ຂປລ
ງານມະຫະກຳ ກິລາຊີເກມ ຄັ້ງທີ 33 ໄດ້ໄຂຂຶ້ນຢູ່ ສະໜາມກິລາ ຣາຊະມັງຄາລາ ກິລາສະຖານ ນະຄອນຫລວງບາງ ກອກຂອງໄທ ຢ່າງເປັນທາງການ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 9 ທັນວານີ້, ງານມະຫະກຳ ກິລາຊີເກມ ຄັ້ງທີ 33 ໄດ້ໄຂຂຶ້ນຢູ່ ສະໜາມກິລາ ຣາຊະມັງຄາລາ ກິລາສະຖານ ນະຄອນຫລວງ ບາງກອກຂອງໄທ ຢ່າງເປັນທາງການ. ນີ້ແມ່ນເທື່ອທີ 7 ທີ່ໄທ ໄດ້ຮັບກຽດ ເປັນເຈົ້າພາບ ຈັດງານມະຫະກຳກິລາ ລະດັບພາກພື້ນ ດັ່ງກ່າວ ທີ່ຈັດຂຶ້ນທຸກສອງປີ. ພິທີໄຂງານມະຫະກຳ ກິລາຊີເກມຄັ້ງນີ້ ພາຍໃຕ້ ແນວຄິດ “ສາມັກຄີ ເປັນຈິດໜຶ່ງ ໃຈດຽວ”, ໂດຍໄດ້ຫວນຄືນ ຄວາມເປັນມາ ຂອງຊີເກມ ໂດຍຜ່ານ ການສະແດງ ແສງສີສຽງ ແລະ ໄດ້ຈັດການເດີນຂະບວນສວນສະໜາມ ຂອງຄະນະນຳ ແລະ ນັກກິລາ, ການສາບານຕົວ, ການຈູດທວນໄຟ ແລະ ອື່ນໆ. ງານຄັ້ງນີ້ ພາຍໃຕ້ຄຳຂວັນ “ກ້າວໄປໜ້າ ຢ່າງບໍ່ຢຸດຢັ້ງ”, ໂດຍຈະມີການແຂ່ງຂັນ 50 ປະເພດກິລາ, ຈະແຂ່ງຂັນກັນ ຈົນໄປເຖິງ ວັນທີ 20 ທັນວາ 2025 ຈຶ່ງສຳເລັດ. ມີນັກກິລາ 8.000 ກວ່າຄົນ ທີ່ມາຈາກ 11 ປະເທດ ໃນອາຊີ ຕາເວັນອອກ ສຽງໃຕ້ ເຂົ້າຮ່ວມ, ການແຂ່ງຂັນຕ່າງໆ ຈະຈັດຂຶ້ນຢູ່ ນະຄອນຫລວງ ບາງກອກ ຊົນບູຣີ ແລະ ແຫ່ງອື່ນໆ ຂອງປະເທດໄທ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL