ກອງປະຊຸມສິ່ງແວດລ້ອມ ອົງການສະຫະປະຊາຊາດ ຄັ້ງທີ 7

09/12/2025 14:53
Email Print 228
ຂປລ ກອງປະຊຸມ ສິ່ງແວດລ້ອມ ອົງການ ສະຫະ ປະຊາຊາດ (ສປຊ) ຄັ້ງທີ 7 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ໄນໂຣບີ ຂອງເຄັນ ຢາ, ໂດຍມີ ຜູ້ຕາງໜ້າເກືອບ 6.000 ຄົນ ທີ່ມາຈາກທົ່ວໂລກ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 8 ທັນວານີ້, ກອງປະຊຸມ ສິ່ງແວດລ້ອມ ອົງການ ສະຫະ ປະຊາຊາດ (ສປຊ) ຄັ້ງທີ 7 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ໄນໂຣບີ ຂອງເຄັນຢາ, ໂດຍມີ ຜູ້ຕາງໜ້າເກືອບ 6.000 ຄົນ ທີ່ມາຈາກ ທົ່ວໂລກ ຈະໃຊ້ເວລາ 5 ວັນ ເພື່ອຮ່ວມກັນ ປຶກສາຫາລື ກ່ຽວກັບ ການປັບປຸງ ສິ່ງແວດລ້ອມ ທົ່ວໂລກ ແລະ ການເຄື່ອນໄຫວ ແບບຍຶືນຍົງ ພາຍໃຕ້ ການຮ່ວມມື ຫລາຍຝ່າຍ. ກອງປະຊຸມຄັ້ງນີ້ ພາຍໃຕ້ ຫົວຂໍ້ຫລັກ:ຊຸກຍູ້ສົ່ງເສີມການວາງແຜນແກ້ໄຂ ແບບຍືນຍົງ ເພື່ອສ້າງໂລກ ທີ່ໜຽວແໜ້ນ”, ຈະປຶກສາຫາລື ກ່ຽວກັບ ຮ່າງມະຕິ ແລະ ຂໍໍ້ຕົກລົງກ່ຽວກັບ ປັນຍາປະດິດ ຫລື AI, ບໍ່ແຮ່ກັບໂລຫະ, ການໝູນວຽນ ອຸທົກກະສາດ ແລະ ຂົງເຂດອື່ນໆ ທັງໝົດ 18 ສະບັບ, ຈະພິຈາລະນາຮັບຮອງ ຍຸດທະສາດ ໄລຍະກາງປີ 2026-2029” ແລະ ຈະເຜີຍແຜ່ ການຄາດຄະເນ ກ່ຽວກັບ ສິ່ງແວດລ້ອມ ທົ່ວໂລກສະບັບ ຫລ້າສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top