ໄຕ້ຫວັນ ເລັ່ງຄົ້ນຫາຜູ້ສູນຫາຍ ຈາກພາຍຸໄຕ້ຝຸ່ນ ຣາກາຊາ 20 ກວ່າຄົນ

26/09/2025 14:36
Email Print 442
ຂປລ ເຂດບໍລິຫານ ພິເສດ ໄຕ້ຫວັນຂອງ ສປ ຈີນ ຍັງຄົງຄົ້ນຫາ ຜູ້ສູນຫາຍ 22ຄົນ ຫລັງຈາກ ພາຍຸຊູບເປີໄຕ້ຝຸ່ນ ຣາກາຊາ (Ragasa) ທີ່ພັດຜ່ານ ຢ່າງຮຸນແຮງ ເຮັດໃຫ້ເກີດ ນ້ຳຖ້ວມ ເປັນບໍລິເວນກວ້າງ ແລະ ດິນເຈື່ອນ ຫລາຍແຫ່ງ

ຂປລ.ຕາມຂ່າວຈາກ ຮວາລຽນ, ວັນທີ25 ກັນຍານີ້, ເຂດບໍລິຫານ ພິເສດ ໄຕ້ຫວັນຂອງ ສປ ຈີນ ຍັງຄົງຄົ້ນຫາ ຜູ້ສູນຫາຍ 22ຄົນ ຫລັງຈາກ ພາຍຸຊູບເປີໄຕ້ຝຸ່ນ ຣາກາຊາ(Ragasa) ທີ່ພັດຜ່ານ ຢ່າງຮຸນແຮງ ເຮັດໃຫ້ເກີດ ນ້ຳຖ້ວມ ເປັນບໍລິເວນກວ້າງ ແລະ ດິນເຈື່ອນ ຫລາຍແຫ່ງ ໂດຍສະເພາະ ແຂວງຮວາລຽນ ເຮັດໃຫ້ນ້ຳທະເລສາບ ໄຫລເຂົ້າຖ້ວມ ເມືອງກວ່າງຟູ ສ້າງຄວາມເສຍຫາຍ ຢ່າງໜັກ. ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ເລັ່ງໃຫ້ການຊ່ວຍເຫລືອ ຜູ້ປະສົບໄພຄັ້ງນີ້ ຢ່າງຮີບດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top