ສ.ອາເມລິກາ ປະກາດອັດຕາພາສີໃໝ່ ສຳລັບ ຢາ-ລົດບັນທຸກ-ເຄື່ອງເຟີນີເຈີ

26/09/2025 21:24
Email Print 455
ຂປລ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ມາດຕະການ ອັດຕາ ພາສີ ນຳເຂົ້າໃໝ່ ສໍາລັບ ຢາເພີ່ມຂຶ້ນສູງເຖິງ 100% ແລະ ຈະເກັບພາສີ ລົດບັນທຸກໜັກ ແລະ ເຟີນິເຈີ ດ້ວຍອັດຕາ ພາສີສູງສຸດ 50% ເລີ່ມແຕ່ວັນທີ 1 ຕຸລານີ້.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ໃນວັນທີ 26 ກັນຍານີ້ວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ມາດຕະການ ອັດຕາ ພາສີ ນຳເຂົ້າໃໝ່ ສໍາລັບ ຢາເພີ່ມຂຶ້ນສູງເຖິງ 100% ແລະ ຈະເກັບພາສີ ລົດບັນທຸກໜັກ ແລະ ເຟີນິເຈີ ດ້ວຍອັດຕາ ພາສີສູງສຸດ 50% ເລີ່ມແຕ່ວັນທີ 1 ຕຸລານີ້. ຜະລິດຕະພັນຢາ ທີ່ມີຕາສິນຄ້າ ຫລື ສິດທິບັດ ເວັ້ນແຕ່ບໍລິສັດ ຜູ້ຜະລິດຢາ ຊະນິດນັ້ນ ຈະສ້າງໂຮງງານຜະລິດຢາ ຂອງ ຕົນເອງ ໃນ ສ.ອາເມລິກາ.

ນອກນີ້ ທ່ານໂດນັນ ທຣຳ ຍັງປະກາດວ່າ ຈະເກັບພາສີນໍາເຂົ້າ 25% ສຳລັບ ລົດບັນທຸກໜັກ ທຸກຄັນທີ່ຜະລິດຢູ່ປະເທດອື່ນ, ຊຶ່ງເປົ້າໝາຍ ຂອງ ການກຳນົດເພດານ ພາສີ ດັ່ງກ່າວ ເພື່ອສະໜັບ ສະໜູນ ຜູ້ຜະລິດ ລົດບັນທຸກໜັກ ພາຍໃນປະເທດ ສ.ອາເມລິກາ ແລະ ເພື່ອເປົ້າໝາຍ ຄວາມໝັ້ນຄົງແຫ່ງຊາດ. ຂະນະດຽວກັນ ຜູ້ນຳສ.ອາເມລິກາ ປະກາດ ເກັບພາສີ 50% ສຳລັບ ຕູ້ຄົວເຄົາເຕີ, ອ່າງລ້າງໜ້າ ໃນຫ້ອງນໍ້າ ແລະ ຜະລິດຕະພັນ ທີ່ກ່ຽວຂ້ອງ ແລະ ຈະເກັບພາສີ 30% ສຳລັບ ເຟີນີເຈີຜ້າ ຫລື ໜັງ ໂດຍຈະມີຜົນ ບັງຄັບໃຊ້ ໃນວັນທີ 1 ຕຸລານີ້ເຊັ່ນກັນ./

KPL

ຂ່າວອື່ນໆ

ads
ads

Top