ຂປລ
ຂປລ. ກັບມາພໍ້ກັນກັບຄໍລຳ “ສິ່ງແວດລ້ອມ” ອີກເທື່ອໜຶ່ງໃນທຸກວັນສຸກ ຊຶ່ງສະບັບອາທິດແລ້ວນີ້ ກໍໄດ້ສະເໜີຫົວຂໍ້ກ່ຽວກັບ “ຈະແກ້ໄຂບັນຫາຂີ້ເຫຍື້ອແຄມທາງແນວໃດ? ”
ຂປລ. ກັບມາພໍ້ກັນກັບຄໍລຳ “ສິ່ງແວດລ້ອມ” ອີກເທື່ອໜຶ່ງໃນທຸກວັນສຸກ ຊຶ່ງສະບັບອາທິດແລ້ວນີ້ ກໍໄດ້ສະເໜີຫົວຂໍ້ກ່ຽວກັບ “ຈະແກ້ໄຂບັນຫາຂີ້ເຫຍື້ອແຄມທາງແນວໃດ? ” ແລະ ມາສະບັບນີ້, ຂໍສະເໜີກ່ຽວກັບ“ຄວາມສຳຄັນຂອງສິ່ງແວດລ້ອມຕໍ່ມະນຸດ-ສັດສາວາສິ່ງ” ຕື່ມ. ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ສິ່ງແວດລ້ອມທຳມະຊາດແມ່ນປັດໄຈໜຶ່ງທີ່ສຳ ຄັນທີ່ສຸດຕໍ່ການດຳລົງຊີວິດຂອງມະນຸດ, ສັດ, ພືດ, ຊີວະນາໆພັນຕ່າງໆລ້ວນແລ້ວແຕ່ອາໄສສິ່ງແວດລ້ອມທີ່ດີໃນການຄົງໂຕ ຊຶ່ງປັດຈຸບັນສະພາບສິ່ງແວດລ້ອມຢູ່ໃນໂລກ ກໍຄື ຢູ່ ສປປ ລາວ ລວມທັງນະຄອນຫລວງວຽງຈັນ ແມ່ນນັບມື້ນັບມີການປ່ຽນແປງ ໂດຍສະເພາະສະພາບອາກາດມີອຸນຫະພູມເພີ່ມ ຂຶ້ນ, ສະແດງໃຫ້ພວກເຮົາເຫັນໃນປີນີ້ ໃນຊ່ວງເດືອນ 4-5 ບາງມື້ອຸນຫະພູມສູງເຖິງ 43 ອົງສາເຊ ເປັນສິ່ງທ້າທາຍຕໍ່ການດໍາລົງຊີວິດ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມທີ່ພັກ-ລັດ ໄດ້ວາງຄາດໝາຍໄວ້, ເວົ້າສະເພາະກໍ່ແມ່ນຍຸດທະສາດພັດທະນານະຄອນຫລວງ ຕາມມະຕິ 107 ຂອງກົມການເມືອງສູນກາງພັກ ແລະ ນະໂຍບາຍ ສ ສີຂຽວ.
ແນວໃດກໍຕາມ, ເຖິງແມ່ນວ່າສະພາບໂດຍທົ່ວໄປພວກເຮົາເຫັນ ວ່າສິ່ງແວດລ້ອມຂອງນະຄອນຫລວງວຽງຈັນ ຍັງຢູ່ໃນສະພາບດີຢູ່, ແຕ່ກໍປະກົດມີໜໍ່ແໜງທ່າອ່ຽງບັນຫາຜົນກະທົບຕໍ່ສິ່ງແວດລ້ອມຢູ່ໃນບາງຂົງເຂດເປັນຕົ້ນແມ່ນບັນຫາກິ່ນຂິວ, ກິ່ນເໝັນ, ບັນຫາສຽງດັງ, ຝຸ່ນລະອອງ, ການຖິ້ມຂີ້ເຫຍື້ອຊະຊາຍ, ບັນຫາໄຟໄໝ້ສະໜາມຂີ້ເຫຍື້ອ, ນ້ຳເປື້ອນ, ນ້ຳຖ້ວມຂັງ, ການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ ລວມທັງບັນຫາໄຟໄໝ້ລາມປ່າທີ່ມີທ່າອ່ຽງເພີ່ມຂຶ້ນອັນເປັນສາເຫດເຮັດໃຫ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມີການປ່ຽນແປງ ແລະ ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດ, ມີຜົນກະທົບຕໍ່ລະບົບນິເວດ ແລະ ຕໍ່ການດຳລົງຊີວິດຂອງປະຊາຊົນພາຍໃນນະຄອນຫລວງວຽງຈັນ ອັນເຮັດໃຫ້ມີການສູນເສຍງົບປະມານຂອງລັດ, ຂອງບຸກຄົນ ເພື່ອໄປແກ້ໄຂບັນຫາເຫລົ່ານັ້ນທັງເປັນສິ່ງທ້າທາຍໃຫ້ແກ່ອົງການປົກຄອງນະຄອນຫລວງວຽງຈັນ ແລະ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.
ຕໍ່ກັບບັນຫາດັ່ງກ່າວ ໃນໄລຍະຜ່ານມາອົງການປົກຄອງນະຄອນ ຫລວງວຽງຈັນ ກໍໄດ້ມອບໝາຍໃຫ້ພະແນກການກ່ຽວຂ້ອງ, ອົງການປົກຄອງເມືອງກໍໄດ້ເປັນເຈົ້າການໃນການຕິດຕາມກວດກາ, ປ້ອງກັນ ແລະ ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນປະຈຳ ແລະ ຕໍ່ເນື່ອງຕິດພັນກັບການປຸກລະດົມປູກຕົ້ນໄມ້ໃນແຕ່ລະປີ.
ໂດຍ: ຢ່າຕົ່ງ
KPL