ຂປລ
ພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາ ຂອງ ສປປ ລາວ ຈັດຂຶຶ້ນໃນຕອນເຊົ້າວັນທີ 20 ພະຈິກ 2025.
ຂປລ. ພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາ ຂອງ ສປປ ລາວ ຈັດຂຶຶ້ນໃນຕອນເຊົ້າວັນທີ 20 ພະຈິກ 2025 ຢູ່ຫ້ອງວ່າການສູນກາງພັກ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີອະດີດເລຂາທິການໃຫຍ່, ອະດີດປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ພ້ອມດ້ວຍອະດີດການນຳ, ບັນດາການນຳຂອງກະຊວງ- ອົງການພະນັກງານ-ສະມາຊິກພັກເຂົ້າຮ່ວມ.
ການປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ບັນດາການນໍາ ແລະ ອະດີດການນໍາ ຂອງ ສປປ ລາວ ຄັ້ງນີ້, ກໍເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂັ້ນສູງໃນອະດີດ ແລະ ປັດຈຸບັນ. ເພື່ອຫວນຄືນເຖິງວັນມະຫາໄຊຊະນະ ແຫ່ງການປະຕິວັດຊາດ ປະຊາທິປະໄຕ, ລະນຶກເຖິງຜົນງານ ແລະ ການເສຍສະລະອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ໃນພິທີ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດ ວ່າດ້ວຍການປະດັບຫລຽນກາລະນຶກ 50 ປີ ແລະ ດຳເນີນພິທີປະດັບຫລຽນໃຫ້ແກ່ບັນດາສະຫາຍ ການນຳຂັ້ນສູງ ແລະ ອະດີດການນຳຊຶ່ງປະກອບມີ: ປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ໃຫ້ກຽດປະດັບໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ. ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ປະດັບຫລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ໃຫ້ແກ່ສະຫາຍ ຈູມມາລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ປະດັບຫລຽນໃຫ້ແກ່ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ (ປະຈຳການ ແລະ ບຳນານ) ຈຳນວນ 16 ສະຫາຍ. ພ້ອມນີ້, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ກໍໄດ້ປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ ຄະນະເລຂາທິການສູນກາງພັກ (ປະຈຳການ ແລະ ບຳນານ) ຈຳນວນ 8 ສະຫາຍ; ໃຫ້ບັນດາທ່ານ ຮອງປະທານສະພາແຫ່ງຊາດ ແລະ ອະດີດຮອງປະທານສະພາແຫ່ງຊາດ, ອະດີດການນຳພັກ-ລັດ ຈຳນວນ 8 ສະຫາຍ.
ພາບ: ອ່າຍຄໍາ
KPL