lkov;prvo;a ocsj 'dkomh vo3I, xtgmfg1p]t,a o 7q [Iv[ 35 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 03.10.2025 ປີທີ 24 ສະບັບທີ 6.283 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 lkmk]tot]a f xt-kmy xtw8 xt-k-q o]k; \A opn oK ອ່ານຕໍ່ໜ້າ 4 z6h cmo]k;Ij ;,dv'xt-5 ,g9Q k|h kmuj vk;5 3l dtly de{xj kw,h vk-Po 7A 'mu 47 16j 2y ]y [xy o ອ່ານຕໍ່ໜ້າ 2 z6h cmo vvxl Ij ;,dv'xt-5 , sq ;|h kvq 'dkowvptdkol6 'l5 f 9u o{vk-Po 7A 'mu XV 76 {vk9ko xP[g\n vo \kdsq ;.90v']t[q [dkolb dlk ຂປລ. ວັນທີ 3 ຕຸລາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຂປລ. ຄູ ຫລື ອາຈານ ປຽບ ເໝືອນໝາກຫົວໃຈຂອງລະບົບການ ສຶກສາແມ່ນປັດໄຈສຳຄັນໃນການ ກຳນົດຜົນການຮຽນຂອງນັກຮຽນ, ນັກສຶກສາ. ຂະນະດຽວກັນ ຄູຍັງ ເປັນຜູ້ສ້າງແຮງບັນດານໃຈ ແລະ ກະຕຸ້ນໃຫ້ນັກຮຽນມີຄວາມມັກ ຮັກໃນການຮຽນຮູ້, ຄົ້ນພົບຄວາມ ສາມາດຂອງຕົນເອງສາມາດເວົ້າ ໄດ້ວ່າ ຄູຄືຜູ້ສ້າງມະນຸດທີ່ມີຄຸນ ນະພາບ ເພື່ອເປັນກຳລັງໃນການ ອ່ານຕໍ່ໜ້າ 6 ຂປລ. ເມື່ອບໍ່ດົນມານີ້, ວິທະຍຸ ໂທລະພາບສູນກາງຈີນ CMG ປະ ຈໍາລາວ ຮ່ວມກັບໂຮງຮຽນລຽວ ໂຕ໋ວ, ຈັດສາຍຮູບເງົາອາວະກາດ 8K ຊື່ວ່າ “ຢູ່ນອກປ່ອງຢ້ຽມແມ່ນ ດາວເຄາະສີຟ້າ” ຢູ່ທີ່ສະໂມສອນ ຂອງໂຮງຮຽນ, ເປັນກຽດເຂົ້າ ຮ່ວມຊົມໂດຍທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ທ່ານ ນາງ Mo Xiaoling ຫົວໜ້າ CMG ປະຈໍາລາວ, ທ່ານ ສົມປະສົງ ຈັນທະວົງ ປະທານໂຮງຮຽນລຽວ ໂຕ໋ວ, ພ້ອມດ້ວຍແຂກຖືກເຊີນ, ຄູ I6 [g'kg]nj v' 16j ovdxj v'1h P,c,j ofk;g7ktlu 2h k wfh 9a flkp16j ot7vos];';P'9a o “ ” q ອາຈານ, ນ້ອງນັກຮຽນເຂົ້າຮ່ວມ ຫລາຍຮ້ອຍຄົນ. ທ່ານ ນາງ ວິລະວອນ ພັນທະວົງ ອາຈານ ແສງເພັດ ຄູນປະເສີດ xt-k-q o16j ]P[c7,oE]u d wfh Ia [7;k,glpskp9kdwroE4h ;,gxa o[= ]y g;od;h k' xt-k-q omuj vkwl16j g0f8vo]5j , ]P[lkpoE',.sh pq dph kply j '0v'w;h [j vol6 ' nj okpq d]a f4t,q o8u 3vh ]q ,ruj oh v' 7q og-N v-kf]k;16j ;= -y '8a o fu -u ອ່ານຕໍ່ໜ້າ 2 c9h 'dko0v'dt-;'dko8j k'xtgmf ອ່ານຕໍ່ໜ້າ 2 ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານ ກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະ ຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມລັດຖະກິດຢູ່ ສປປ ເກົາຫລີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງພັກ, ສອງ ລັດຖະບານ ແລະ ປະຊາຊົນສອງຊາດລາວ ເເລະ ສປປ ເກົາຫລີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ທັງເປັນການ ສະເຫລີມສະຫລອງ ແລະ ຂໍ່ານັບຮັບຕ້ອນວັນຄົບຮອບ 60 ປີ ແຫ່ງ ການພົບປະສຸດຍອດຄັ້ງທໍາອິດທີ່ນະຄອນຫລວງພຽງຢາງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນ ລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ໃນວັນທີ 28 ຕຸລາ 2025 ແລະ ຖືໂອກາດສະແດງຄວາມ ຊົມເຊີຍວັນສ້າງຕັ້ງພັກແຮງງານເກົາຫລີ ຂປລ. ສະຖານເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫລວງວໍຊິງຕັນ ດີຊີ ສະ ຫະລັດອາເມລິກາ ຈັດງານພົບປະ ພີ່ນ້ອງຄົນເຊື້ອຊາດລາວ ໃນວັນທີ 28 ກັນຍາ 2025 ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກ 'ko;k'ltcf',tstdeg'o]k; 2025 7A 'mevy f0v']k; 9t9a f0B o.ogfn voma o;k ອ່ານຕໍ່ໜ້າ 4 ຂປລ. ງານວາງສະແດງມະຫະ ກໍາເງິນລາວ 2025 ຄັ້ງທີ 1 ໃນ ສປປ ລາວ ຫລື Lao Money Expo 2025 ຈະຈັດຂຶ້ນໃນລະ ຫວ່າງວັນທີ 15-20 ທັນວາ 2025, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ພາຍໃຕ້ ຫົວຂໍ້“ການເງິນເພື່ອການເຕີບໂຕ”. y ຂປລ. ວັນທີ 3 ຕຸລາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງ ສານສະແດງຄວາມຊົມເຊີຍເຖິງທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງສາທາລະນະລັດ ເກົາຫລີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 76 ປີ. lkoltcf'7;k,-q ,g-u