ທ່ານ ນາງ ຕະກະອິຈິ ຊະນະເອະ ໄດ້ຮັບເລືອກຕັ້ງ ເປັນປະທານ ພັກເຈມິນ ຂອງຍີ່ປຸ່ນ

06/10/2025 15:29
Email Print 154
ຂປລ ພັກ​ເຈ​ມິນ​ ທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຍີ່​ປຸ່ນ ​ໄດ້​ຈັດ​ການ​ນັບ​ບັດ​ເລືອກ​ຕັ້ງ​ ປະ​ທານ​ພັກ​ຕົນ. ໃນ​ການ​ປ່ອນ​ບັດ ​ຮອບ​ທີ 2, ທ່ານ​ ນາງ​ ຕະ​ກະ​ອິ​ຈິ ຊະ​ນະ​ເອະ ອະ​ດີດ​ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ​ດ້ານ​ເສດ​ຖະ​ກິດ ​ໄດ້​ຮັບ​ບັດ ​ສ່ວນຫລາຍ ແລະ ໄດ້​ຮັບ​ເລືອກ​ຕັ້ງ​ ເປັນ​ປະ​ທານ​ພັກ ​ເຈ​ມິນຊຸດທີ 29

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ພັກ​ເຈ​ມິນ​ ທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຍີ່​ປຸ່ນ ​ໄດ້​ຈັດ​ການ​ນັບ​ບັດ​ເລືອກ​ຕັ້ງ​ ປະ​ທານ​ພັກ​ຕົນ. ໃນ​ການ​ປ່ອນ​ບັດ ​ຮອບ​ທີ 2, ທ່ານ​ ນາງ​ ຕະ​ກະ​ອິ​ຈິ ຊະ​ນະ​ເອະ ອະ​ດີດ​ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ​ດ້ານ​ເສດ​ຖະ​ກິດ ​ໄດ້​ຮັບ​ບັດ ​ສ່ວນຫລາຍ ແລະ ໄດ້​ຮັບ​ເລືອກ​ຕັ້ງ​ ເປັນ​ປະ​ທານ​ພັກ ​ເຈ​ມິນຊຸດທີ 29, ມີຄວາມອາດ ເປັນໄປໄດ້ ຢ່າງ​ສູງ ທີ່​ຈະ​ກາຍ​ເປັນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ​ຄົນ​ໃໝ່. ກ່ຽວ​ກັບ ​ຜົນ​ການ​ເລືອກ​ຕັ້ງ​ ປະ​ທານ​ພັກ​ເຈ​ມິນ ​ຂອງ​ຍີ່​ປຸ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕ່າງ​ປະ​ເທດ​ວ່າ: ຈີນ​ໄດ້​ໃສ່ໃຈ​ຕໍ່​ຜົນ​ການ​ເລືອກ​ຕັ້​ງ​ທີ່​ກ່ຽວ​ຂ້ອງ, ນີ້​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຍີ່​ປຸ່ນ. ຫວັງ​ວ່າ ຍີ່​ປຸ່ນ​ ຈະ​ສາ​ມາດ​ປະ​ຕິ​ບັດ​ ຕາມຫລັກ​ການ ແລະ ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ທຸກ​ປະ​ການ​ ໃນ​ເອ​ກະ​ສານ ​ການ​ເມືອງ 4 ສະ​ບັບ​ລະ​ຫວ່າງ ສປ ​ຈີນ-ຍີ່​ປຸ່ນ, ປະ​ຕິ​ບັດ​ ຕາມ​ຄຳ​ໝັ້ນ​ສັນ​ຍາ ​ດ້ານ​ການ​ເມືອງ​ ຂອງຕົນກ່ຽວ​ກັບ​ ບັນ​ຫາ​ປະ​ຫວັດ​ສາດ, ບັນ​ຫາ​ໄຕ້​ຫວັນ ແລະ ບັນ​ຫາ​ສຳ​ຄັນ​ອື່ນໆ, ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ ສປ ຈີນ ທີ່ສ້າງສັນ ແລະ ມີເຫດຜົນ ພ້ອມ​ທັງ​ ຊຸກ​ຍູ້ໃຫ້​ການ​ພົວ​ພັນ​ ຍຸດ​ທະ​ສາດ​ ແລະ​ ຕ່າງ​ຝ່າຍ​ຕ່າງ​ ໄດ້​ຮັບ​ຜົນ​ປະ​ໂຫຍດ​ ລະ​ຫວ່າງ​ ສປ ຈີນ-ຍີ່​ປຸ່ນ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຢ່າງ​ແທ້ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top