ຂປລ
ຂປລ. ອີງຕາມຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030)
ຂປລ. ອີງຕາມຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫລວງວຽງຈັນ (ນວ) ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ນະຄອນຫລວງວຽງຈັນ ສາມາດແກ້ໄຂຄອບຄົວທີ່ມີເງື່ອນໄຂບໍ່ຄົບຖ້ວນຕາມມາດຕະຖານພົ້ນທຸກ (ຕາມມາດຖານຄອບຄົວທຸກຍາກໃໝ່) ໃຫ້ເປັນຄອບຄົວພົ້ນທຸກສາມາດປະຕິບັດໄດ້ 3.215 ຄອບຄົວ, ເທົ່າກັບ 71,7% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 4.480 ຄອບຄົວ).
ຄຽງຄູ່ກັບການແກ້ໄຂຄອບຄົວທຸກຍາກແລ້ວ, ນະຄອນຫລວງວຽງຈັນ ຍັງໄດ້ສ້າງບ້ານພົ້ນທຸກໄດ້ 481 ບ້ານ ແລະ ສ້າງເມືອງພົ້ນທຸກສໍາເລັດ 9 ເມືອງ ແລະ ບັນລຸຕາມ 10 ມາດຕະຖານເມືອງເຂັ້ມແຂງຮອບດ້ານ 7 ເມືອງ, ສ້າງຕັ້ງກຸ່ມການຜະລິດດ້ານກະສິກຳຮອບດ້ານໃຫ້ເຂົ້າສູ່ລະບົບຕາມດຳລັດ 606/ລບ, ປະຕິບັດໄດ້ 37 ກຸ່ມ, ເທົ່າກັບ 74% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 50 ກຸ່ມ) ແລະ ສ້າງກຸ່ມພືດຜັກທີ່ດີທີ່ເຂັ້ມແຂງກ້າວເປັນສະຫະກອນປະຕິບັດໄດ້ 1 ກຸ່ມ ຄື: ກຸ່ມປູກຜັກບ້ານທ່າດອກຄໍາ ເມືອງໄຊທານີ (ແຜນ 5 ປີ ໃຫ້ໄດ້ 2 ກຸ່ມ); ສ້າງຊົນນະບົດໃໝ່ຕິດພັນກັບການພັດທະນາກະສິກຳຮອບດ້ານ ແລະ ຫັນເປັນສະຫະກອນໃນເຂດຊານເມືອງ 12 ຈຸດສຸມທີ່ນອນຢູ່ໃນ 4 ເມືອງ, ປະຕິບັດໄດ້ 3 ບ້ານຕໍ່ເມືອງ.
ພ້ອມກັນນີ້, ດ້ານພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນຸປະໂພກ ນະຄອນຫລວງວຽງຈັນ ໄດ້ສໍາເລັດໂດຍພື້ນຖານໃນການຂະຫຍາຍຕາຂ່າຍໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ແບບຖາວອນໃນທົ່ວນະຄອນຫລວງວຽງ ຈັນ, ປັດຈຸບັນສາມາດຜະລິດນໍ້າປະປາ ໄດ້ 348.000 ແມັດກ້ອນ/ມື້, ເທົ່າກັບ 87% ແຜນການ (ແຜນ 5 ປີ ໃຫ້ໄດ້ 400.000 ແມັດກ້ອນ/ມື້); ໄດ້ດໍາເນີນການຟື້ນຟູ, ບູລະນະຮັກສາ, ສ້ອມແປງເສັ້ນທາງເພື່ອໃຫ້ສາມາດນໍາໃຊ້ໄດ້ຕະຫລອດປີ, ໃນໄລຍະ 5 ປີ ຜ່ານມານີ້ ສາມາດຂະຫຍາຍເສັ້ນທາງເບຕົງ ເພີ່ມຂຶ້ນ 81,95 ກິໂລແມັດ, ເສັ້ນທາງອັດສະຟານ ເພີ່ມຂຶ້ນ 88,77 ກິໂລແມັດ, ຫລຸດຜ່ອນເສັ້ນທາງດິນແດງ ໄດ້ 34,56 ກິໂລ ແມັດ, ຫລຸດຜ່ອນເສັ້ນທາງປູແຮ່ ໄດ້ 127,61 ກິໂລແມັດ; ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການກໍ່ສ້າງລະບົບປ້ອງກັນຕາຝັ່ງ ເຮັດໃຫ້ລະບົບປ້ອງກັນຕາຝັ່ງ ເພີ່ມຂຶ້ນ 8,29 ກິໂລແມັດ, ລວມຄວາມຍາວລະບົບປ້ອງກັນຕາຝັ່ງເຈື່ອນໃນປັດຈຸບັນມີທັງໝົດ 76,2 ກິໂລແມັດ, ກວມເອົາ 41,85% ຂອງຄວາມຍາວຊາຍແດນທາງນໍ້າໃນນະຄອນຫລວງວຽງຈັນ. ສ່ວນດ້ານການຂົນສົ່ງໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ມີຈຸດສຸມ ໂດຍສະເພາະພາຍຫລັງເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ການຂົນສົ່ງສິນຄ້າ ແລະ ບໍລິການເພີ່ມຂຶ້ນເປັນກ້າວໆ, ຊຶ່ງປະລິມານການຂົນສົ່ງສິນຄ້າໄດ້ 4 ລ້ານໂຕນ ແລະ ການບໍລິການໂດຍສານໄດ້ 79 ລ້ານເທື່ອຄົນ.
ໂດຍ: ທະນູທອງ
KPL