ບຣາຊິນ ຈະໂຈະການຜະລິດ ລົດໃຫຍ່

31/10/2025 11:26
ຂປລ ຜະລິດລົດໃຫຍ່ ບາງແຫ່ງ ອາດຈະຈຳເປັນຕ້ອງ ໂຈະການຜະລິດລົດໃຫຍ່ ພາຍໃນ 2-3 ອາທິດ ຖ້າຫາກ ເກີດວິກິດການ ຂາດແຄນຊິບເຊມິ ຄອນດັກເຕີຣ ລະດັບໂລກ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ລັດຖະບານ ບຣາຊິນ ເປີດເຜີຍວ່າ: ຜູ້ຜະລິດລົດໃຫຍ່ ບາງແຫ່ງ ອາດຈະຈຳເປັນຕ້ອງ ໂຈະການຜະລິດລົດໃຫຍ່ ພາຍໃນ 2-3 ອາທິດ ຖ້າຫາກ ເກີດວິກິດການ ຂາດແຄນຊິບເຊມິ ຄອນດັກເຕີຣ ລະດັບໂລກ.

ໂດຍ ທ່ານ ອັລລາເຊ ໂມເຣຣາ ເລຂານຸການ ກະຊວງ ພັດທະນາ ອຸດສາຫະກຳ , ການຄ້າ ແລະ ບໍລິການຂອງ ບຣາຊິນ ລະບຸວ່າ: ວິກິດການ ຂາດແຄນຊິບ ເກີດຈາກ ຄວາມຂັດແຍ້ງ ລະຫວ່າງ ຈີນ ແລະ ໂຮນລັງ ທີ່ກ່ຽວກັບ ເນັສເພຍເຣຍ (Nexperia) ເປັນບໍລິສັດ ຜະລິດຊິບທຶນຈີນ.  ປັດຈຸບັນ, ຄວາມຂັດແຍ້ງນີ້ ຍັງສືບຕໍ່ມາ ເປັນເວລາຫລາຍເດືອນແລ້ວ. ນອກນັ້ນ, ທ່ານ ອັລລາເຊ ໂມເຣຣາ ຍັງໄດ້ເຂົ້າຮ່ວມປະຊຸມ ກັບ ປະທານ ສະມາຄົມ ຜູ້ຜະລິດລົດໃຫຍ່ ບຣາຊິນ ອັນຟາວີ (Anfavea) ເພື່ອປຶກສາຫາລື ກ່ຽວກັບ ສະຖານະການ ດັ່ງກ່າວ , ແຕ່ບໍ່ໄດ້ ລະບຸວ່າ ຜູ້ຜະລິດສາຍໄດ້ ຈະໄດ້ຮັບຜົນກະທົບ ເປັນສາຍທຳອິດ.  /

 

KPL

ຂ່າວອື່ນໆ

ads
ads

Top