ຂປລ
ຕາມແຈ້ງການ ຂອງສູນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ, ປັດຈຸບັນມີ 74 ຕາແສງ ຂອງ 4 ແຂວງເຂດພາກເໜືອ ຂອງ ສສ ຫວຽດນາມ ໂດຍສະ ເພາະ ແຂວງ ໄທງວຽນ, ກາວບັ່ງ, ບັກນິງ ແລະ ແຂວງລ້າງເຊີນ ຖືກນ້້ຳຖ້ວມຢ່າງ ໜັກໜ່ວງ,

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຕາມແຈ້ງການ ຂອງສູນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ, ປັດຈຸບັນມີ 74 ຕາແສງ ຂອງ 4 ແຂວງເຂດພາກເໜືອ ຂອງ ສສ ຫວຽດນາມ ໂດຍສະ ເພາະ ແຂວງ ໄທງວຽນ, ກາວບັ່ງ, ບັກນິງ ແລະ ແຂວງລ້າງເຊີນ ຖືກນ້້ຳຖ້ວມ ຢ່າງໜັກໜ່ວງ, ມີບ່ອນເລິກ ທີ່ສຸດແມ່ນ 3 ແມັດ, ໃນນັ້ນມີ ໄທງວຽນ ຄາດວ່າ ຍັງຈະຖືກນ້ຳຖ້ວມໃນ 2–3 ວັນໃນຕໍ່ໜ້າ, ແຂວງບັກນິງ ນ້ຳຂຶ້ນສູງກ່ວາ ລະດັບສູງທີ່ສຸດ ໃນປະຫວັດສາດ ເມື່ອທຽບໃສ່ປີ 1986. ຢູ່ແຂວງໄທງວຽນ, ຕາມການຄາດຄະເນ ຂອງອົງການວິຊາການ ແຂວງ ໄທງວຽນແລ້ວ, ສະພາບການນ້ຳຖ້ວມ ຢູ່ບັນດາຕາແສງ ໃຈກາງ ແຂວງ ຈະຍັງສືບຕໍ່ ໃນຫລາຍວັນ ຈະມາເຖິງ. ຕາມການລາຍງານ ໃນເບື້ອງຕົ້ນ ຂອງແຂວງໄທງວຽນ ມາຮອດ ວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນ ມີຜູ້ເສຍຊີວິດ 4 ຄົນ, ສູນ ຫາຍ 2 ຄົນ ແລະອີກ 2 ຄົນ ຖືກບາດເຈັບ, ມີເຮືອນປະມານ 200.000 ຫລັງ ຖືກນ້ຳຖ້ວມ ຢູ່ຫລາຍທ້ອງຖິ່ນ, ນ້ຳຖ້ວມ ຍັງຢູ່ລະດັບສູງ, ຫລາຍຄອບຄົວຍັງຖືກຕັດຂາດ ຈາກພາຍນອກ ທ່າມກາງນ້ຳ ຖ້ວມ. ທ່ານ ດິງກວາງຕວຽນ, ປະທານແນວໂຮມປະເທດຊາດ ຫວຽດນາມ ແຂວງໄທງວຽນເວົ້າວ່າ:ປັດຈຸບັນ, ຈິດໃຈຫລັກ ໃນເບື້ອງຕົ້ນ ແມ່ນກອບກູ້ ແລະ ນຳສົ່ງປະຊາຊົນໄປຍັງເຂດປອດໄພ ແລະ ບຳບັດນ້ຳ ຢູ່ບັນດາເຂດຖືກນ້ຳຖ້ວມ, ພ້ອມທັງ ໜູນຊ່ວຍ ອາຫານການກິນ ໃຫ້ແກ່ ປະຊາຊົນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ພວມປະສົບກັບ ຄວາມຫຍຸ້ງຍາກ ໃນການເຕົ້າໂຮມ ອາຫານການກິນ ກໍ່ຄື ເຄື່ອງໃຊ້ທີ່ຈຳເປັນອື່ນໆ, ຍ້ອນວ່າ ທຸກບ່ອນລ້ວນແຕ່ ຖືກນ້ຳຖ້ວມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL