ຂປລ
ກະຊວງກໍ່ສ້າງຫວຽດນາມ ເປີດເຜີຍວ່າ: ຂະແໜງ ການລົດໄຟຂອງ ສສ ຫວຽດນາມ ຈະຈັດຝຶກອົບຮົບ ບຸກຄະລາ ກອນ ທີ່ມີຄວາມສຳນານສູງ ປະມານ 140.000ຄົນ ພາຍໃນປີ 2045 ເພື່ອຕອບສະໜອງ ຕໍ່ຄວາມຕ້ອງການ ຈາກ ໂຄງການລົດໄຟ ຄວາມໄວສູງ, ລົດໄຟ ພະລັງງານໄຟຟ້າ ລະດັບຊາດ ແລະ ລົດໄຟ ໃນຕົວເມືອງ.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ຮ່າໂນ້ຍ, ກະຊວງກໍ່ສ້າງຫວຽດນາມ ເປີດເຜີຍວ່າ:ຂະແໜງ ການລົດໄຟຂອງ ສສ ຫວຽດນາມ ຈະຈັດຝຶກອົບຮົບ ບຸກຄະລາກອນ ທີ່ມີຄວາມ ສຳນານສູງ ປະມານ 140.000ຄົນ ພາຍໃນປີ 2045 ເພື່ອຕອບສະໜອງ ຕໍ່ຄວາມຕ້ອງການ ຈາກໂຄງການລົດໄຟ ຄວາມໄວສູງ, ລົດໄຟ ພະລັງງານໄຟຟ້າ ລະດັບຊາດ ແລະ ລົດໄຟ ໃນຕົວເມືອງ.ໃນລະຫວ່າງ ປີ 2025–2030, ຂະແໜງລົດໄຟ ຫວຽດນາມ ມຸ່ງໄປເຖິງ ການຝຶກອົບຮົມ ບຸກຄະລາກອນ ຢ່າງໜ້ອຍ 35.000 ຄົນ, ມຸ່ງໄປເຖິງ ຄົນງານ ທີ່ມີສີມືສູງ, ໃນຂະນະທີ່ ລະຫວ່າງ ປີ 2031–2045 ຈະໄດ້ ຝຶກອົບຮົມ ບຸກຄະລາກອນ ຕື່ມອີກ 105.000 ຄົນ ເພື່ອຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຂອງໂຄງການ ແລະ ເພີ່ມທະວີ ກຳລັງແຮງງານ ຂອງບັນດາສະຖາບັນຝຶກອົບຮົມ.ຂະນະທີ່ ສສ ຫວຽດນາມ ພວມກ້າວເຂົ້າສູ່ ໄລຍະໃໝ່ ໃນການພັດທະນາ ທາງລົດໄຟ ດ້ວຍການເປີດໂຄງການ ກໍ່ສ້າງພື້ນຖານໂຄງລ່າງ ແຫ່ງຊາດ ທີ່ສຳຄັນເຊັ່ນ: ລົດໄຟຄວາມໄວ ສູງເໜືອ-ໃຕ້ ແລະ ທາງລົດໄຟລາວກາຍ-ຮ່າໂນ້ຍ-ໄຮ່ຟອງ.ປັດຈຸບັນ ລັດຖະບານ ຫວຽດນາມ ໄດ້ຮັບຮອງເອົາ ແຜນການພັດທະນາ ທາງລົດໄຟໃໝ່ 9ເສັ້ນ ແລະ ສ້ອມແປງທາງລົດໄຟອີກ 7ເສັ້ນ ໂດຍສຸມໃສ່ ການກໍ່ສ້າງ ທາງລົດໄຟ ໃນຕົວເມືອງ 28ເສັ້ນ ຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ ໃນໄລຍະເວລາ 1.100ກວ່າກິໂລແມັດ ພາຍໃນປີ 2045./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL