ອິນໂດເນເຊຍ ຊຸກຍູ້ ໂຄງການອາຫານນັກຮຽນ-ແມ່ຍິງຖືພາ

26/09/2025 21:24
Email Print 422
ຂປລ ສຳນັກງານ ໂພຊະນະການ ແຫ່ງຊາດ ຂອງ ອິນໂດເນເຊຍ ເປີດເຜີຍ ເປົ້າໝາຍຈັດຕັ້ງ ຫ້ອງຄົວປະຕິບັດການ ປະມານ 30.000 ແຫ່ງ ໃນທ້າຍປີ 2025 ເພື່ອສະໜັບສະໜູນ ໂຄງການ ລ້ຽງອາຫານລ້າ (ຟຣີ)

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 25 ກັນຍາ, ສຳນັກງານ ໂພຊະນະການ ແຫ່ງຊາດ ຂອງ ອິນໂດເນເຊຍ ເປີດເຜີຍ ເປົ້າໝາຍຈັດຕັ້ງ ຫ້ອງຄົວປະຕິບັດການ ປະມານ 30.000 ແຫ່ງ ໃນທ້າຍປີ 2025 ເພື່ອສະໜັບສະໜູນ ໂຄງການ ລ້ຽງອາຫານລ້າ (ຟຣີ) ຕາມຫລັກ ໂພຊະນາການ ສຳລັບ ນັກຮຽນ, ແມ່ຍີງຖືພາ, ແມ່ໃຫ້ນົມລູກ ແລະ ເດັກນ້ອຍ ຊຶ່ງເປັນ ສ່ວນສຳຄັນ ຂອງ ຄວາມພະຍາຍາມ ເພື່ອປັບປຸງ ໂພຊະນາການ ແລະ ຫລຸດພາວະ ການຂາດສານອາຫານ ທົ່ວປະເທດ.

ທ່ານ ໂຊນີ ຊອນຈາຢາ ຮອງຫົວໜ້າ ສຳນັກງານ ດັ່ງກ່າວ ໃຫ້ຮູ້ວ່າ: ເຖິງຈະມີ ຫ້ອງຄົວ ທີ່ຜ່ານ ການຮັບຮອງແລ້ວ ປະມານ 9.200 ແຫ່ງ, ແຕ່ປັດຈຸບັນ ຍັງມີ ຫ້ອງຄົວ ປະຕິບັດການ ຢ່າງເຕັມຮູບແບບພຽງ ປະມານ 8.000 ແຫ່ງ, ໃນຂະນະດຽວກັນ ກໍມີ ຜູ້ລົງທະບຽນ ກັບ ສຳນັກງານນີ້ ເພື່ອເຂົ້າຮ່ວມ ໂຄງການນີ້ ຫລາຍກວ່າ 32.000 ຄົນ, ຄາດວ່າ ຈະຊ່ວຍໃຫ້ ບັນລຸ ເປົ້າໝາຍ ກ່ຽວກັບ ຫ້ອງຄົວ ປະຕິບັດການ ຈຳນວນ 30.000 ແຫ່ງ ໃນອະນາຄົດ. ໂຄງການ ອາຫານຟຣີ ໄດ້ສ້າງວຽກເຮັດ ງານທຳໃໝ່ ໃນພາກ ທຸລະກິດ ເປັນແມ່ຄົວ 2,9 ແສນຕຳແໜ່ງ, ພ້ອມທັງມີຊາວກະສິກອນ, ຊາວປະມົງ, ຜູ້ລ້ຽງສັດ ແລະ ວິສາຫະກິດ ຂະໜາດກາງ, ຂະໜາດນ້ອຍ ແລະ ລາຍຍ່ອຍ ມີສ່ວນຮ່ວມປະມານ 1 ລ້ານແຫ່ງ./

KPL

ຂ່າວອື່ນໆ

ads
ads

Top