ຂປລ
ທ່ານ ອັນໂຕນີໂອ ກູເຕີເຣສ(Antonio Guter res) ເລຂາທິການໃຫຍ່ ສະຫະ ປະຊາຊາດ(ສປຊ) ໄດ້ຮຽກຮ້ອງ ໃຫ້ທຸກປະ ເທດ ເຂົ້າ ຮ່ວມ ຂໍ້ຕົກລົງ ວ່າດ້ວຍ ດິນຟ້າອາກາດ ປາຣີ ວາງອອກ ບັນດາແຜນການ ກ່ຽວກັບ ດິນຟ້າອາກາດໃໝ່ ໃຫ້ແກ່ ປີ 2035 ເພື່ອແນໃສ່ ບັນລຸໄດ້ເປົ້າໝາຍ ຫລຸດຜ່ອນ ການປ່ອຍອາຍພິດ ໂດຍໄວ ແລະ ເລິກ ເຊິ່ງຍິ່ງຂຶ້ ເມື່ອ ທຽບກັບ ຄຳໝັ້ນສັນຍາ ກ່ອນນັ້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ອັນໂຕນີໂອ ກູເຕີເຣສ(Antonio Guter res) ເລຂາທິການໃຫຍ່ ສະຫະ ປະຊາຊາດ(ສປຊ) ໄດ້ຮຽກຮ້ອງ ໃຫ້ທຸກປະເທດ ເຂົ້າ ຮ່ວມ ຂໍ້ຕົກລົງ ວ່າດ້ວຍ ດິນຟ້າອາກາດ ປາຣີ ວາງອອກ ບັນດາແຜນການ ກ່ຽວກັບ ດິນຟ້າອາກາດໃໝ່ ໃຫ້ແກ່ ປີ 2035 ເພື່ອແນໃສ່ ບັນລຸໄດ້ເປົ້າໝາຍ ຫລຸດຜ່ອນ ການປ່ອຍອາຍພິດ ໂດຍໄວ ແລະ ເລິກ ເຊິ່ງຍິ່ງຂຶ້ນ ເມື່ອທຽບກັບ ຄຳໝັ້ນສັນຍາ ກ່ອນນັ້ນ. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຍົກອອກມາ ຢູ່ກອງປະຊຸມສຸດຍອດ ບັນດາການນຳກ່ຽວກັບ ດິນຟ້າອາກາດ ຢູ່ນອກກອງປະຊຸມ ຂອງສະມັດຊາດ ໃຫຍ່ ສປຊ ຊຸດທີ 80. ບັນດາປະເທດ ປະກາດ ຕ້ອງມີບັນດາ ເປົ້າໝາຍໃໝ່ ກ່ຽວກັບ ດິນຟ້າອາກາດ ເພື່ອສ້າງກຳລັງໜູນ ໃຫ້ແກ່ ບັນດາການເຈລະຈາກ່ຽວກັບ ດິນຟ້າອາກາດ ທົ່ວໂລກ ຢູ່ກອງປະຊຸມ ຄັ້ງທີ 30 ຂອງບັນດາຝ່າຍ ທີ່ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ (COP30) ທີ່ຈະດຳເນີນ ໃນເດືອນພະຈິກປີນີ້ຢູ່ ບຣາຊິນ.ປັດຈຸບັນ ມີບັນດາແຜນການ ໃໝ່ໃຫ້ແກ່ປີ 2035, ປະຕິບັດການຫລຸດ ຜ່ອນ ການປ່ອຍອາຍພິດລົງ ຢ່າງແຮງ ຕາມເປົ້າໝາຍແມ່ນ ຫລຸດອຸນຫະພູມທົ່ວໂລກລົງ 1,5 ອົງສາຊີ,ກວມລວມ ທຸກຂົງເຂດ ແລະ ຂະແໜງການ ທີ່ປ່ອຍ ອາຍພິດ, ພ້ອມທັງ ຍູ້ໄວວິວັດການຫັນປ່ຽນ ພະລັງງານ ແບບຍຸຕິທຳທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL