ຂປລ
ສຳນັກງານ ສະຖິຕິ ສ.ເກົາຫລີ ໄດ້ເປີດເຜີຍວ່າ: ຈຳນວນ ເດັກເກີດໃໝ່ ເພີ່ມຂຶ້ນ 13 ເດືອນຕິດຕໍ່ກັນ, ທ່າມກາງ ຕົວເລກສະຖິຕິ ການແຕ່ງງານ ເພີ່ມຂຶ້ນ , ໂດຍຈຳນວນເດັກ ເກີດໃໝ່ ລວມມີ 21.803 ຄົນ ເພີ່ມຂຶ້ນ5,9% ເມື່ອທຽບໃສ່ ປີກາຍ ນັບແຕ່ເດືອນກໍລະກົດ ປີ 2024 ຜ່ານມາ.
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ ເມື່ອວັນທີ 26 ກັນຍາວ່າ: ສຳນັກງານ ສະຖິຕິ ສ.ເກົາຫລີ ໄດ້ເປີດເຜີຍວ່າ: ຈຳນວນ ເດັກເກີດໃໝ່ ເພີ່ມຂຶ້ນ 13 ເດືອນຕິດຕໍ່ກັນ, ທ່າມກາງ ຕົວເລກສະຖິຕິ ການແຕ່ງງານ ເພີ່ມຂຶ້ນ , ໂດຍຈຳນວນເດັກ ເກີດໃໝ່ ລວມມີ 21.803 ຄົນ ເພີ່ມຂຶ້ນ5,9% ເມື່ອທຽບໃສ່ ປີກາຍ ນັບແຕ່ເດືອນກໍລະກົດ ປີ 2024 ຜ່ານມາ.
ໃນຂະນະທີ່ ສະຖິຕິ ຂອງ ການແຕ່ງງານ ຊາວສ.ເກົາຫລີ ເມື່ອເດືອນກໍລະກົດ ຜ່ານມາ ເພີ່ມຂຶ້ນ 8,4% ເມື່ອທຽບເປັນລາຍປີ ລວມມີ 20.394 ຄູ່, ສ່ວນຈຳນວນ ການປະຮ້າງ ຫລຸດລົງ 1,4% ລົງມາຢູ່ທີ 7.826 ຄູ່. ນອກຈາກນັ້ນ ສ.ເກົາຫລີ ຍັງມີ ຄວາມກັງວົນ ກ່ຽວກັບ ການທີ່ຄົນລຸ້ນໃໝ່ ຍັງຢຸດຈຶ້ງ ແລະ ຕັດສິນໃຈ ບໍ່ມີລູກ ເພາະວ່າ ຍັງມີບັນຫາທາງດ້ານເສດຖະກິດ ເຊັ່ນ: ລາຄາທີ່ຢູ່ອາໄສເພີ່ມຂຶ້ນ ແລະ ອັດຕາ ການວ່າງງານ ຍັງຄົງຢູ່ໃນລະດັບສູງ./
KPL