p;a o-kf l gdq ks]u 7q [Iv[ 76 xu ອ່ານຕໍ່ໜ້າ 2 3m]tg]dltcf'7;k,gsa o.9 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 03/10/2025 xtgmf]k; ຜູ້ແທນ ອອປສ... ຜູ້ແທນລາວ... ປະຊາຊົນທີ່ອາໄສ... ປະຊາຊົນຢູ່ລຽບ... ໂທລະເລກສະແດງ... ສານອວຍພອນວັນແຫ່ງການ... ແຈ້ງການ... ສານສະແດງຄວາມຊົມເຊີຍ... ນາຍົກລັດຖະມົນຕີ... ຂປລ. ໃນວັນທີ 30 ກັນຍາ 2025 ຜ່ານມານີ້, ເຂື່ອນໄຟຟ້າ ນ້ຳລີກ 1-2 ໄດ້ປ່ອຍນໍ້າອອກຈາກ ເຂື່ອນ ຜ່ານອຸມົງລະບາຍນ້ຳລົ້ນ ຂອງເຂື່ອນ ເນື່ອງຈາກວ່າໄດ້ຮັບ ຜົນກະທົບຈາກພາຍຸບົວລອຍ ສົ່ງ ຜົນໃຫ້ມີຝົນຕົກໜັກຫລາຍວັນຕິດຕໍ່ ກັນເຮັດໃຫ້ລະດັບນໍ້າໜ້າເຂື່ອນ ເພີ່ມ ສູງຂຶ້ນເກີນລະດັບ 305 ແມັດ ຊຶ່ງ ມວນນໍ້າດັ່ງກ່າວ, ບວກກັບປະລິ ມານນໍ້າຕາມສາຍຫ້ວຍຕ່າງໆ ໂດຍ ສະເພາະສາຍນໍ້າລີກຢູ່ລຸ່ມເຂື່ອນ ເພີ່ມສູງຂຶ້ນຫລາຍ ແລະ ໄຫລເຂົ້າ ຖ້ວມສິ່ງປຸກສ້າງຂອງຜູ້ປະກອບ ການດ້ານການທ່ອງທ່ຽວ, ເຂົ້ານາ ປີ, ຮົ້ວ-ສວນຂອງປະຊາຊົນຢູ່ລຽບ ແຄມນ້ຳລີກນັບແຕ່ບ້ານນາແຊງ ຈົນຮອດບ້ານເມືອງເຟືອງ ເປັນຕົ້ນ ເຮືອນແພແຄມນໍ້າ, ທີ່ພັກອາໄສ, ຕູບ ນັ່ງຫລິ້ນ ແລະ ເຄື່ອງຮັບໃຊ້ຕ່າງໆ ຂອງຜູ້ປະກອບການສ້າງຄວາມ ເສຍຫາຍຫລາຍສົມຄວນ. ມາຮອດ ວັນທີ 2 ກັນຍາ 2025 ສະພາບ ນໍ້າຢູ່ກ້ອງເຂື່ອນໄຟຟ້ານ້ຳລີກ 1-2 ນັບແຕ່ຈຸດບ້ານນາແຊງ ຈົດຮອດ ບ້ານແກ້ງຊຽງ-ບ້ານເມືອງເຟືອງ ແມ່ນຢູ່ໃນສະພາບປົກກະຕິແລ້ວ. ເນື່ອງຈາກຝົນຢຸດຕົກ ແລະ ຝ່າຍ ຮັບຜິດຊອບບໍລິຫານຈັດການນ້ຳ ຂອງເຂື່ອນດັ່ງກ່າວ ໄດ້ປິດປະຕູ ລະບາຍນ້ຳລົງຕາມລະດັບ. ຕໍ່ກັບເຫດການດັ່ງກ່າວ, ອົງ ການປົກຄອງຂັ້ນເມືອງ, ຄະນະ ກຳມະການຕ້ານໄພພິບັດຂັ້ນເມືອງ ສົມທົບກັບກຳລັງເຈົ້າໜ້າທີ່ອ້າຍ ນ້ອງ ປກຊ ແລະ ປກສ ເມືອງ ລົງ ຕິດຕາມຊ່ວຍເຫລືອບັນດາຫົວໜ່ວຍ ຜູ້ປະກອບການທີ່ໄດ້ຮັບຜົນກະທົບ ແລະ ປະຊາຊົນຢູ່ໃນພື້ນທີ່ດັ່ງກ່າວ ໃຫ້ມີຄວາມປອດໄພໃນລະດັບດີ, ສໍາ ລັບຜົນເສຍຫາຍຂອງອຸທົກກະໄພ ໃນຄັ້ງນີ້, ຄະນະຮັບຜິດຊອບກໍາລັງ ລົງເກັບກຳຂໍ້ມູນລະອຽດແລ້ວຈະ ລາຍງານໃຫ້ຮັບຮູ້ຕາມພາຍຫລັງ. ສຳລັບຜູ້ປະກອບການດ້ານການ ບໍລິການດ້ານການທ່ອງທ່ຽວທີ່ ອາໄສຢູ່ລຽບນ້ຳແມ່ນກຳລັງປັບປຸງ ເຮືອນແພ, ສະຖານທີ່ທ່ອງທ່ຽວ ຂອງຕົນ ເພື່ອຮອງຮັບນັກທ່ອງທ່ຽວ ໃນຕໍ່ໜ້າ. ຢ່າງໃດກໍຕາມ, ກ່ອນຈະ ມີການປ່ອຍນ້ຳອອກຈາກເຂື່ອນບໍ ລິສັດເຂື່ອນໄຟຟ້ານໍ້າລີກ 1-2 ໄດ້ ສະເໜີຫາອົງການປົກຄອງເມືອງ ເພື່ອອອກແຈ້ງການໃຫ້ບັນດາເຈົ້າ ຂອງເຮືອນແພ, ຜູ້ປະກອບການຢູ່ ຕາມສາຍນໍ້າລີກ ແລະ ເຮືອນຳທ່ຽວ ຕ່າງໆໃຫ້ໂຈະການບໍລິການຮັບ ແຂກ ຫລື ນັກທ່ອງທ່ຽວຊົ່ວຄາວໄປ ກ່ອນຈົນກວ່າຈະເຫັນວ່າມີຄວາມ ປອດໄພ. ທັງນີ້, ກໍເພື່ອປ້ອງກັນ ອຸບັດເຫດທາງນໍ້າທີ່ຈະເກີດຂຶ້ນກັບຜູ້ ມາບໍລິການຢູ່ຕາມສາຍນ້ຳລີກ, ສໍາ ລັບປະຊາຊົນທີ່ດໍາລົງຊີວິດຢູ່ແຄມ ນໍ້າລີກ, ຜູ້ນຳໃຊ້ເຮືອຫາງຍາວ ແລະ ປະຊາຊົນຜູ້ກ່ຽວຂ້ອງໃຫ້ກະກຽມ ຄວາມພ້ອມຮັບມືຢ່າງມີສະຕິ ແລະ ໃຫ້ພ້ອມກັນມ້ຽນມັດ, ກວດກາ ຄວາມປອດໄພຂອງກິດຈະການ ຫລື ຊັບສິນຂອງຕົນ, ພ້ອມທັງໃຫ້ ຍົກຍ້າຍສິ່ງທີ່ຈະໄດ້ຮັບຜົນກະທົບ ຈາກປະລິມານນໍ້າທີ່ເພີ່ມຂຶ້ນຢ່າງໄວ ວາຢູ່ຕາມສາຍນໍ້າລີກໃຫ້ມີຄວາມ ປອດໄພ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ຖະແຫລງຂ່າວເມືອງເຟືອງ ຂປລ. ວັນທີ 2 ຕຸລາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງໂທລະເລກສະແດງ ຄວາມເຫັນໃຈເຖິງສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ສະພາບຜົນກະທົບ ຂອງລົມພາຍຸບົວລອຍ (Bualoi) ຫລື ພາຍຸເລກ 10 ທີ່ໄດ້ພັດເຂົ້າ ຫລາຍທ້ອງຖິ່ນ, ເຂດ ແລະ ແຂວງ ຕ່າງໆຂອງ ສສ ຫວຽດນາມ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດ ຕໍ່ສະພາບຜົນກະທົບຂອງລົມພາຍຸ ບົວລອຍ(Bualoi) ຫລື ພາຍຸເລກ 10 ທີ່ໄດ້ພັດເຂົ້າຫລາຍທ້ອງຖິ່ນ, ເຂດ ແລະ ແຂວງຕ່າງໆຂອງ ສສ ຫວຽດນາມ ເຊິ່ງໄດ້ສ້າງຄວາມ ເສຍຫາຍຢ່າງໃຫຍ່ຫລວງໃຫ້ແກ່ ຊີວິດ ແລະ ຊັບສິນຂອງປະຊາຊົນ ຫວຽດນາມອ້າຍນ້ອງ. ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າຂໍສະ ແດງຄວາມເຫັນອົກເຫັນໃຈ ແລະ ຄວາມເສົ້າສະຫລົດໃຈຢ່າງສຸດ ຊຶ້ງຖານສະຫາຍອ້າຍນ້ອງມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ໂດຍ ສະເພາະແມ່ນບັນດາຄອບຄົວຜູ້ ປະສົບເຄາະຮ້າຍໃນເຫດການຄັ້ງ ນີ້ດ້ວຍ. ສປປ ລາວ ພວກຂ້າພະເຈົ້ົ້າ ຂປລ. ເມື່ອບໍ່ດົນມານີ້, ຄະນະ ຜູ້ແທນຂັ້ນສູງອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ (ອອປສ) ນຳໂດຍທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິ ຫານງານພັກ, ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ ເຂົ້າຮ່ວມກອງປະຊຸມຫົວໜ້າອົງ ການໄອຍະການສູງສຸດ ຈີນ-ອາ ຊຽນ ຄັ້ງທີ XV ຢູ່ເຂດບໍລິຫານ ພິເສດຮົງກົງ ສປ ຈີນ ພາຍໃຕ້ຫົວຂໍ້ “ຕ້ານການຟອກເງິນ ແລະ ການສໍ້ ຂປລ. ໃນລະຫວ່າງວັນທີ 29-30 ກັນຍາ 2025 ຜ່ານມາ, ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ, ຫົວໜ້າເຈົ້າໜ້າທີ່ອາວຸໂສໄດ້ ນຳພາຄະນະເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສກະສິກໍາ ແລະ ປ່າ ໄມ້ອາຊຽນ ຄັ້ງທີ 47 ແລະ ກອງປະ ຊຸມອື່ນໆທີ່ກ່ຽວຂ້ອງຢູ່ມະນີລາ ປະ ເທດຟີລິບປິນ. ກອງປະຊຸມໃນຄັ້ງນີ້, ເພື່ອທົບ ທວນຄືນຄວາມຄືບໜ້າການຈັດຕັ້ງ ປະຕິບັດແຜນຍຸດທະສາດດ້ານອາ ຫານ, ກະສິກໍາ ແລະ ປ່າໄມ້ ອາ ຊຽນ, ອາຊຽນ+3 ແລະ ອາຊຽນຍີ່ປຸ່ນ 2016-2025, ພ້ອມທັງໄດ້ ປຶກສາຫາລື ແລະ ເປັນເອກະພາບ ຮັບເອົາແຜນຍຸດທະສາດ ສະບັບໃໝ່ 2026-2030 ແລະ ວິໄສທັດຂອງ ປະຊາຄົມອາຊຽນຮອດ ປີ 2045 ເພື່ອນຳສະເໜີໃຫ້ລັດຖະມົນຕີ ກະສິ ກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47, ລັດຖະມົນຕີອາຊຽນ+3 ຄັ້ງ 25, ອາຊຽນ-ຍີ່ປຸ່ນ ຄັ້ງທີ 2 ຮັບຮອງ ຢ່າງເປັນທາງການທີ່ຈະຈັດຂຶ້ນໃນ ລະຫວ່າງວັນທີ 1-2 ຕຸລາ 2025 ທີ່ ມານີລາ, ປະເທດຟີລິບປິນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບເອົາແຜນການ ຈັດຕັ້ງປະຕິບັດການຮ່ວມມືອາ ຊຽນ-ຍີ່ປຸ່ນ ວ່າດ້ວຍການເພີ່ມທະວີ ລະບົບການຜະລິດສະບຽງອາຫານ ແລະ ກະສິກໍາ ເພື່ອຄວາມຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານໃນພາກພື້ນ. ນອກ ນີ້, ໃນກອງປະຊຸມຍັງໄດ້ກະກຽມ ບັນດາເອກະສານ ເພື່ອໃຫ້ກອງ ປະຊຸມຂັ້ນລັດຖະມົນຕີ ພິຈາລະນາ ແລະ ຮັບຮອງ ຈໍານວນ 22 ສະບັບ ແລະ ນໍາສະເໜີ 8 ສະບັບ ໃນ ຂອບການຮ່ວມມືດ້ານຕ່າງໆເຊັ່ນ: ດ້ານສະບຽງອາຫານ, ກະສິກຳ, ປ່າໄມ້, ພືດ, ສັດລ້ຽງ, ການປະມົງ, ສະຫະກອນ, ສົ່ງເສີມ, ຄົ້ນຄວ້າ, ດິນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມ ພັດທະນາ. ໃນໂອກາດນີ້, ທ່ານຫົວໜ້າ ເຈົ້າໜ້າທີ່ອາວຸໂສກະສິກໍາ ແລະ ປ່າໄມ້ ອາຊຽນ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ທີ່ປະຊຸມຮັບຊາບກ່ຽວ ກັບການປັບໂຄງສ້າງຂອງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ການ ປັບປຸງຄັ້ງນີ້, ໄດ້ສະແດງໃຫ້ເຫັນ ຄຳໝັ້ນສັນຍາແຫ່ງຊາດ ໃນການ ເຊື່ອມໂຍງກະສິກຳ, ການຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງຂອງສິ່ງແວດລ້ອມ ຊຶ່ງມີເປົ້າໝາຍ ເພື່ອປ່ຽນແປງລະ ບົບອາຫານທີ່ມີການປ່ຽນແປງຂອງ ສະພາບອາກາດ ແລະ ເພີ່ມຄວາມ ສາມາດໃນການປັບຕົວຂອງພື້ນທີ່ ໃນຊົນນະບົດໂດຍ ສປປ ລາວ ໄດ້ ດໍາເນີນໂຄງການລິເລີ່ມລະບົບນິ ເວດກະສິກໍາ Lao-facilitated Initiative on Agroecology (LICA) ທີ່ຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບນະໂຍບາຍຂອງ ອາຊຽນກ່ຽວກັບການປ່ຽນຜ່ານ ສູ່ການຜະລິດກະສິກໍານິເວດວິ ທະຍາ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ ຂປລ. ເນື່ອງຈາກປະລິມານ ນ້ຳລວມທີ່ໄຫລລົງສູ່ແມ່ນ້ຳງື່ມສູງ ເຖິງ 2,711 ແມັດກ້ອນຕໍ່ວິນາທີ ໃນວັນທີ 1 ຕຸລາ 2025 ທີ່ຜ່ານ ມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ລາຍງານກ່ຽວກັບ ສະພາບການຈັດການບໍລິຫານນໍ້າ ຫລ້າສຸດ ຊຶ່ງໄດ້ຮັບຜົນກະທົບຈາກ ພາຍຸ “ລາກາຊາ” ແລະ “ບົວ ລອຍ” ປະລິມານນ້ຳສູງທີ່ໄຫລ ມາຈາກສາຍນ້ຳລີກ ລວມທັງປະ ລິມານນ້ຳຈາກບັນດາສາຍນ້ຳ ທຳມະຊາດໄດ້ໄຫລມາສົມທົບກັນ ເຮັດໃຫ້ເກີດມີເຫດການນ້ຳຖ້ວມຢູ່ ບາງພື້ນທີ່ໃນບໍລິເວນຕອນລຸ່ມຂອງ ເຂື່ອນໄຟຟ້ານ້ຳງື່ມ 1 ໂດຍສະເພາະ ໃນບາງເຂດເມືອງທຸລະຄົມ, ເມືອງ ໄຊທານີ ແລະ ເມືອງປາກງື່ມ ໃຫ້ ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນ ລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍ ສິ່ງຂອງໄວ້ທີ່ສູງ. ສ່ວນເຂດເມືອງ ແກ້ວອຸດົມ ແລະ ວຽງຄຳ ແມ່ນບໍ່ ໄດ້ຮັບຜົນກະທົບ. ການຄວບຄຸມນ້ຳ ເຖິງວ່າມີ ປະລິມານນ້ຳໄຫລເຂົ້າອ່າງຢ່າງ ຕໍ່ເນື່ອງ, ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ ພະຍາຍາມຫລຸດຜ່ອນການລະບາຍ ນໍ້າຜ່ານປະຕູລະບາຍນ້ຳລົ້ນລົງ ເຫລືອພຽງ 40,84 ແມັດກ້ອນຕໍ່ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ແລະ ຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສປປ ເກົາຫລີ. ລັດຖະມົນຕີແຫ່ງ ສປປ ລາວ ໄດ້ ເຄື່ອນໄຫວຢ້ຽມຢາມ-ເຮັດວຽກ ຢູ່ນະຄອນຫລວງວໍຊິງຕັນ ດີຊີ ລະຫວ່າງວັນທີ 27-30 ກັນຍາ 2025 ຜ່ານມາ ໂດຍມີທ່ານລັດຖະ ມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະ ນະຕິດຕາມ, ທ່ານເອກອັກຄະ ລັດຖະທູດ ພ້ອມດ້ວຍພະນັກງານ ສະຖານທູດ ແລະ ພີ່ນ້ອງຄົນເຊື້ອ ຊາດລາວ ທີ່ດຳລົງຊີວິດຢູ່ສະຫະ ລັດອາເມລິກາ ແລະ ການາດາ ເຂົ້າຮ່ວມ. ໃນພິທີ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳສອາເມລິກາແລະການາດາ ໄດ້ກ່າວຈຸດປະສົງຂອງງານພົບປະ ຄັ້ງນີ້, ເພື່ອເປັນໂອກາດໃຫ້ພີ່ນ້ອງ ຄົນເຊື້ອຊາດລາວ ໄດ້ພົບປະ ແລະ ຮັບຟັງການໂອ້ລົມຈາກການນຳ ຂັ້ນສູງຂອງລາວ ແລະ ຍັງເປັນ ໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອ ຊາດລາວ ໄດ້ແລກປ່ຽນສົນທະ ນາກັບການນໍາຂັ້ນສູງຂອງ ສປປ ລາວ ອັນໄດ້ເຮັດໃຫ້ພວກເຂົາເຈົ້າ ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນ ຢ່າງດີກ່ຽວກັບແນວທາງການພັດ ທະນາປະເທດ ກໍຄື ນະໂຍບາຍ ຕ່າງໆທີ່ລັດຖະບານລາວມີຕໍ່ພີ່ນ້ອງ ຄົນເຊື້ອຊາດລາວຢູ່ຕ່າງປະເທດ. ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ ເນັ້ນໜັກວ່າ: ລັດຖະບານລາວຍາມ ໃດກໍຖືພີ່ນ້ອງຄົນເຊື້ອຊາດລາວຢູ່ ຕ່າງປະເທດ ເປັນສ່ວນໜຶ່່ງຂອງ ວົງຄະນາຍາດແຫ່ງຊາດ, ເປັນ ກຳລັງແຮງໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫລື ທາງອ້ອມຕາມ ສະພາບເງື່ອນໄຂ ແລະ ຄວາມສາ ມາດຕົວຈິງຂອງເຂົາເຈົ້າ, ພ້ອມ ທັງໄດ້ສະແດງຄວາມຊົມເຊີຍຕໍ່ ພີ່ນ້ອງຄົນເຊື້ອຊາດລາວທີ່ສືບຕໍ່ ອະນຸລັກຮັກສາຮີດຄອງປະເພນີ ອັນດີງາມ ແລະ ເອກະລັກຄວາມ ເນື້ອໃນສານໄດ້ລະບຸວ່າ: ຕາງ ໜ້າໃຫ້ປະຊາຊົນລາວແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ສ ເກົາຫລີ ເພື່ອນ ມິດທຸກຖ້ວນໜ້າເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 76 ປີ. ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດ ໄລຍະ 3 ທົດສະວັດທີ່ຜ່ານມາ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີໝາກຜົນລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມ ພະຍາຍາມຮ່ວມກັນ, ສາຍພົວພັນ ຮ່ວມມືອັນດີງາມລະຫວ່າງ ສປປ ລາວ-ສ ເກົາຫລີ ຈະສືບຕໍ່ໄດ້ຮັບ ການພັດທະນາຂຶ້ນສູ່ລະດັບສູງໃໝ່ ໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນຂອງ ສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາໃນພາກ ພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີ ນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານອັນມີກຽດຂອງ ທ່ານ ແລະ ປະຊາຊົນ ສ ເກົາຫລີ ເພື່ອນມິດຈົ່ງສືບຕໍ່ມີຄວາມສົມບູນ ພູນສຸກ ແລະ ຈະເລີນກ້າວໜ້າ ຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງ ຄວາມຊົມເຊີຍເຖິງທ່ານ ຄິມ ມິນ ຊອກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງ ສານສະແດງຄວາມຊົມເຊີຍເຖິງ ທ່ານ ໂຈ ຮຸນ ລັດຖະມົນຕີກະຊວງ ການຕ່າງປະເທດ ເເຫ່ງ ສາທາລະ ນະລັດເກົາຫລີ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 76 ປີ ເຊັ່ນ ດຽວກັນ. ປະຊາຊົນລາວ ໄດ້ສົ່ງສານສະແດງ ຄວາມຊົມເຊີຍເຖິງທ່ານ ຟຣັງ-ວານ ເຕີ້ ສະຕາຍມາຍເອີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເນື່ອງໃນໂອກາດວັນ ແຫ່ງການທ້ອນໂຮມ ປະເທດເຢຍ ລະມັນ ຄົບຮອບ 35 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງ ໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງທ່ານ ແລະ ປະຊາຊົນ ເຢຍລະມັນ ເພື່ອນມິດທຸກຖ້ວນ ໜ້າ ເນື່ອງໃນໂອກາດວັນແຫ່ງ ການທ້ອນໂຮມປະເທດເຢຍລະມັນ ຄົບຮອບ 35 ປີ. ຂ້າພະເຈົ້າມີຄວາມປິຕິຍິນດີເປັນ ຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ ທີ່ຜ່ານມາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້ຮັບການສືບຕໍ່ເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະນັບມື້ນັບແໜ້ນແຟ້ນ ແລະ ແຕກ ດອກອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະ ນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດທຸກປະການໃນໜ້າທີ່ອັນ ມີກຽດຂອງທ່ານ ແລະ ປະຊາຊົນ ເຢຍລະມັນ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ ເຖິງທ່ານ ຟຣີດຣິດຊ໌ ແມດຊ໌ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍ ພອນເຖິງທ່ານ ໂຢຮານ ວາເດິພູ ລັດຖະມົນຕີຕ່າງປະເທດເຢຍລະມັນ ແຫ່ງ ສາທາລະນະລັດ ສະພັນເຢຍ ລະມັນ ເນື່ອງໃນໂອກາດວັນແຫ່ງ ການທ້ອນໂຮມປະເທດເຢຍລະມັນ ຄົບຮອບ 35 ປີ ເຊັ່ນດຽວກັນ. ພ້ອມທີ່ຈະຢູ່ຄຽງບ່າຄຽງໄຫລ່ກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງບໍ່ວ່າຈະ ຢູ່ໃນສະພາບການໃດກໍຕາມ ແລະ ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນ ວ່າພາຍໃຕ້ການນຳພາຂອງພັກ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງ ໃກ້ຊິດຂອງລັດຖະບານ ກໍຄື ທຸກ ພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ, ປະຊາຊົນ ຫວຽດນາມອ້າຍນ້ອງຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ ແລະ ຟື້ນຟູຜົນກະທົບຈາກໄພທຳມະຊາດ ຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ພ້ ອ ມ ກັ ນ ນີ້ , ສ ະ ຫ າ ຍ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈເຖິງສະຫາຍ ເລ ຮວ່າຍ ຈູງ ຮັກສາການລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ສະພາບຜົນກະທົບ ຂອງລົມພາຍຸບົວລອຍ(Bualoi) ຫລື ພາຍຸເລກ 10 ທີ່ໄດ້ພັດເຂົ້າ ຫລາຍທ້ອງຖິ່ນ, ເຂດ ແລະ ແຂວງ ຕ່າງໆຂອງ ສສ ຫວຽດນາມ ເຊັ່ນ ດຽວກັນ. ເປັນລາວ ລວມທັງປະກອບສ່ວນ ໃນການເຜີຍແຜ່ວັດທະນະທຳ ອັນດີງາມຂອງລາວ ຢູ່ຊຸມຊົນ ໃນປະເທດທີ່ເຂົາເຈົ້າອາໄສຢູ່, ປະກອບສ່ວນໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບ ອາເມລິກາ, ສປປ ລາວ ກັບການາດາ . ພ້ອມກັນນັ້ນ , ທ່ານນາຍົກລັດຖະມົນຕີ ຍັງໄດ້ ແຈ້ງສະພາບການພັດທະນາເສດ ຖະກິດ-ສັງຄົມຂອງລາວໃນປັດ ຈຸບັນທີ່ກຳລັງສຸມໃສ່ເພື່ອບັນລຸ ບັນດາຄາດໝາຍສູ້ຊົນຕ່າງໆ ຂອງລັດຖະບານໃນໄລຍະທ້າຍ ຂອງການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ບັນດາເປົ້າໝາຍພັດ ທະນາແບບຍືນຍົງ ເພື່ອນຳເອົາ ປະເທດຊາດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດ ທະນາ, ການປະຕິບັດສອງວາລະ ແຫ່ງຊາດ, ສືບຕໍ່ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ ຊຶ່ງ ທຸກພາກສ່ວນໃນສັງຄົມກຳລັງ ພ້ອມກັນຈັດຕັ້ງປະຕິບັດດ້ວຍ ຄວາມເອົາໃຈໃສ່, ເປັນເຈົ້າການ ແລະ ຮັບຜິດຊອບສູງ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ ຖືໂອກາດນີ້ ເຊີນຊວນພີ່ນ້ອງຄົນ ເຊື້ອຊາດລາວອວ່າຍໜ້າກັບເມືອ ຢ້ຽມຢາມບ້ານເກີດເມືອງນອນ, ໄປທ່ອງທ່ຽວ ຫລື ດໍາເນີນທຸລະກິດ ຢູ່ ສປປ ລາວ ໂດຍສະເພາະໃນທ້າຍ ປີ2025 ນີ້ ຈະມີການສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຊຶ່ງລັດຖະ ບານ ກໍຄື ປະຊາຊົນລາວທັງຊາດ ກຳລັງກະກຽມຕ້ອນຮັບພີ່ນ້ອງ ຄົນເຊື້ອຊາດລາວທີ່ຈະເດີນທາງ ມາຈາກທົ່ວໂລກ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກ ຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວ ສືບຕໍ່ປົກປັກຮັກສາຮີດຄອງປະເພ ນີ-ວັດທະນະທຳຂອງລາວເຮົາ, ພ້ອມຈິດພ້ອມໃຈເປັນນໍ້າໜຶ່ງໃຈ ດຽວກັນສົ່ງເສີມເອກະລັກຄວາມ ເປັນລາວທີ່ມີກຽດສະຫງ່າຢູ່ປະ ເທດທີ່ຕົນດໍາລົງຊີວິດ ກໍຄື ເວທີສາ ກົນອື່ນໆ, ພ້ອມທັງປະກອບສ່ວນ ສ້າງສາພັດທະນາປະເທດລາວ ຕາມກຳລັງແຮງຂອງຕົນທີ່ມີ ເພື່ອ ເຮັດໃຫ້ມາຕຸພູມແຜ່ນດິນລາວກ້າວ ໄປສູ່ຄວາມສີວິໄລຮັ່ງມີຜາສຸກ, ປະ ຊາຊົນຢູ່ດີກິນດີຂຶ້ນໄປເລື້ອຍໆ. ລາດບັງຫລວງ ແລະ ເກັບກູ້ຊັບສິນ ຄືນໃນຍຸກທີ່ທັນສະໄໝ” ຊຶ່ງມີຄະ ນະຜູ້ແທນຂັ້ນສູງອົງການໄອຍະ ການສູງສຸດຂອງບັນດາປະເທດສະ ມາຊິກອາຊຽນ, ມາເກົາ ແລະ ສປ ຈີນ ເຂົ້າຮ່ວມ. ໃນວາລະກອງປະຊຸມ, ບັນດາ ຜູ້ແທນໄດ້ຮັບຮູ້ເຖິງການເພີ່ມຂຶ້ນ ປະເພດຂອງອາຊະຍາກໍາຂ້າມ ຊາດທີ່ກ່ຽວຂ້ອງກັບການຟອກ ເງິນ ແລະ ການສໍ້ລາດບັງຫລວງ ທ່າມກາງຄວາມກ້າວໜ້າຂອງເຕັກ ໂນໂລຊີທັນສະໄໝແລະ ສິ່ງທ້າທາຍ ທີ່ກ່ຽວຂ້ອງເຖິງການສືບສວນສອບສວນ ແລະ ການສັ່ງຟ້ອງຄະ ດີ. ນອກຈາກນີ້, ຄະນະຜູ້ແທນທີ່ ເຂົ້າຮ່ວມໄດ້ລົງນາມໃນຖະແຫລງ ການຮ່ວມ ເພື່ອຢືນຢັນຄືນເຖິງການ ສືບຕໍ່ຮ່ວມມືລະຫວ່າງອົງການໄອ ຍະການປະຊາຊົນຂອງ ສປ ຈີນ ແລະ ບັນດາອົງການໄອຍະການ ປະຊາຊົນຂອງປະເທດອາຊຽນ ບົນພື້ນຖານຄວາມຖືກຕ້ອງຕາມ ກົດໝາຍພາຍໃນ ແລະ ກົດໝາຍ ສາກົນ ໃນການສືບຕໍ່ແລກປ່ຽນ ປະສົບການ, ຜູ້ຊ່ຽວຊານ, ບົດຮຽນ ການປະຕິບັດຕົວຈິງອັນດີທີ່ສຸດ ໃນການສັ່ງຟ້ອງອາຊະຍາກຳທີ່ ກ່ຽວຂ້ອງກັບການຟອກເງິນ ແລະ ຕ້ານການສໍ້ລາດບັງຫລວງ, ການ ຝຶກອົບຮົມໃຫ້ພະນັກງານໄອຍະ ການຂອງບັນດາປະເທດອາຊຽນ ແລະ ສປ ຈີນ ແລະ ການຕ້ານການ ສໍ້ລາດບັງຫລວງແນໃສ່ຮັບປະກັນ ການດໍາເນີນຄະດີອາຊະຍາກໍາທີ່ ກ່ຽວຂ້ອງກັບການຟອກເງິນ ແລະ ການສໍ້ລາດບັງຫລວງ ແລະ ການ ປະຕິບັດມາດຕະການເກັບກູ້ຊັບສິນ ທີ່ໄດ້ຈາກການກະທໍາຜິດຄືນຢ່າງ ເໝາະສົມ. ໃນໂອກາດດັ່ງກ່າວ, ທ່ານ ບຸນທັນ ບຸນທະວິໄລ ພ້ອມຄະນະ ຍັງໄດ້ພົບປະສອງຝ່າຍກັບຄະນະ ຜູ້ແທນຂັ້ນສູງຂອງ ສປ ຈີນ ເພື່ອ ເສີມຂະຫຍາຍສາຍພົວພັນຮ່ວມມື ຂອງສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າ ສູ່ລວງເລິກຕື່ມອີກ. ຂ່າວ-ພາບ: ອອປສ ວິນາທີ (ໂດຍໄຫລຜ່ານກົງຫັນ 331,60 ແມັດກ້ອນຕໍ່ວິນາທີ) ເພື່ອ ຊ່ວຍຫລຸດຜ່ອນຜົນກະທົບຕໍ່ພື້ນທີ່ ຕອນລຸ່ມ.
xtgmf]k; 3 03/10/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດ ່າຕົ່ງ dP,rh v,c8j sq ;mu Ia [,n da [wrry [a f9kdme,t-kf ົດສະເໜີ ¢£¢£ງ©ດ ົານ່າວ ະວງານຕ່າງປະເທດ zq oleg]a f0v'dkog7n j vows;;Pd'kodkom6 f .ow]pt.\j (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ 12 ຕຸລາ 1945 -12 ຕຸລາ 2025) ຂປລ. ໃນຊຸມປີຜ່ານມາ, ສະ ພາບການພາກພື້ນ ແລະ ສາກົນ ສືບ ຕໍ່ຜັນແປໄປຢ່າງໄວວາ, ສະຫລັບ ສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດ ການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງລະຫວ່າງປະ ເທດມະຫາອໍານາດ, ບັນຫາສົງ ຄາມກາງເມືອງ, ບັນຫາຄວາມຂັດ ແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາ ມະຊາດ ລວມທັງການປ່ຽນແປງ ດິນຟ້າອາກາດ ທີ່ກໍ່ໃຫ້ເກີດໄພທໍາ ມະຊາດ ແລະ ການລະບາດຂອງ ພະຍາດຮ້າຍແຮງ. ຕໍ່ກັບສະພາບ ການດັ່ງກ່າວ, ສປປ ລາວ ໂດຍຍຶດ ໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື” ແລະ ປະຕິ ບັດຕາມຄໍາຂວັນກອງປະຊຸມວຽກ ງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກ ທະລຸເພື່ອປົກປັກຮັກສາແລະພັດທະ ນາປະເທດຊາດ ເພີ່ມທະວີປະສິດ ທິພາບການຈັດຕັ້ງປະຕິບັດຜົນການ ເຄື່ອນໄຫວການຕ່າງປະເທດ ໃຫ້ ປະກົດຜົນເປັນຮູບປະທໍາ ສືບຕໍ່ ຂະຫຍາຍການພົວພັນຮ່ວມມືແບບ ຫລາຍທິດ, ຫລາຍຝ່າຍ, ຫລາຍຮູບ ແບບ ແລະ ຫລາຍລະດັບ ບົນພື້ນ ຖານເຄົາລົບເອກະລາດ, ອໍານາດ ອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງ ຝ່າຍຕ່າງມີຜົນປະໂຫຍດ ເພີ່ມທະວີ ຄວາມເປັນເຈົ້າການໃນການຈັດຕັ້ງ ບັນດາຂໍ້ຕົກລົງຮ່ວມມືອັນເປັນພື້ນ ຖານ ກັບບັນດາປະເທດເພື່ອນມິດ ຍຸດທະສາດ ໃຫ້ມີປະສິດທິຜົນ ພວກ ເຮົາ ສາມາດສືບຕໍ່ຍາດໄດ້ຜົນສໍາ ເລັດທີ່ພົ້ນເດັ່ນ ໃນການເຄື່ອນໄຫວ ວຽກງານການຕ່າງປະເທດ ແລະ ການທູດຂອງຕົນ ໂດຍສາມາດຮັກ ສາສັນຕິພາບ, ຮັບປະກັນເອກະລາດ ແລະ ຄວາມໝັ້ນຄົງແຫ່ງຊາດ, ຍາດແຍ່ງຜົນປະໂຫຍດດ້ານເສດ ຖະກິດ, ເສີມຂະຫຍາຍສາຍພົວພັນ ແບບສະໜິດແໜ້ນກັບບັນດາປະ ເທດເພື່ອນມິດຍຸດທະສາດ ແລະ ສາຍພົວພັນທີ່ດີກັບບັນດາປະເທດ ໃຫຍ່, ຊຸກຍູ້ການເຊື່ອມໂຍງ-ເຊື່ອມ ຈອດພາຍໃນປະເທດ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ເຊີດຊູຖານະບົດ ບາດຂອງລາວ ໃຫ້ສູງເດັ່ນຂຶ້ນໃນ ເວທີສາກົນ. ໃນດ້ານການເຄື່ອນໄຫວການ ທູດສອງຝ່າຍ, ສປປ ລາວ ໄດ້ສືບຕໍ່ ເພີ່ມທະວີການພົວພັນຢ່າງໃກ້ຊິດ ພ້ອມທັງໄດ້ຍົກລະດັບການພົວພັນ ກັບບັນດາປະເທດເພື່ອນມິດຍຸດທະ ສາດ ກໍຄື ບັນດາປະເທດເພື່ອນມິດ ອື່ນໆຂຶ້ນສູ່ລະດັບໃໝ່ເປັນກ້າວໆມາ ເປັນຕົ້ນແມ່ນສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ກັບ ສສ ຫວຽດ ນາມ ໃຫ້ເຂົ້າສູ່ລວງເລິກໃນທຸກຂົງ ເຂດ ສືບຕໍ່ການຮ່ວມມືແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການກໍ່ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ ຢຸດຢັ້ງ ສືບຕໍ່ຮັກສາ ແລະ ເພີ່ມທະວີ ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອອັນດີງາມກັບປະເທດອ້າຍ ນ້ອງ ແລະ ສະຫະພັນຣັດເຊຍ ປົກ ປັກຮັກສາ ແລະ ເພີ່ມທະວີການພົວ ພັນມິດຕະພາບອັນດີກັບບັນດາປະ ເທດເພື່ອນບ້ານໃກ້ຄຽງ ພ້ອມທັງ ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ອັນກວ້າງຂວາງ ລະຫວ່າງກັນ ພ້ອມທັງໄດ້ຍົກລະ ດັບສາຍພົວພັນກັບບັນດາປະເທດ ເພື່ອນມິດອື່ນໆ ຂຶ້ນເປັນຄູ່ຮ່ວມຍຸດ ທະສາດ ຄື: ຍີ່ປຸ່ນ, ສ ອາເມລິກາ, ຣາຊະອານາຈັກກໍາປູເຈຍ, ຮົງກາຣີ, ຣາຊະອານາຈັກໄທ, ບຣູໄນດາຣູຊາ ລາມ ແລະ ເຄືອຈັກກະພົບອົດສະ ຕຣາລີ. ທັງໝົດນີ້ສະແດງໃຫ້ເຫັນ ວ່າການພົວພັນສອງຝ່າຍລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃນທຸກຂົງເຂດ ໄດ້ມີບາດກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີ ໝາກຜົນທີ່ດີຕະຫລອດມາ, ເຮັດໃຫ້ ສປປ ລາວ ສາມາດຍາດແຍ່ງ ແລະ ຂົນຂວາຍການຮ່ວມມື, ການສະໜັບ ສະໜູນ, ການຊ່ວຍເຫລືອ, ການຄ້າ ແລະ ການລົງທຶນ ຈາກບັນດາປະ ເທດເຫລົ່ານັ້ນ ເພື່ອປະກອບສ່ວນ ອັນສໍາຄັນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ກໍຄື ການພັດທະນາເສດ ຖະກິດ-ສັງຄົມ ຢູ່ ສປປ ລາວ ໃຫ້ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ສໍາລັບການເຄື່ອນໄຫວການທູດ ຫລາຍຝ່າຍ, ສປປ ລາວ ໄດ້ສືບຕໍ່ ເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນ ເຈົ້າການຢູ່ໃນເວທີພາກພື້ນ ແລະ ສາກົນ ໃນການຮັກສາບົດບາດອັນ ພົ້ນເດັ່ນຂອງ ສປປ ລາວ ຊຶ່ງໄດ້ສືບ ຕໍ່ເປັນເຈົ້າການໃນການເຂົ້າຮ່ວມ ໃນຂະບວນການເຊື່ອມໂຍງພາກ ພື້ນ ແລະ ສາກົນຢ່າງຕັ້ງໜ້າ ເພື່ອ ປົກປ້ອງສິດຜົນປະໂຫຍດອັນຊອບ ທໍາຂອງ ສປປ ລາວ ເປັນຕົ້ນ ຂອບ ອົງການສະຫະປະຊາຊາດ (ສປຊ) ແລະ ອົງການເຄືອຂ່າຍ, ຂອບການ ຮ່ວມມືອາຊຽນ, ອົງການການຄ້າ ໂລກ (850), ອົງການຟຣັງໂກ ໂຟນີສາກົນ(0I'), ຂະບວນການບໍ່ ຮ່ວມກຸ່ມ(/AM), ກຸ່ມ77, ກຸ່ມປະ ເທດດ້ອຍພັດທະນາ (L%C), ກຸ່ມ ປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍ ແດນຕິດກັບທະເລ (LL%C), ກຸ່ມ ປະເທດເກາະດອນນ້ອຍ (4I%4) ແລະ ກົນໄກການຮ່ວມມືຂອງອົງ ການຈັດຕັ້ງສາກົນອື່ນໆ. ພິເສດ ແລະ ເປັນຄັ້ງທໍາອິດໃນປະຫວັດ ສາດ ທີ່ ສປປ ລາວ ໄດ້ຮັບໜ້າທີ່ ເປັນຮອງປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 76 ຖືກ ເລືອກໃຫ້ເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມຂອງ ສປຊ (EC040C) ສະໄໝ 2023-2025 ໄດ້ຮັບກຽດເປັນ ປະທານອາຊຽນ ຄັ້ງທີ 3 ໃນປີ 2024 ແລະ ສໍາເລັດການເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ຫລ້າສຸດ ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນຄູ່ຮ່ວມ ເຈລະຈາ ຂອງອົງການຮ່ວມມືຊຽງ ໄຮ້ (4C0) ອີກດ້ວຍ. ຄຽງຄູ່ກັນ ນັ້ນ, ສປປລາວຍັງສືບຕໍ່ເຄື່ອນໄຫວ ຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງ ເສດຖະກິດພາກພື້ນ ແລະ ສາກົນ, ການຮ່ວມມືໃນລະດັບພາກພື້ນແລະ ອະນຸພາກພື້ນ ເປັນຕົ້ນ ຂອບການ ຮ່ວມມື ໜຶ່ງແລວ-ໜຶ່ງເສັ້ນທາງ (B3I), ຂອບການຮ່ວມມືອາຊີ- ເອີຣົບ (A4EM), ຂອບການຮ່ວມ ມືແຫ່ງອາຊີ (AC%), ຂອບການ ຮ່ວມມືອາຊີຕາເວັນອອກ-ອາເມລິ ກາລາຕິນ ('EALAC), ຂອບ ການຮ່ວມມືອະນຸພາກພື້ນແມ່ນໍ້າ ຂອງ (GM4), ຂອບຍຸດທະສາດ ການຮ່ວມມືເສດຖະກິດ ແມ່ນໍ້າອີ ຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າ ຂອງ (ACMEC4), ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາຫວຽດນາມ (CLMV) ແລະ ບັນ ດາຂອບການຮ່ວມມືແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າ ຄົງຄາ, ແມ່ນໍ້າຂອງ-ຍີ່ປຸ່ນ, ແມ່ນໍ້າ ຂອງ-ສ ເກົາຫລີ ແລະ ແມ່ນໍ້າຂອງ- ສ ອາເມລິກາ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ມີຄວາມຫ້າວຫັນໃນ ການປະຕິບັດພັນທະຂອງຕົນຕໍ່ສົນ ທິສັນຍາສາກົນຕ່າງໆ ທີ່ໄດ້ເຂົ້າ ຮ່ວມເປັນພາຄີ ລວມ 1.500 ກວ່າ ສະບັບ, ໃນຂອບຫລາຍຝ່າຍຫລາຍ ກວ່າ 900 ສະບັບ ແລະ ໄດ້ສໍາເລັດ ການສ້າງກົດໝາຍຂອງຂະແໜງ ການຕ່າງປະເທດຈໍານວນ5ສະບັບ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິ ກໍາໃຕ້ກົດໝາຍ ຈໍານວນ 7 ສະບັບ. ທັງໝົດນີ້ສະແດງໃຫ້ເຫັນເຖິງ ໝາກຜົນອັນໃຫຍ່ຫລວງຂອງການ ເຄື່ອນໄຫວວຽກງານການທູດຂອງ ສປປ ລາວ ໃນໄລຍະໃໝ່ ບໍ່ວ່າຈະ ເປັນໃນຂອບສອງຝ່າຍ ຫລື ຫລາຍ ຝ່າຍ ຊຶ່ງໄດ້ປະກອບສ່ວນອັນສໍາ ຄັນເຂົ້າໃນການຍົກສູງບົດບາດ ຂອງສປປລາວ ເຮົາຢູ່ໃນເວທີພາກ ພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ເຮັດໃຫ້ຊື່ສຽງຂອງ ສປປ ລາວ ເປັນທີ່ຮູ້ຈັກຢ່າງກວ້າງ ຂວາງ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກນາໆ ຊາດນັບມື້ນັບຫລາຍຂຶ້ນ. ຊົມເຊີຍວັນການທູດລາວ ຄົບ ຮອບ 80 ປີ ຢ່າງສຸດໃຈĴ ຂປລ. ເຖົ້າແກ່ປູ່ຍ່າຕານາຍ ເຄີຍເຕືອນໄວ້ ໃຫ້ລະວັງນ້ຳກາງ ເດືອນແປດ, ເດືອນເກົ້າເຂົ້າສູ່ເດືອນ ສິບ ຫລື ເດືອນກໍລະກົດ-ເດືອນ ກັນຍາ-ເດືອນຕຸລາຂອງແຕ່ລະປີ, ເພາະວ່າໄລຍະນີ້ ຢູ່ໃນໄລຍະລະດູ ຝົນຕົກແຮງ ຕົກໜັກ ເຮັດໃຫ້ຫ້ວຍ ນ້ຳລຳເຊ ແຕ່ລະສາຍເຕັມໄປດ້ວຍ ມວນນ້ຳ ແລະ ຈະມີນ້ຳຖ້ວມໃນ ຫລາຍພື້ນທີ່ ອັນນຳໄປສູ່ຄວາມ ເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນກໍຄື ຮັບມືໄວ້ແຕ່ຫົວທີ ເພື່ອຮັບມືກັບໄພ ທຳມະຊາດ ໂດຍສະເພາະແມ່ນໄພ ນ້ຳຖ້ວມທີ່ອາດຈະເກີດຂຶ້ນ. ບົດຮຽນອັນລ້ຳຄ່າທີ່ພວກເຮົາ ປະສົບພົບພໍ້ໃນປີຜ່ານມາກໍຄືທ້າຍ ເດືອນກັນຍາ ຫາ ຕົ້ນເດືອນຕຸລາ ນີ້ແມ່ນໄດ້ເກີດໄພນ້ຳຖ້ວມ ຊຶ່ງມັນ ເກີດຂຶ້ນຢູ່ຫລາຍເຂດຫລາຍແຂວງ ທົ່ວປະເທດ. ນ້ຳຖ້ວມໃນລະຫວ່າງ ທ້າຍເດືອນກັນຍາຫາເດືອນຕຸລາ 2025 ນີ້, ໄດ້ສ້າງຄວາມສູນເສຍຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງທາງດ້ານເສດຖະ ກິດຫລາຍຢ່າງ, ຖະໜົນຫົນທາງ ລະບົບຄົມມະນາຄົມ ແລະ ອື່ນໆ ສູນເສຍເປັນມູນຄ່າບໍ່ໜ້ອຍ. ສຳລັບຢູ່ແຂວງໄຊສົມບູນ ທ່ານ ການດຳລົງຊີວິດຂອງປະຊາຊົນ ເປັນບໍລິເວນກວ້າງ. ຜ່ານການຕິດຕາມສະພາບດິນ ຟ້າອາກາດຜ່ານມາແຕ່ລະປີ ຢູ່ໃນ ໄລຍະນີ້ ມັກເກີດມີລົມພາຍຸພັດ ຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ມັກຈະເກີດນ້ຳຖ້ວມຢູ່ຫລາຍພື້ນທີ່ ທົ່ວປະເທດ ຖ້ວມເຮືອນຊານ ບ້ານ ຊ່ອງ ເນື້ອທີ່ການຜະລິດ ຜົນຜະລິດ ພື້ນຖານໂຄງລ່າງຂອງການພັດ ທະນາຖືກເສຍຫາຍເປັນຈຳນວນ ຫລາຍ ຊຶ່ງແຕ່ລະປີລັດຖະບານ, ພາກເອກະຊົນ ແລະ ອົງການຈັດ ຕັ້ງຕ່າງໆ ທັງພາຍໃນ ແລະ ສາກົນ ໄດ້ສຸມທຶນຮອນອັນມະຫາສານ ເຂົ້າຊ່ວຍເຫລືອຟື້ນຟູປົວແປງ ສິ່ງ ທີ່ເສຍຫາຍໄປນັ້ນ ໃຫ້ດີຂຶ້ນມາຕະ ບ້ານກໍໄຮ ທີ່ໄດ້ຮັບຜົນກະທົບຈາກ ພາຍຸບົວລອຍ ເຮັດໃຫ້ເຮືອນຊານ ຂອງປະຊາຊົນໄດ້ຮັບຄວາມເສຍ ຫາຍ ແລະ ມີຜູ້ເສຍຊີວິດ. ໃນນັ້ນ, ເຮືອນ 2 ຫລັງ, ເສຍຊີວິດ 3 ຄົນ. ຂະນະທີ່ມີເຮືອນຂອງປະຊາຊົນຈໍາ ນວນໜຶ່ງຢູ່ໃກ້ຄຽງເຂດດັ່ງກ່າວຖືກ ນໍ້າຖ້ວມ, ເສັ້ນທາງເປ່ເພບໍ່ສາມາດ ສັນຈອນໄປມາໄດ້.ແນວໃດກໍດີ,ປັດ ຈຸບັນອ້າຍນ້ອງທະຫານ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະຈໍາຢູ່ ຈຸດເກີດນ້ຳຖ້ວມ ເພື່ອເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາ ຊົນໃນເວລາສຸກເສີນ. ນອກຈາກ ແຂວງໄຊສົມບູນແລ້ວ ຍັງມີຫລາຍ ແຂວງຫລາຍທ້ອງຖິ່ນກໍໄດ້ຮັບຜົນ ກະທົບຈາກພາຍຸບົວລອຍເຊັ່ນກັນ. ຫລອດ, ດັ່ງນັ້ນ ປະຊາຊົນເຮົາຈົ່ງ ມີສະຕິລະມັດລະວັງ ທັງກຽມພ້ອມ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍຄະນະນໍາ ຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງເຄື່ອນໄຫວຕິດຕາມສະພາບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==