ຂປລ
                                                            ກອງປະຊຸມ ໄລຍະທຳອິດ ຂອງກອງປະຊຸມຜູ້ນຳ ເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 32 ໄດ້ຈັດຂຶ້ນ ຢູ່ສູນປະຊຸມສາກົນ ຈອງຈູ ປະເທດ ສ ເກົາຫລີ.
                                                        
                                                        
                                                        
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 31 ຕຸລານີ້, ກອງປະຊຸມ ໄລຍະທຳອິດ ຂອງກອງປະຊຸມຜູ້ນຳ ເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 32 ໄດ້ຈັດຂຶ້ນ ຢູ່ສູນປະຊຸມສາກົນ ຈອງຈູ ປະເທດ ສ ເກົາຫລີ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຂຶ້ນກ່າວຄຳປາໄສວ່າ: ຕະຫລອດໄລຍະ 30 ກວ່າປີ ນັບແຕ່ສ້າງຕັ້ງຂຶ້ນມານີ້, ເອເປັກ(APEC) ໄດ້ນຳພາອາຊີ-ປາຊີຟິກ ກ້າວຂຶ້ນຢູ່ ແຖວໜ້າ ແຫ່ງການເປີດກວ້າງ ແລະ ພັດທະນາ ໃນທົ່ວໂລກ, ປະກອບສ່ວນ ເຂົ້າໃນການເຮັດໃຫ້ ອາຊີ-ປາຊີຟິກ ກາຍເປັນພາກພື້ນ ທີ່ເສດຖະກິດ ພັດທະນາ ຢ່າງມີຊີວິດ ຊີວາທີ່ສຸດ ຢູ່ໃນໂລກ. ດັ່ງນັ້ນ ຄວນຍຶດໝັ້ນ ຈຸດປະສົງ ແຕ່ຫົວທີຂອງ APEC ແລະ ສ້າງປະຊາຄົມ ອາຊີ-ປາຊີຟິກ ເພື່ອບັນລຸ ເປົ້າໝາຍດັ່ງກ່າວ  ຈຶ່ງມີຂໍ້ສະເໜີ 5 ຂໍ້ດັ່ງນີ້: ໜຶ່ງ, ຮ່ວມກັນປົກປັກຮັກສາ ລະບົບການຄ້າຫລາຍຝ່າຍ. ສອງ, ຮ່ວມກັນສ້າງ ສະພາບແວດລ້ອມ ດ້ານເສດຖະກິດ ພາກພື້ນ ແບບເປີດກວ້າງ. ສາມ, ຮ່ວມກັນ ປົກປັກຮັກສາຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ໃຫ້ມີຄວາມໝັ້ນຄົງ ແລະ ຄວາມໂລ່ງລ່ຽນ. ສີ່, ຮ່ວມກັນຊຸກຍູ້ ການຄ້າ ໃຫ້ຫັນ ເປັນແບບດີຈີຕອນ ຕາມທິດສີຂຽວ. ຫ້າ, ຮ່ວມກັນສົ່ງເສີມ ການພັດທະນາແບບ ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
                                                        KPL