ກົງສູນໃຫຍ່ຫວຽດນາມ ປະຈຳັລວງພະບາງ ຍື່ນໜັງສືແຕ່ງຕັ້ງຕໍ່ຮອງລັດຖະມົນຕີກະຊວງຕ່າງປະເທດ

31/10/2025 14:07
ຂປລ ໃນວັນທີ 23 ຕຸລາ 2025 ນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງສະຫາຍ ຫວູ ຫງອກ ຫລີ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫລວງພະ ບາງຄົນໃໝ່.

        ຂປລ. ໃນວັນທີ 23 ຕຸລາ 2025 ນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງສະຫາຍ ຫວູ ຫງອກ ຫລີ  ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫລວງພະບາງຄົນໃໝ່. ໂອກາດນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍສະຫາຍ ຫວູ ຫງອກ ຫລີ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 8 ແຂວງພາກເໜືອຂອງລາວ ຄົນໃໝ່ທີ່ມີສໍານັກງານຕັ້ງຢູ່ແຂວງ ຫລວງພະບາງ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດ ກໍຄື ຄະນະນໍາກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງສະຫາຍ ກົງສຸນໃຫຍ່ ຈະສາມາດປະກອບສ່ວນເຂົ້າໃນການພັດທະນາ 8 ແຂວງ ພາກເໜືອຂອງລາວ ກໍຄື ຊຸກຍູ້ການ ພົວພັນຮ່ວມມືລະຫວ່າງແຂວງ ເຫລົ່ານັ້ນ ກັບບັນດາແຂວງຂອງ ສສ ຫວຽດນາມ ລວມທັງສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມສາມັກຄີຊາວຫວຽດນາມທ່ີກຳລັງດຳລົງຊີວິດ ແລະ ທຳມາຫາກິນຢູ່ 8 ແຂວງພາກເໜືອຂອງລາວ ໃຫ້ສືບຕ່ໍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືຮັດແໜ້ນສາຍພົວພັນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍຮອງລັດຖະມົນຕີກະຊວງການຕ່າງປະເທດກໍໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ທັງໃນສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ.

         ໃນໂອກາດດຽວກັນ, ສະຫາຍ ກົງສຸນໃຫຍ່ ຫວູ ຫງອກ ຫລີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບກະຊວງການຕ່າງປະເທດແຕ່ລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ 8 ແຂວງ ພາກເໜືອຂອງລາວ ກັບບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

KPL

ຂ່າວອື່ນໆ

ads
ads

Top