ຂປລ
ອິນໂດເນເຊຍ ພວມເພີ່ມຄວາມເຂັ້ມງວດ ໃນການບັງຄັບໃຊ້ກົດໝາຍ ຫ້າມນໍາເຂົ້າເສື້ອຜ້າມືສອງ ຊຶ່ງອາດສົ່ງຜົນກະທົບຕໍ່ທຸລະກິດ ຂອງມືສອງທີ່ເຟືອງຟູ ຂອງປະເທດ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອບໍ່ດົນມານີ້ວ່າ: ອິນໂດເນເຊຍ ພວມເພີ່ມຄວາມເຂັ້ມງວດ ໃນການບັງຄັບໃຊ້ກົດ ໝາຍ ຫ້າມນໍາເຂົ້າເສື້ອຜ້າມືສອງ ຊຶ່ງອາດສົ່ງຜົນກະທົບຕໍ່ທຸລະກິດ ຂອງມືສອງທີ່ເຟືອງຟູ ຂອງປະເທດ ແລະ ສ້າງຄວາມກັງວົນກ່ຽວກັບ ຄ່າຄອງຊີບທີ່ສູງຂຶ້ນ ລວມເຖິງທຳລາຍຊ່ອງທາງ ທຳ ມາຫາກິນ.
ການປາບປາມຄັ້ງນີ້ ແນໃສ່ເປົ້າໝາຍໄປທີ່ ທຸລະກິດຍອດນິຍົມ ທີ່ຂາຍເສື້ອຜ້າມືສອງ ໃນລາຄາຖືກ ເພື່ອແກ້ໄຂບັນຫາດ້ານເສດຖະກິດ ແລະ ສຸຂະພາບ. ເຖິງຢ່າງໃດກໍ່ຕາມ ການບັງ ຄັບໃຊ້ ກົດໝາຍ ຫ້າມຊື້ເຄື່ອງມືສອງ ທີ່ເຂັ້ມງວດຂຶ້ນ ສົ່ງຜົນໃຫ້ຜູ້ຂາຍ ຜະເຊີນກັບອະນາຄົດ ທີ່ບໍ່ແນ່ນອນ ແລະ ຜູ້ຊື້ກໍ່ບໍ່ສາມາດ ເຂົ້າເຖິງແຟຊັນ ລາຄາປະຢັດໄດ້.
KPL