ໂອ້ເລ ເຂົ້າຊອຍຫລວງພະບາງ ມັດໃຈລູກຄ້າດ້ວຍວັດຖຸດິບທີ່ສົດໃໝ່

25/09/2025 13:56
Email Print 523
ຂປລ ຂລປ. ເມື່ອເວົ້າເຖິງອາຫານ ແລ້ວບໍ່ວ່າຈະຍຸກໃດ, ສະໄໝໃດອາຫານປະເພດເສັ້ນກໍເປັນອີກໜຶ່ງເມນູ (ລາຍການອາຫານ)

    ຂລປ. ເມື່ອເວົ້າເຖິງອາຫານ ແລ້ວບໍ່ວ່າຈະຍຸກໃດ, ສະໄໝໃດອາຫານປະເພດເສັ້ນກໍເປັນອີກໜຶ່ງເມນູ (ລາຍການອາຫານ) ທີ່ຄອງໃຈຜູ້ບໍລິໂພກເນື່ອງຈາກວ່າກິນງ່າຍ, ສະດວກ, ສະບາຍ ແລະ ວ່ອງໄວໃນເວລາຮີບດ່ວນອີກຢ່າງໜຶ່ງກໍມີເສັ້ນຫລາຍແບບໃຫ້ເລືອກກິນຕາມຄວາມມັກຂອງແຕ່ລະຄົນ ບໍ່ວ່າຈະເປັນເສັ້ນເຝີ, ເຂົ້າປຽກ, ໝີ່  ແລະ ເສັ້ນເຂົ້າຊອຍ ແລະ ອື່ນໆ ອີກຢ່າງຫລວງຫລາຍ. ສະນັ້ນ, ຈຶ່ງຕອບໂຈດຄວາມຕ້ອງການຂອງຜູ້ບໍລິໂພກຈົນເຮັດໃຫ້ຮ້ານອາຫານປະເພດນີ້ ມີຢູ່ທົ່ວທຸກເຂດທົ່ວປະເທດ. ເວົ້າລວມ, ເວົ້າສະເພາະນະຄອນຫລວງວຽງຈັນ ກໍມີເຈົ້າດັງໆຫລາຍຮ້ານ. ແຕ່ມື້ນີ້, ຄໍລໍາ “ສົ່ງເສີມທຸລະກິດ” ຈະພາບັນດາທ່ານມາຮູ້ຈັກຮ້ານໂອເລ້ ເຂົ້າຊອຍຫລວງພະບາງ ຕັ້ງຢູ່ບ້ານຫ້ວຍຫົງ ຮ່ອມ 12 ເມືອງຈັນທະບູລີນະຄອນຫລວງວຽງຈັນ ເປັນອີກຮ້ານໜຶ່ງທີ່ມີຄວາມແຊບແບບມີເອກະລັກ ແລະ ວັດຖຸດິບທີ່ສົດໃໝ່ ຈຶ່ງເຮັດໃຫ້ຄອງໃຈລູກຄ້າຢ່າງຫລວງຫລາຍບໍ່ວ່າຈະລູກຄ້າ  ເກົ່າ-ລູກຄ້າໃໝ່ຕ່າງກໍເວົ້າເປັນສຽງດຽວກັນວ່າຮ້ານນີ້ອາຫານແຊບຫລາຍ.

   ໂອເລ້ ສີໂຄດ ເຈົ້າຂອງຮ້ານໂອເລ້ ເຂົ້າຊອຍຫລວງພະບາງ ໃຫ້ຮູ້ວ່າ: ກ່ອນຈະມາເປີດຮ້ານເຂົ້າຊອຍແມ່ນເຮັດວຽກຢູ່ໃນວົງການບັນເທີງມີຮັບງານລີວິວ/Eetertain, ເຮັດລາຍການຫລີລຽວທ່ຽວລາວກັບໝູ່ຢູ່ແລ້ວ ແລະ ໝູ່ແຕ່ລະຄົນກໍມີທຸລະກິດຂອງໂຕເອງ ຈຶ່ງແນະນໍາກັນຕາມຄວາມເໝາະສົມຂອງແຕ່ລະຄົນ ເຊິ່ງໝູ່ແມ່ນເປີດຮ້ານເຂົ້າປຽກກ່ອນແລ້ວ ຈຶ່ງແນະນໍາຕົນເອງເປີດຮ້ານເຂົ້າຊອຍເພາະເຫັນວ່າຕົນເອງມັກກິນເຂົ້າຊອຍບວກກັບແມ່ເຮັດເຂົ້າຊອຍແຊບຢູ່ແລ້ວ ຈຶ່ງຊວນແມ່ເປີດຮ້ານເປັນເວລາຫລາຍເດືອນແມ່ຈຶ່ງຕົກລົງເຮັດເພາະແມ່ຢ້ານບໍ່ໄດ້ຂາຍເນື່ອງຈາກຮ້ານທີ່ຈະຂາຍຢູ່ໃນຮ່ອມແດ່ ແລະ ບໍລິເວນນີ້ ຫ້ອງການກໍຫລາຍແນ່, ແຕ່ແນວໃດກໍດີຍ້ອນຄວາມຕັດສິນໃຈຈຶ່ງໄດ້ເປີດຮ້ານໃນມື້ເຂົ້າພັນສາປີກາຍນີ້ ໂດຍເປີດທໍາອິດແມ່ນມີແຕ່ເຂົ້າຊອຍກັບຕໍາປະເພດຕ່າງໆສອງຢ່າງນີ້ເທົ່ານັ້ນ, ຫລັງຈາກເປີດໄປເລື້ອຍໆກໍ່ມີລູກຄ້າມາກໍແນະນໍາລາຍການອາຫານຕ່າງໆບາງຄົນກໍວ່າ ຄືບໍ່ເຮັດເຂົ້າຊອຍພັນທີ່ກໍາລັງດັງ ແລະ ເປັນກະແສ, ຕົນເອງກໍຄິດວ່າສິໄດ້ບໍ່ເພາະໜ້າເຂົ້າຊອຍແມ່ນເຮັດໃສ່ເຂົ້າຊອຍນໍ້າ ຈຶ່ງໄດ້ລອງເຮັດກິນເອງເບິ່ງກ່ອນ ຜົນປາກົດວ່າມັນແຊບ ຈຶ່ງເພີ່ມໃສ່ເປັນລາຍການອາຫານຫລັກຂອງຮ້ານ, ຕໍ່ມາລູກຄ້າກໍບອກວ່າເຮັດເຂົ້າປຽກແດ່ ຈຶ່ງເຮັດເພີ່ມຂຶ້ນຕື່ມຍ້ອນວ່າເຮົາກໍມີນໍ້າຊຸບ (ນ້ຳແກງ) ທີ່ແຊບໆຢູ່ແລ້ວຍັງບໍ່ພໍ່ເທົ່ານັ້ນອີງຕາມຄວາມຕ້ອງການຂອງລູກຄ້າ ເມື່ອມີເຂົ້າຊອຍຫລວງພະບາງກໍຕ້ອງມີຕໍາຫລວງພະບາງຈຶ່ງຄົບຖ້ວນ ເພື່ອໃຫ້ລູກຄ້າທີ່ເຂົ້າມາຮ້ານໄດ້ກິນຫລາຍເຍື່ອງທີ່ແຊບຊ້ອຍ ໂດຍສະເພາະແມ່ນເອົາຕໍາຫລວງພະບາງມາພັນກັບເຂົ້າຊອຍແມ່ນຕ້ອງໄດ້ລອງຮັບຮອງວ່າບໍ່ຜິດຫວັງແນ່ນອນ. ນອກນີ້, ຍັງມີເຂົ້າປຽກ, ເຂົ້າຊອຍໝູກອບ, ໝູເດັ້ງ, ປາມຶກແດງ ເຊິ່ງຢາກປົນກັນກໍ່ໄດ້ໄລ່ລາຄາເພີ່ມພຽງ 15.000 ກີບເທົ່ານັ້ນ. ສໍາລັບຈຸດພິເສດທີ່ດຶງດູດລູກຄ້າຂອງຮ້ານແມ່ນຄວາມແຊບຊ້ອຍຂອງລົດຊາດໜ້າເຂົ້າຊອຍບວກກັບນ້ຳຕົ້ມກະດູກທີ່ເຂັ້ມຂຸ້ນໃຊ້ເວລາໃນການຕົ້ມປະມານ 5-6 ຊົ່ວໂມງ, ສ່ວນໜ້າເຂົ້າຊອຍແມ່ນເປັນສູດສະເພາະຂອງຮ້ານທີ່ແມ່ເຮັດເອງຈະໄດ້ກິ່ນຫອມຂອງຖົ່ວເນົ່າແຕ່ບໍ່ເຄັມ, ເນັ້ນຊີ້ນໝູບົດ, ເອົາໝາກເລັ່ນໃສ່ໃນປະລິມານທີ່ພໍດີ, ຄວາມນົວ, ຄວາມຫວານມາຕັດ, ໜ້າເຂົ້າຊອຍຂອງທາງຮ້ານແມ່ນແຕກຕ່າງຈາກບ່ອນອື່ນຄືໜ້າເຂົ້າຊອຍຂອງທາງຮ້ານເຮົາຈະບໍ່ມັນ, ບໍ່ເປັນນ້ຳເນັ້ນຊີ້ນໝູບົດ ແລະ ຈະມີໜັງໝູກອບພ້ອມ, ສ່ວນໜັງໝູກອບແມ່ນຈະຈືນຕ່າງຫາກແລ້ວຈຶ່ງມາຂົ້ວປົນກັບເຄື່ອງຄຽງຂອງໜ້າເຂົ້າຊອຍ. ຕ້ອງບອກເລີຍວ່າ ຈະເອົາມາເຮັດເປັນເຂົ້າຊອຍພັນ ຫລື ເຂົ້າຊອຍນ້ຳກໍແຊບຫລາຍ, ເວລາຮັບປະທານເຂົ້າໄປຈະສຳຜັດໄດ້ເຖິງຄວາມແຊບທີ່ລົງໂຕ, ຄວາມຫອມຂອງຖົ່ວເນົ່າຍິ່ງເພ່ີມລົດຊາດທີ່ແຊບຊ້ອຍເຂົ້າໄປຕື່ມ,ອີກຢ່າງໜຶ່ງທີ່ເວົ້າວ່າໜ້າເຂົ້າຊອຍຈະບໍ່ມັນເວລາຂົ້ວຊີ້ນແລ້ວຈະມີນໍ້າມັນອອກຈະຕັກນໍ້າມັນອອກຈົນໝົດໃຫ້ເຫລືອແຕ່ຊີ້ນທີ່ບົດບໍ່ໝຸ້ນປານໃດເວລາຂົ້ວຈຶ່ງເປັນຕ່ອນພໍດີແຊບ ເມື່ອພັນກັບເຄື່ອງຄຽງຈັງແມ່ນເຂົ້າກັນອີຫລີ ແລະ ອີກຄວາມແຊບໜຶ່ງທີ່ຂາດບໍ່ໄດ້ກໍຄືເສັ້ນເຂົ້າຊອຍທາງຮ້ານຄັດເລືອກເປັນພິເສດ. ນອກຈາກນັ້ນ, ທາງຮ້ານຍັງຂາຍສະເພາະແຕ່ໜ້າເຂົ້າຊອຍ 1 ກິໂລ ລາຄາ 250.000 ກີບ, ຮັບຈັດງານນອກສະຖານທີ່ອີກດ້ວຍ.
   ໂອເລ້ ສີໂຄດ ເວົ້າເສີມວ່າ: ພາຍຫລັງທີ່ເປີດຮ້ານມາເກືອບໜຶ່ງປີແລ້ວເຫັນວ່າຜົນຕອບຮັບດີຫລາຍ, ລູກຄ້າເຂົ້າມາໃຊ້ບໍລິການເປັນຈຳນວນຫລວງຫລາຍ ໂດຍສະເພາະໄລຍະທີ່ເປີດຮ້ານໃໝ່ຈະໄດ້ຂາຍເຂົ້າຊອຍນ້ຳ ແລະ ເຂົ້າ ຊອຍພັນ ປະມານ 25 ກິໂລຕໍ່ມື້ ຫລື ປະມານ 100 ຖ້ວຍ/ມື້, ແຕ່ປັດຈຸບັນຈຳນວນຂາຍກໍຫລຸດລົງຈາກເມ່ືອກ່ອນໜ້ອຍໜຶ່ງ, ເຖິງແນວໃດກໍຕາມ, ກໍຖືວ່າຍັງຄອງໃຈລູກຄ້າຢ່າງຕໍ່ເນື່ອງທັງລູກຄ້າເກົ່າ ແລະ ໃໝ່ ເຊິ່ງເຫັນໄດ້ໃນແຕ່ລະມື້ຈະມີລູກຄ້າເຂົ້າມາບໍ່ຂາດໃນຈຸດນີ້ຕົນເອງກໍ່ຮູ້ສຶກດີໃຈຫລາຍທີ່ອາຫານຫລວງພະບາງຈາກສີມືຂອງຄົນຫລວງພະບາງແທ້ໆໄດ້ຮັບຄວາມນິຍົມຈາກສັງຄົມ ແລະ ປັດຈຸບັນແມ່ນໄດ້ຂະຫຍາຍສາຂາໄປບ້ານທ່າໂພໄຊ ເມືອງວຽງ ຄຳ ແຂວງວຽງຈັນ, ໃນອະນາຄົດມີແຜນຈະຂະຫຍາຍສາຂາໄປທີ່ຫລວງພະບາງ ແລະ ວັງວຽງຕື່ມ. ສະນັ້ນ, ທ່ານໃດທີ່ມັກກິນເຂົ້າຊອຍຖ້າໄດ້ກາຍໄປກາຍມາແຖວຫ້ວຍຫົງ ກໍແວ່ມາຊີມໄດ້ຮັບຮອງວ່າບໍ່ຜິດຫວັງແນ່ນອນ ຫລື ວ່າທ່ານໃດມາແລ້ວບໍ່ຮູ້ຮ້ານກໍ່ຕິດຕໍ່ສອບຖາມໄດ້ທີ່ເບີ 020 57032296, ເປີດທຸກວັນຈັນ-ວັນເສົາ ເວລາ8:00-15:00 ໂມງ.


           ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top