ຂປລ
ສູນຍິງສົ່ງດາວທຽມ ຈີວສວນ ແຂວງກ່ານຊູ້, ສປ ຈີນໄດ້ຍິງສົ່ງ ດາວທຽມ ສຳຫລວດ ໄລຍະໄກ ເລກ 47 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດ ສົ່ງຍານຊາງເຈີ່ງ-4B.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 9 ທັນວານີ້, ສູນຍິງສົ່ງດາວທຽມ ຈີວສວນ ແຂວງກ່ານຊູ້, ສປ ຈີນໄດ້ຍິງສົ່ງ ດາວທຽມ ສຳຫລວດ ໄລຍະໄກ ເລກ 47 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດ ສົ່ງຍານຊາງເຈີ່ງ-4B. ດາວທຽມ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ພາລະກິດ ຍິງສົ່ງດາວທຽມຄັ້ງນີ້ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ. ດາວທຽມສຳຫລວດ ໄລຍະໄກເລກ 47 ຕົ້ນຕໍ ແມ່ນໃຊ້ເຂົ້າໃນຂົງເຂດ ການສຳຫລວດ ທີ່ດິນທົ່ວໄປ, ການວາງແຜນຜັງເມືອງ, ການອອກແບບ ຕາໜ່າງເສັ້ນທາງ, ການຄາດຄະເນ ຜົນຜະລິດ ກະສິກຳ, ການຄຸ້ມຄອງ ສະພາບແວດລ້ອມ, ການປ້ອງກັນ ແລະ ຫລຸດຜ່ອນ ໄພພິບັດ ຢ່າງຮອບດ້ານ ແລະ ຂົງເຂດອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL