄົງ.
KPL